ໂລກ້າ ສົ່ງຕໍ່ຂອງຂັວນສຸດພິເສດຈາກ ມິນີໂຣ ໃຫ້ແກ່ຜູ້ໃຊ້ບໍລິການໂລກ້າແທັກຊີອອນລາຍ ແຈກນ້ຳດື່ມແຮ່ທາດມິນີໂຣ ຟຣີ! ທີ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ

 

ໂລກ້າ ແລະ ມິນີໂຣ ໄດ້ຮ່ວມຈັບມືກັນສ້າງກິດຈະກຳດີໆແຈກນ້ຳດື່ມແຮ່ທາດມິນີໂຣ ເພື່ອມອບໃຫ້ແກ່ຜູ້ໃຊ້ບໍລິການ ໂລກ້າແທັກຊີ  ໄດ້ພົບກັບປະສົບການທີ່ດີທີ່ມີແຕ່ຄວາມຊົດຊື່ນຈາກມິນີໂຣ. ກິດຈະກຳໄດ້ເລີ່ມຕັ້ງແຕ່ ເດືອນຕຸລາ ຈົນຮອດ ເດືອນທັນວາ 2023.

ເຊິ່ງມີຄົນຂັບໂລກ້າ ໄດ້ເຂົ້າຮ່ວມກິດຈະກຳລວມເຖີງ 25 ຄັນ ທີ່ ນະຄອນຫຼວງວຽງຈັນ ເຖີງ 20 ຄັນ(ລົດໄຟຟ້າ) ແລະ ຫຼວງພະບາງ ອີກ 5 ຄັນ.

ມິນີໂຣ ມີຈຸດປະສົງຢາກແບ່ງປັນນ້ຳທີ່ດີທີ່ສຸດທີ່ເປັນຂອງຂັວນຈາກທຳມະຊາດ ຈາກແຫຼ່ງນ້ຳພູພຶງ ຫຼວງພະບາງ ໃຫ້ກັບທຸກທ່ານ ດ້ວຍຄວາມໂດດເດັ່ນທາງດ້ານຄຸນປະໂຫຍດ ອຸດົມໄປດ້ວຍແຮ່ທາດທຳມະຊາດຫລາຍຊະນິດ ພ້ອມກັບຄ່າ pH7 ທີ່ຊ່ວຍປັບສົມດຸນ ແລະ ເສີມພູມຄຸ້ມກັນໃຫ້ກັບຮ່າງກາຍ.​

 

ກິດຈະກຳ ໃນເດືອນ ຕຸລາ 2023 ທີ່ຜ່ານມາ, ໂລກ້າ ແລະ ມິນີໂຣ ໄດ້ແຈກນ້ຳດື່ມແຮ່ທາດມິນີໂຣໃຫ້ຜູ້ໃຊ້ບໍລິການໂລກ້າແທັກຊີຢ່າງຕໍ່ເນື່ອງ ພົບວ່າໄດ້ຮັບຄວາມສົນໃຈຈາກລູກຄ້າເປັນຈຳນວນຫຼາຍ ທັງຜູ້ໃຊ້ບໍລິການທີ່ເປັນຄົນພື້ນທີ່ເອງ ແລະ ນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວໃນລາວ ພ້ອມກັບໄດ້ຮັບຄວາມປະທັບໃຈຈາກບໍລິການທີ່ດີຂອງໂລກ້າ ແລະ ຂອງຂັວນສຸດພິເສດຈາກມິນີໂຣນີ້.

ຂໍຂອບໃຈ ທີ່ເຊື່ອໝັ້ນໄວ້ວາງໃຈ ໃຫ້ໂລກ້າ ແລະ ມິນີໂຣ ໄດ້ດູແລທ່ານໃນການເດີນທາງສຸດພິເສດນີ້.

 

Related Posts

Loca EV charger station ເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ພ້ອມໃຫ້ບໍລິການແລ້ວ!

ໂລກ້າ ເພີ່ມຈຸດສາກແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ທີ່ ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນຈຸດສາກ ທີ່ ອິ່ມສຸກ...

The 5 best Cafes for work outdoor in Vientiane, Laos

In our daily life, everyone has a different kind of places to focus...