ໂລກ້າ ຈັບມື ບີວາຍດີ ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີເຈົ້າທໍາອິດຂອງປະເທດລາວ.

ໂລກ້າ ແລະ ບີວາຍດີ ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ຈຸດປະສົງຂອງໂຄງການດັ່ັງກ່າວແມ່ນເພື່ອແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ.

ການຮ່ວມມືຂອງທັງສອງມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມພັກດັນ ແລະ ເພື່ອສະແດງໃຫ້ຜູ້ສ້າງ ກອບນະໂຍບາຍ ແລະ ໃຫ້ຜູ້ບໍລິໂພກໄດ້ເຫັນວ່າລົດໄຟຟ້ານັ້ນແທດເໝາະກັບຕະຫຼາດບ້ານເຮົາຫຼາຍ ແລະ ຕອບໂຈດດັ່ງວິໄສທັດຂອງປະເທດທີ່ວ່າເປັນແບັດເຕີລີຂອງອາຊຽນ

ໃນໂຄງການດັ່ງກ່າວ, ໂລກ້າຢາກໃຫ້ທຸກຄົນນັ້ນໄດ້ເຫັນວ່າໄລຍະທາງທີ່ລົດໄຟຟ້າສາມາດແລ່ນໄດ້ໃນປັດຈຸບັນ ນັ້ນບໍ່ແມ່ນອຸປະສັກເລີຍ, ນອກນັ້ນຍັງຈະຊ່ວຍໃຫ້ຄົນຂັບບໍລິການແທັກຊີໂລກ້າໄດ້ກຳໄລຫຼາຍຂຶ້ນ ເນື່ອງຈາກຕົ້ນທຶນຂອງລົດໄຟຟ້າຈະຕ່ຳກວ່າລົດທົ່ວໄປທີ່ໃຊ້ນໍ້າມັນ.

ລົດ BYD E2 ເປັນລຸ້ນທີ່ຈະໃຊ້ໃນການທົດລອງນຳໃຊ້ໃນໂຄງການດັ່ງກ່າວ ເຊິ່ງລົດລຸ້ນດັ່ງກ່າວແມ່ນລົດທີ່ມີຂາຍທົ່ວໄປ ລາຄາ 24,900ໂດລາ ສາມາດແລ່ນໄປໄກໄດ້ເຖິງ 305 km ຕໍ່ ການສາກໄຟຄັ້ງໜຶ່ງ ພ້ອມທັງເປັນລົດໄຟຟ້າທີ່ລາຄາເໝາະກັບຕະຫຼາດບ້ານເຮົາທີ່ສຸດໃນຕອນນີ້ ເຊິ່ງທັງສອງບໍລິສັດໄດ້ຈັດໂຄງການນີ້ຂຶ້ນມາພ້ອມກັບນະໂຍບາຍພິເສດຮ່ວມກັນເຊັ່ນ: ຊ່ວຍໃນເລື່ອງການເຂົ້າເຖິງສິນເຊື່ອ, ມີທຶນອຸດໜູນ, ມີສ່ວນຫຼຸດພິເສດ ແລະ ບໍລິການຫຼັງການຂາຍຈາກ ບີວາຍດີ.

ທ່ານ ສຸລິໂຍ ຜູ້ອຳນວຍການບໍລິສັດໂລກ້າໄດ້ກ່າວວ່າ, ຫຼັງຈາກທີ່ໄດ້ນຳໃຊ້ລົດໄຟຟ້າດ້ວຍຕົນເອງ, ເລື່ອງໄລຍະທາງໃນການເດີນທາງກໍບໍ່ມີບັນຫາໃດໆເລີຍ, ເຖິງວ່າ ບ້ານຂອງເພິ່ນຢູ່ແຂວງວຽງຈັນເຊິ່ງຫ່າງຈາກນະຄອນຫຼວງຢູ່ 70 KM. ຕັ້ງແຕ່ໄດ້ຫັນມາໃຊ້ລົດໄຟຟ້າກໍ່ຍັງບໍ່ມີປັນຫາໃນການເດີນທາງໄປມາ.

ທ່ານສຸລິໂຍກໍຍັງໄດ້ໃຫ້ຄຳຄິດເຫັນຕື່ມອີກວ່າ, ຫຼັງຈາກໄດ້ຊື້ລົດໄຟຟ້າມາຂັບເອງ, ກໍບໍ່ຢາກກັບໄປໃຊ້ລົດທີ່ໃສ່ນ້ຳມັນຄືເກົ່າເລີຍ ເພາະລົດໄຟຟ້າຊ່ວຍໃຫ້ປະຢັດຄ່ານ້ຳມັນໄດ້ຫຼາຍ ແລະ ກໍຫວັງວ່າຈະຊ່ວຍປະຢັດເງິນໃຫ້ແກ່ຄົນຂັບແທັກຊີຂອງໂລກ້າທີ່ຈະຫັນມາເປັນລົດໄຟຟ້າ ເພາະລົດລົດ BYD E2 ໃຊ້ເງິນຄ່າໄຟຟ້າປະມານ 45,000ກີບ ໃນການສາກໄຟຈາກ 0-100% (35KWh) ແລະ ສາມາດເດີນທາງໄດ້ 305 ກິໂລແມັດ.

ປະຈຸບັນໂລກ້າໄດ້ກາຍເປັນຜູ້ໃຫ້ບໍລິການຂົນສົ່ງທີ່ໃຫຍ່ທີ່ສຸດຂອງປະເທດລາວເຊິ່ໄດ້ເປີດໃຫ້ບໍລິການແລ້ວຢູ່ 3 ແຂວງຄື: ນະຄອນຫລວງວຽງຈັນ, ນະຄອນຫຼວງພະບາງ ແລະ ແຂວງຈຳປາສັກ. ຫຼ້າສຸດ, ບໍລິສັດໂລກ້າກໍຍັງເປັນບໍລິສັດສະຕາດອັບ ແລະ ທຸລະກິດຂະໜາດນ້ອຍທຳອິດຂອງລາວທີ່ຢູ່ໃນລາຍຊື່ 100 ບໍລິສັດຂອງເອເຊຍທີ່ໜ້າຈັບຕາ.

Related Posts

LOCA is featured on Laotiantime.com

With over 900,000 vehicles on the road and no viable public transport system...

We are partnering with Phongsavanh Insurance (APA) to insuring every ride for up to LAK 500,000,000

ພວກເຮົາເລັງເຫັນຄວາມສໍາຄັນດ້ານການບໍລິການ ແລະ ຄວາມປອດໄພ ເລີ່ມວັນທີ 1/01/2021 ເປັນຕົ້ນໄປ ທຸກໆຖ້ຽວບໍລິການຂອງໂລກ້າແທັກຊີອອນລາຍ 24ຊົ່ວໂມງ ຈະມີປະກັນໄພຄຸ້ມຄອງອຸບັດຕິເຫດສູງສຸດ 500ລ້ານກີບ ຕໍ່ 1 ອຸບັດຕິເຫດ...