ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24ຊົ່ວໂມງ ຢູ່ທີ່ ປາກເຊ ແຂວງຈຳປາສັກ

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ໄດ້ເປີດໃຫ້ບໍລິການແລ້ວ ທີ່ ປາກເຊ, ເຊິ່ງກ່ອນຈະມີການເປີດໂຕທີ່ ນະຄອນປາກເຊ ໂລກ້າ ໄດ້ເປີດໃຫ້ບໍລິການແລ້ວທີ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພຣະບາງ.  ແຕ່ໄວໆນີ້ ບໍລິສັດ ໂລກ້າ ຈໍາກັດ ໄດ້ຮ່ວມກັບ ບໍລິສັດ ໂຊກມີໄຊ ຈຳກັດ ຜູ້ດຽວ ເພື່ອໃຫ້ບໍລິການແທັກຊີອອນລາຍ. ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ ແລະ ກະແສທີ່ຮຽກຮ້ອງຈາກລູກຄ້າທີ່ຢູ່ຕ່າງແຂວງ ໂດຍສະເພາະແມ່ນແຂວງຈຳປາສັກ.

ການເຊັນສັນຍາ ຂອງການເປີດໂຕບໍລິການໂລກ້າ ໄດ້ຈັດຂຶ້ນໃນເວລາ 14:00ໂມງ ຂອງ ວັນທີ 29 ມິຖຸນາ 2021 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈຳປາສັກ. ເຊິ່ງໄດ້ຮັບກຽດຈາກບັນດາທ່ານທີ່ໄດ້ຮ່ວມເປັນສັກຂີພະຍານຄື: ທ່ານສຸລິຍາ ນາເຟືອງວິໄລ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ, ທ່ານ ລັດສະໄໝ ຮຸ່ງໄຊຍະສິງ ຮອງປະທານ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ຈໍາປາສັກ, ທ່ານ ສິໂຫ ຈັນທະຄູນ ຮອງຫົວໜ້າຂະແໜງການຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງຈໍາປາສັກ.

ໂດຍການຮ່ວມເຊັນສັນຍາ ດັ່ງກ່າວ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ໄດ້ກ່າວເຖິງຄວາມເປັນມາຂອງໂລກ້າ, ບໍລິການຕ່າງໆຂອງໂລກ້າ ແລະ ນຳສະເໜີເຖິງແຮງບັນດານໃຈໃນການຮ່ວມມືກັນລະຫວ່າງ ໂລກ້າ (LOCA) ພ້ອມທັງເນັ້ນວ່າ: ບໍລິສັດ ໂລກ້າ ຈຳກັດ ຂອງເຮົາໄດ້ເບິ່ງເຫັນເຖີງຄວາມຕ້ອງການຂອງລູກຄ້າທາງແຂວງຈຳປາສັກ ທີ່ຮຽກຮ້ອງຢາກເຫັນການບໍລິການແບບໃໝ່ທີ່ໜ້າສົນໃຈ ແລະ ກໍຖືວ່າເປັນກະແສຕອບຮັບທີ່ດີ. ເຮັດໃຫ້ເຮົາໄດ້ມີແນວທາງໃໝ່ໃນການຂະຫຍາຍການບໍລິການໃຫ້ແກ່ລູກຄ້າ ແລະ ໄດ້ມີ ບໍລິສັດ ໂຊກມີໄຊ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ບໍລິການຢູ່ທາງຈຳປາສັກຢູ່ແລ້ວ ໄດ້ເຫັນດີເຖີງແນວທາງ ແລະ ນະໂຍບາຍທີ່ກົງກັນຈື່ງໄດ້ລົງມັດຕິຮ່ວມເຊັນສັນຍາໃນຄັ້ງນີ້.

ສຳລັບ ທາງບໍລິສັດ ໂຊກມີໄຊ ຈຳກັດຜູ້ດຽວ, ທ່ານ ຢູຣະນັນ ລາດຊະວົງ ຮອງອຳນວຍການ ບໍລິສັດ ໂຊກມີໄຊ ໄດ້ກ່າວເຖີງແຮງບັນດານໃຈໃນການຮ່ວມມືກັບ ບໍລິສັດ ໂລກ້າ ຈຳກັດ ວ່າ: ການຮ່ວມເຊັນສັນຍາໃນຄັ້ງນີ້ ຖືວ່າເປັນປາກົດການດີທີ່ໄດ້ເກີດຂື້ນຢູ່ໃນນະຄອນປາກເຊຂອງເຮົາ ແລະ ເປັນໂອກາດດີທີ່ ບໍລິສັດ ໂລກ້າ ຈຳກັດ. ໄດ້ນຳລະບົບການໃຊ້ງານການເອີ້ນລົດແບບອອນລາຍ ເຊີ່ງເປັນທາງເລືອກໃໝ່ໃຫ້ລູກຄ້າ ທີ່ຈະເພີ່ມຄວາມສະດວກສະບາຍ ແລະ ລາຄາທີ່ໂປ່ງໃສ, ເຮົາໄດ້ຄາດຫວັງວ່າ ບໍລິສັດ ໂຊກມີໄຊ ແລະ ບໍລິສັດ ໂລກ້າ ຈະດຳເນີນຮ່ວມພັດທະນາຕໍ່ໄປດ້ວຍກັນ.

