ໂລກ້າເປີດໂຕ 2 ບໍລິການໃໝ່! Loca Car Share ແລະ Loca Car Rental ເພື່ອການເດີນທາງຂອງເຈົ້າທີ່ສະດວກສະບາຍຍິ່ງຂຶ້ນ

ໂລກ້າເປີດໂຕ 2 ບໍລິການໃໝ່! Loca Car Share ແລະ Loca Car Rental
ເພື່ອການເດີນທາງຂອງເຈົ້າທີ່ສະດວກສະບາຍຍິ່ງຂຶ້ນ.
Loca Car Share ບໍລິການແຊຣ໌ລົດອອກຕ່າງແຂວງ ສຳລັບຄົນທີ່ຈະຂັບລົດອອກໄປຕ່າງແຂວງຢູ່ແລ້ວ ກໍສາມາດເປີດແຊຣ໌ລົດຂອງຕົວເອງ ແລະ ຮັບຄົນທີ່ຈະໄປທາງດຽວກັນໄດ້ເລີຍ ເພື່ອຫາໝູ່ຮ່ວມທຣິບ ແລະ ຫານຄ່ານ້ຳມັນໄປກັນຕະຫຼອດການເດີນທາງ ຫຼື ຄົນທີ່ຢາກຈະໄປຕ່າງແຂວງແຕ່ບໍ່ມີລົດ ກໍສາມາດເລືອກຮ່ວມໂດຍສານໄປກັບຄົນທີ່ຈະໄປແຂວງນັ້ນຢູ່ແລ້ວກໍໄດ້.
ບໍລິການ Loca Car Share ຍັງມີຄວາມປອດໄພສູງ ເພາະທັງຄົນຂັບລົດ ແລະ ຄົນຮ່ວມໂດຍສານເອງນັ້ນ ຈະຕ້ອງມີການລົງທະບຽນ KYC ໂດຍການໃຊ້ເອກະສານແທ້ໃນການຢັ້ງຢືນຕົວຕົນ ລວມທັງ Loca Car Share ນັ້ນຍັງມີປະກັນໄພຄຸ້ມຄອງໃນຖ້ຽວສູງສຸດເຖິງ 500 ລ້ານກີບ ຈຶ່ງໝັ້ນໃຈໃນຄວາມປອດໄພຂອງ Loca Car Share ໄດ້ຢ່າງແນ່ນອນ.
Loca Car Share
Loca Car Rental ບໍລິການເຊົ່າລົດງ່າຍໆຜ່ານແອັບ Loca ເຊິ່ງສາມາດເຊົ່າແບບມີຄົນຂັບມາໃຫ້ ຫຼື ຈະເຊົ່າຂັບເອງກໍໄດ້. Loca Car Rental ແມ່ນຮອງຮັບທັງການເຊົ່າລົດເພື່ອຂັບໃນນະຄອນຫຼວງວຽງຈັນ ລວມທັງການເຊົ່າລົດເພື່ອຂັບອອກໄປຕ່າງແຂວງໄດ້ອີກດ້ວຍ.
ບໍລິການເຊົ່າລົດໂລກ້າແມ່ນສາມາດຊຳລະເງິນຄ່າເຊົ່າງ່າຍໆດ້ວຍບັດເຄຣດິດ/ເດບິດຜ່ານແອັບ Loca ແລ້ວກໍສາມາດເລືອກຈຸດຮັບລົດໄດ້ເລີຍ ແຖມຍັງມີປະກັນໄພຄຸ້ມຄອງລົດເຊົ່າທີ່ທ່ານໃຊ້ອີກດ້ວຍ ເພື່ອເພີ່ມຄວາມໝັ້ນ ແລະ ຄວາມສະບາຍໃຈໃນການໃຊ້ລົດເຊົ່າຜ່ານແອັບ Loca ຕະຫຼອດການເດີນທາງ.
Loca Car Rental
ໂລກ້າພ້ອມໃຫ້ບໍລິການແລ້ວທັງໃນນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ!
ສາມາດໃຊ້ທັງ 2 ບໍລິການນີ້ໄດ້ແລ້ວມື້ນີ້ຜ່ານແອັບ Loca
ດາວໂຫຼດແອັບ Loca ທີ່: https://loca.la/download

Related Posts

ວິທີງ່າຍໆ ເຊັກເບິ່ງລະຫັດ Promotion ຜ່ານແອັບໂລກ້າ​

ສຳລັບລູກຄ້າທີ່ມັກເອີ້ນລົດໂລກ້າເປັນປະຈຳ ແລະຢາກຮູ້ວ່າໂລກ້າມີໂປຣໂມຊັ່ນຫຼຸດລາຄາບໍ່ ແມ່ນສາມາດກົດເຂົ້າເບິ່ງໄດ້ໃນແອັບໂລກ້າໄດ້ເລີຍເດີ້.

LOCA is featured on Laotiantime.com

With over 900,000 vehicles on the road and no viable public transport system...