ໂລກ້າເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນໃຫ້ເປັນລົດໄຟຟ້າທັງໝົດ 100% ພາຍໃນປີ 2030 ພ້ອມຕິດຕັ້ງຕູ້ສາກລົດໄຟຟ້າເພື່ອຮອງຮັບ ໃຫ້ຄອບຄຸມທົ່ວປະເທດ

ກະແສການນຳໃຊ້ລົດໄຟຟ້າໃນປະເທດລາວແມ່ນນັບມື້ນັບສູງຂຶ້ນເນື່ອງມາຈາກປັດໄຈຫຼາຍໆຢ່າງທີ່ເກີດຂຶ້ນ ເຊິ່ງບໍລິສັດໂລກ້າພວກເຮົາກໍເຫັນເຖິງທ່າແຮງໂຕນີ້ເຊັ່ນກັນ ຈຶ່ງໄດ້ເລີ່ມທີ່ຈະມີນະໂຍບາຍໃນການເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນ ຈາກທີ່ແຕ່ເດີມນັ້ນ ລ້ວນແຕ່ເປັນລົດທີ່ໃຊ້ພະລັງງານນ້ຳມັນ ໃຫ້ກາຍມາເປັນລົດໄຟຟ້າທີ່ໃຫ້ບໍລິການແທັກຊີໂລກ້າທຸກໆຄັນ ໂດຍຕັ້ງເປົ້າໝາຍທີ່ຈະບັນລຸຄວາມສຳເລັດນີ້ໃຫ້ໄດ້ພາຍໃນປີ 2030.

ລົດໄຟຟ້າກຳລັງສາກລົດດ້ວຍຕູ້ສາກຂອງໂລກ້າ

 

ການນຳໃຊ້ລົດໄຟຟ້ານັ້ນ, ນອກຈາກຈະຊ່ວຍປະຢັດຕົ້ນທຶນໃຫ້ແກ່ຄົນຂັບໂລກ້າ ເພາະລາຄາສາກໄຟລົດທີ່ຖືກກວ່າຄ່າເຕີມນ້ຳມັນແລ້ວ ການນຳໃຊ້ລົດໄຟຟ້າຍັງສາມາດຫຼຸດຜ່ອນການເຜົາໄໝ້ນ້ຳມັນ ແລະ ຫຼຸດຜ່ອນການປ່ອຍ CO2 ທີ່ອອກມາຈາກຕົວລົດໄດ້ອີກດ້ວຍ. ໂດຍໃນປັດຈຸບັນ, ໂລກ້າແມ່ນມີລົດໄຟຟ້າໃຫ້ບໍລິການແທັກຊີແລ້ວ 5 ຄັນ ຈາກແທັກຊີທັງໝົດຂອງໂລກ້າ 600 ຄັນ, ຮັບ-ສົ່ງຜູ້ໂດຍສານແລ້ວເປັນໄລຍະທາງທັງໝົດຫຼາຍກວ່າ 18,912 ກິໂລແມັດ ແລະ ສາມາດຫຼຸດຜ່ອນການປ່ອຍ CO2 ໄດ້ເຖິງ 4,352 ກິໂລກຣາມ.

ພວກເຮົາໄດ້ເລີ່ມທີ່ຈະຊຸກຍູ້ຄົນຂັບແທັກຊີຂອງຕົນໃຫ້ຫັນມາໃຊ້ເປັນລົດໄຟຟ້າໃນການບໍລິການ ໂດຍໃຫ້ທັງຄຳແນະນຳ, ການໃຫ້ຄວາມຮູ້ເລື່ອງລົດໄຟຟ້າຕ່າງໆ ລວມທັງໃຜທີ່ມີລົດໄຟຟ້າຢູ່ແລ້ວກໍສາມາດມາເຂົ້າຮ່ວມເປັນແທັກຊີ ເພື່ອສ້າງລາຍໄດ້ໃຫ້ກັບຕົວເອງ ແລະ ທັງຍັງສ້າງການຂັບຂີ່ເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ ໂດຍປີ 2022 ນີ້ແມ່ນພວກເຮົາຕັ້ງເປົ້າທີ່ຈະມີບໍລິການແທັກຊີດ້ວຍລົດໄຟຟ້າທັງໝົດ 30 ຄັນ ແລະ ຄ່ອຍໆຫັນປ່ຽນໃຫ້ເປັນລົດໄຟຟ້າທັງໝົດໃນປີ 2030.