ທ່ານສຸລິຍາ ນາເຟືອງວິໄລ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໄດ້ໃຫ້ຄຳຄິດເຫັນວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າທັງສອງບໍລິສັດໄດ້ມີການຮ່ວມມື ແລະ ຮ່ວມກັນພັດທະນາການບໍລິການຂົນສົ່ງໂດຍສານ ນັບວ່າເປັນຈຸດເລີ່ມຕົ້ນຄວາມໝາຍໃໝ່ໃນການພັດທະນາການຄົມມະນາຄົມຂົນສົ່ງຂອງ ສປປ ລາວ.

ທ່ານ ລັດສະໄໝ ຮຸ່ງໄຊຍະສິງ ຮອງປະທານ ສູນບໍລິການວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງແຂວງຈຳປາສັກ ໄດ້ກ່າວວ່າ: ຮູ້ສືກຍິນດີທີ່ທຸລະກິດຂອງບໍລິສັດທັງສອງໄດ້ຕົກລົງຮ່ວມເຊັນສັນຍາຮ່ວມມືກັນລະຫວ່າງ ບໍລິສັດ ໂຊກມີໄຊ ແລະ ບໍລີສັດ ເພື່ອຈະເຮັດໃຫ້ການໃຫ້ບໍລິການເພື່ອປະຊາຊົນພາຍໃນແຂວງຈຳປາສັກ, ນັກທ່ອງທ່ຽວທັງພາຍນອກ ແລະ ພາຍໃນທີ່ຈະເຂົ້າມາໃນອານາຄົດ ເຮັດໃຫ້ການບໍລິການແທັກຊີນັ້ນດີຂື້ນກວ່າເກົ່າ ແລະ ມັນໄດ້ເປັນບາດກ້າວທີ່ສຳຄັນທີ່ສຸດ ເພື່ອໃຫ້ການພັດທະນາດ້ານການບໍລິການໃຫ້ມັນເກີດໜໍໍ່ອອກຜົນຂື້ນໄປ.

ທ່ານ ສິໂຫ ຈັນທະຄູນ ຮອງຫົວໜ້າຂະແໜງການຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງຈໍາປາສັກ ໄດ້ກ່າວວ່າ: ຮູ້ສືກດີໃຈທີ່ທັງສອງບໍລິສັດໄດ້ໃຫ້ຄວາມສົນໃຈການບໍລິການທີ່ຈະເຮັດໃຫ້ປະຊາຊົນໄດ້ມີຫຼາຍທາງເລືອກ ແລະ ສາມາດຮູ້ລາຄາທີ່ໂປ່ງໃສໄດ້.
ຫຼັງຈາກໄດ້ຮັບຄວາມຊີ້ແນະ ແລະ ຄໍາແນະນໍາຂອງແຂກຜູ້ມີກຽດທຸກທ່ານແລ້ວ ທ່ານ ສຸລິໂຍ ວົງດາລາ ອໍານວຍການບໍລິສັດ ໂລກ້າ ຈໍາກັດ ແລະ ທ່ານນາງ ພິ່ງກີ້ ທອນທົງເດດ ອໍານວຍການບໍລີສັດ ໂຊກມີໄຊ ຈໍາກັດ ຜູ້ດຽວ ໄດ້ພ້ອມກັນລົງນາມເຊັນສັນຍາການຮ່ວມມືຄັ້ງດັ່ງກ່າວ. ພິທີເຊັນສັນຍາຄັ້ງນີ້ ມີຄວາມສໍາຄັນເປັນຢ່າງຍິ່ງໃນການພັດທະນາວຽກງານບໍລິການດ້ານແທັກຊີໃນແຂວງຈໍາປາສັກ.

ນອກຈາກການເປີດໃຫ້ບໍລິການ ໃນສາຂາປາກເຊແລ້ວ, ໂລກ້າ ຍັງໄດ້ເນັ້ນເລື່ອງຂອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການ ການໂດຍສານທຸກຖ້ຽວຂອງໂລກ້າແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500,000,000 ກີບ ຈາກ ພົງສະຫວັນປະກັນໄພ (APA)
ແລະ ໂລກ້າ ຍັງມີສິດທິພິເສດ ໂດຍການໃຫ້ລູກຄ້າສາມາດສະສົມຄະແນນຈາກການໃຊ້ບໍລິການຂອງໂລກ້າເພື່ອແລກຂອງຂັວນ ແລະ ບໍລິການຕ່າງໆອີກດ້ວຍ.

ພ້ອມນີ້ ບໍລິການຂອງໂລກ້າກໍຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ).

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:

– ໂທລະສັບ: 02098111129

– Facebook: www.facebook.com/localaos

– Website: www.loca.la

Related Posts

LOCA 再次为您服务!

目前,根据老挝实施各地区不同等级的风险管控,将按各村疫情情况划分为红、黄、绿三区,而绿区在严格做好防疫措施的前提下,可外出至其他绿区。LOCA发现,我们的APP对大部分人的出行很重要,因此,LOCA再次开通服务。为了防止疫情,减低感染风险,请客户和司机注意以下事项:   请全程佩戴口罩 请用酒精消毒液消毒手部 LOCA车已安装防护膜 每辆车最多只允许2位乘客上车 司机必须在服务前测量体温 LOCA司机已接种疫苗   请您放心使用LOCA,我们永远把乘客和司机的安全放在第一位 LOCA APP 24小时约车服务...

LOCA is featured on Laotiantime.com

With over 900,000 vehicles on the road and no viable public transport system...