ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ໃນ Loca Rewards ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane

ໂລກ້າມີຮ້ານມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນອີກແລ້ວເດີ ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane ທີ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶື່ງໃນການໃຫ້ບໍລິການແກ່ລູກຄ້າໂລກ້າ ໃຜທີ່ຍັງບໍ່ໄດ້ໄປແມ່ນຕ້ອງໄດ້ປັກໝຸດໄວ້ເຊັກອິນ!

ທັງສອງຮ້ານແມ່ນມີເອກະລັກສະເພາະໂຕ ເປັນຄວາມແຕກຕ່າງທີ່ລົງໂຕດ້ວຍສະເໜ່ຂອງອາຫານ ເຄື່ອງດື່ມ ແລະ ບັນຍາກາດຂອງຮ້ານ ຖືວ່າເປັນຮ້ານທີ່ຕ້ອງເກັບໄວ້ໃນລິຊກັນເລີຍທີ່ດຽວ

ຮ້ານທຳອິດທີ່ໂລກ້າແນະນຳກໍ່ຄືຮ້ານ Vang Café & Restaurant

Vang Café & Restaurant
ເປັນຮ້ານອາຫານສໄຕສ໌ຈີນ ແລະ ມີຫຼາກຫຼາຍເມນູ ບໍ່ຈຳເປັນໄປໃສໄກ ຮ້ານແມ່ນຢູ່ວັງຊາຍນີ້ເອງ ການຕົກແຕ່ງຮ້ານບໍ່ເວົ້າເຖີງແມ່ນບໍ່ໄດ້ ເພາະມີເອກະລັກບໍ່ຄືໃຜແນ່ນອນ ອາຫານນີ້ບອກໄດ້ເລີຍວ່າແຊບບບ

ສ່ວນເຄື່ອງດື່ມ ຍັງມີໂຊນຄາເຟ່ສຳລັບຄົນດື່ມກາແຟ☕ ໃຜທີ່ເປັນສາຍດື່ມທາງຮ້ານຍັງມີ ຊັ້ນສອງທີ່ເປັນບາຣ໌🍸 ໄດ້ໃຫ້ລູກຄ້ານັ່ງຊິວອີກດ້ວຍ ເໝາະແກ່ການໄປນັ່ງຫຼີ້ນກັບໝູ່ເພື່ອນສຸດໆ.

ລາຍລະອຽດຮ້ານ Vang Café & Restaurant

⏱️ : ເປີດວັນຈັນ-ອາທິດ : ເວລາ 07:30 ໂມງເຊົ້າ -11: 00 ໂມງເເລງ.
📍 : https://maps.app.goo.gl/7ozeo2dMAPsBARkz5

ຮ້ານຕໍ່ມາທີ່ຈະແນະນຳຄືຮ້ານ Maysa Cafe Vientiane

ເປັນອີກຮ້ານໜື່ງທີ່ໂລກ້າແນະນຳ ເພາະຮ້ານແມ່ນໜ້າຮັກມິນິມອລຫຼາຍ ແຖມຕັ້ງຢູ່ແຖວບໍລິເວນນ້ຳພຸ ຖ້າໃຜໄປຍ່າງຫຼີ້ນແຖວນັ້ນຕ້ອງລອງແວ່ເບີ່ງກ່ອນເລີຍເດີ ເໝາະກັບການນັດພົບປະໝູ່ເພື່ອນເພື່ອກິນເຂົ້າ ຫຼື ດື່ມເຄື່ອງດື່ມຕ່າງໆ

ທີ່ພາດບໍ່ໄດ້ຄືເມນູ ເເນະນຳຂອງທາງຮ້ານນັ້ນກໍຄື ກາເຟນ້ຳຫມາກກ້ຽງ ເເລະ ເຂົ້າຜັດເມສາ ໜ້າສົນໃຈສຸດໆ ຊ່ວງພັກທ່ຽງຕ້ອງຊວນໝູ່ໄປລອງແລ້ວ

ລາຍລະອຽດຮ້ານ Maysa Cafe Vientiane

⏱️ : ເປີດວັນຈັນ-ວັນສຸກ : 8:00 ໂມງເຊົ້າ-17:00 ໂມງເເລງ (ສະເພາະ ວັນເສົາ 9:00ໂມງເຊົ້າ-17:00ໂມງແລງ).
📍 : https://maps.app.goo.gl/SvPic1tu4MPvCoqX9

Related Posts

Lao New Year 2025 in Luang Prabang – A Cultural Celebration

Experience the spiritual and cultural heart of Pi Mai Lao in Luang Prabang,...

Explore Vientiane Laos Sustainably with LOCA MINI TAXI

Why LOCA MINI TAXI is the Best Choice for Eco-Friendly Travel: 🚗⚡Clean and...