ສຸລິໂຍ ວົງດາລາ, CEO ຂອງໂລກ້າ ກຳລັງເວົ້າເຖິງເປົ້າໝາຍການພັດທະນາທີ່ຍືນຍົງຂອງໂລກ້າ

 

ເພື່ອຮອງຮັບການຫັນປ່ຽນເປັນບໍລິການແທັກຊີດ້ວຍໄຟຟ້າທັງໝົດ 100% ນີ້ເອງ, ພວກເຮົາກໍຈະເລີ່ມຕິດຕັ້ງສະຖານີສາກລົດໄຟຟ້າແບບໄວທີ່ນະຄອນຫຼວງວຽງຈັນເປັນບ່ອນທຳອິດ ເພື່ອຮອງຮັບການໃຊ້ລົດໄຟຟ້າຂອງຄົນທົ່ວໄປ ລວມທັງຄົນຂັບຂອງເຮົາໃຫ້ທົ່ວເຖິງ ແລ້ວຄ່ອຍໆຂະຫຍາຍໄປແຕ່ລະແຂວງ ໂດຍຈະຕິດຕັ້ງຕາມເສັ້ນທາງເລກທີ 13 ເປັນຫຼັກ ເຊິ່ງກໍເປັນເສັ້ນທາງທີ່ຄົນສ່ວນໃຫຍ່ໃຊ້ເດີນທາງໃນເວລາອອກຕ່າງແຂວງຢູ່ແລ້ວນັ້ນເອງ. ໂດຍຕູ້ສາກລົດໄຟຟ້າຂອງໂລກ້າຈະເປັນຕູ້ເປັນແບບ DC ເຊິ່ງສາມາດສາກລົດໄຟຟ້າເຕັມພາຍໃນ 20-40 ນາທີບໍ່ວ່າຈະເປັນ BMW, BYD, Hyundai, Tesla, Volkswagen ແລະ ອື່ນໆອີກຫຼາຍຍີ່ຫໍ້.

ສຸລິໂຍ ວົງດາລາ, CEO ຂອງໂລກ້າ ກຳລັງໃຫ້ສຳພາດສື່ເລື່ອງການຫັນປ່ຽນບໍລິການແທັກຊີໂລກ້າກາຍເປັນລົດໄຟຟ້າທັງໝົດ

 

ໃນປີ 2022 ນີ້ ແມ່ນທາງໂລກ້າໄດ້ຕັ້ງເປົ້າທີ່ຈະຕິດຕັ້ງຕູ້ສາກໃຫ້ໄດ້ 12 ສະຖານີ ໂດຍທຸກສະຖານີຈະມີ 2 ຕູ້ສາກ ສາມາດສາກລົດໄຟຟ້າໄດ້ 4 ຄັນພ້ອມກັນໃນໜຶ່ງສະຖານີ. ຈາກນັ້ນໃນປີ 2023 ແມ່ນໂລກ້າຈະຂະຫຍາຍເພີ່ມໃຫ້ໄດ້ເປັນ 25 ສະຖານີ ແລະ ຕິດຕັ້ງເພີ່ມລວມເປັນທັງໝົດ 40 ສະຖານີທົ່ວປະເທດລາວໃນປີ 2025.

ການນຳໃຊ້ຕູ້ສາກລົດໄຟຟ້າຂອງໂລກ້ານັ້ນ ສາມາດໃຊ້ງານງ່າຍໆຜ່ານແອັບ Loca ເຊິ່ງໃນແອັບແມ່ນຈະປະກອບມີທັງການຊຳລະຄ່າສາກຜ່ານແອັບ, ເບິ່ງເປີເຊັນການສາກລົດ, ເບິ່ງສະຖານີສາກບ່ອນໆຕ່າງໆໄດ້ອີກດ້ວຍ.

ດາວໂຫຼດແອັບໂລກ້າໄດ້ທີ່ແລ້ວທີ່: https://loca.la/download

Related Posts

ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24ຊົ່ວໂມງ ຢູ່ທີ່ ປາກເຊ ແຂວງຈຳປາສັກ

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ໄດ້ເປີດໃຫ້ບໍລິການແລ້ວ ທີ່ ປາກເຊ, ເຊິ່ງກ່ອນຈະມີການເປີດໂຕທີ່ ນະຄອນປາກເຊ ໂລກ້າ ໄດ້ເປີດໃຫ້ບໍລິການແລ້ວທີ່ນະຄອນຫຼວງວຽງຈັນ...

ໂລກ້າ ສົ່ງຕໍ່ຂອງຂັວນສຸດພິເສດຈາກ ມິນີໂຣ ໃຫ້ແກ່ຜູ້ໃຊ້ບໍລິການໂລກ້າແທັກຊີອອນລາຍ ແຈກນ້ຳດື່ມແຮ່ທາດມິນີໂຣ ຟຣີ! ທີ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ

  ໂລກ້າ ແລະ ມິນີໂຣ ໄດ້ຮ່ວມຈັບມືກັນສ້າງກິດຈະກຳດີໆແຈກນ້ຳດື່ມແຮ່ທາດມິນີໂຣ ເພື່ອມອບໃຫ້ແກ່ຜູ້ໃຊ້ບໍລິການ ໂລກ້າແທັກຊີ  ໄດ້ພົບກັບປະສົບການທີ່ດີທີ່ມີແຕ່ຄວາມຊົດຊື່ນຈາກມິນີໂຣ. ກິດຈະກຳໄດ້ເລີ່ມຕັ້ງແຕ່ ເດືອນຕຸລາ ຈົນຮອດ ເດືອນທັນວາ 2023....