ໂລກ້າ ແລະ ບິສຈີຕອລ ເຜີຍໂສມສຳນັກງານໃໝ່ ພ້ອມນຳພາວົງການສະຕາດອັບ ສ້າງການປ່ຽນແປງເພື່ອສິ່ງທີ່ດີກວ່າ

ສອງບໍລິສັດສະຕາດອັບລະດັບແຖວໜ້າຂອງລາວ ບໍລິສັດ ບິສຈີຕອລ ຈຳກັດ ແລະ ບໍລິສັດ ໂລກ້າ ຈຳກັດ ໄດ້ເປີດສຳນັກງານໃໝ່ຢ່າງເປັນທາງການແລ້ວຢູ່ທີ່ອາຄານວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ ເມື່ອວັນທີ 5 ພຶດສະພາ 2022.
ໃນຖານະທີ່ເປັນບໍລິສັດສະຕາດອັບອັນດັບຕົ້ນໆຂອງລາວ, ບິສຈີຕອລ ແລະ ໂລກ້າ ໄດ້ ເຕີບໃຫຍ່ຂະຫຍາຍໂຕຢ່າງຕໍ່ເນື່ອງໃນໄລຍະ 6 ປີຂອງການດຳເນີນການ ພ້ອມທັງມີການນຳສະເໜີບໍລິການໃໝ່ໆຢູ່ເລື້ອຍໆ ໂດຍອາໄສເຕັກໂນໂລຊີດິຈິຕອນ ແລະ ຄວາມຄິດສ້າງສັນ ເພື່ອເຊື່ອມຕໍ່ລູກຄ້າເຂົ້າກັບກຸ່ມເປົ້າໝາຍຂອງພວກເຂົາ ລວມທັງອຳນວຍຄວາມສະດວກໃຫ້ແກ່ການໃຊ້ຊີວິດໃນຍຸກດິຈິຕອນ.
ບໍລິສັດ ບິສຈີຕອລ ຈຳກັດ ແລະ ບໍລິສັດ ໂລກ້າ ຈຳກັດ ຍາມໃດກໍບໍ່ເຄີຍຢຸດນິ້ງ ແລະ ດ້ວຍຈຳນວນຂອງສະມາຊິກທີ່ເພີ່ມຫຼາຍຂຶ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຂະຫຍາຍສຳນັກງານໃຫ້ກວ້າງຂວາງຂຶ້ນເພື່ອຮອງຮັບຊີວິດການເຮັດວຽກ ເພື່ອສົ່ງມອບບໍລິການທີ່ເປັນມືອາຊີບ ແລະ ມີຄຸນນະພາບ ພ້ອມສ້າງການປ່ຽນແປງເພື່ອສິ່ງທີ່ດີກວ່າ.
ກ່ຽວກັບການອອກແບບພາຍໃນ, ທ່ານ ມັງກອນເພັດ ໄຊຍະສານ ຜູ້ບໍລິຫານຝ່າຍຄວາມຄິດສ້າງສັນ (CCO) ກ່າວວ່າ “ດ້ານການເຮັດວຽກ, ທັງບິສຈີຕອລ ແລະ ໂລກ້າ ລ້ວນແລ້ວແຕ່ເປັນທີມງານໄວໜຸ່ມເປັນສ່ວນໃຫຍ່ ເຮັດໃຫ້ພະຍາຍາມອອກແບບໃນແຕ່ລະສ່ວນ ເພື່ອໃຫ້ການເຮັດວຽກ ສອດຄ່ອງກັນ, ໄປມາຫາສູ່ປະສານງານໄດ້ສະດວກຂຶ້ນ, ມີຫ້ອງປະຊຸມນ້ອຍ ແລະ ພື້ນທີ່ປຶກສາຫາລືກັນ ທີ່ເຮັດໃຫ້ທີມງານມີຄວາມສາມາດໃນການລະດົມຄວາມຄິດໄດ້ໄວຂຶ້ນ. ທີ່ຂາດບໍ່ໄດ້ແມ່ນໂຊນໂອເພນສະເປສ (ພື້ນທີ່ເປີດ) ໃນດ້ານນອກທີ່ເປັນບ່ອນພັກຜ່ອນຢ່ອນໃຈໃນ ແລະ ເຮັດກິດຈະກຳຕ່າງໆໃນລະຫວ່າງວັນ ເພື່ອພັກຜ່ອນສາຍຕາຈາກໜ້າວຽກ. ພ້ອມນັ້ນການຕົກແຕ່ງຍັງມີການນຳໃຊ້ສີສັນທີ່ສົດໃສ ແລະ ລວດລາຍຕ່າງໆທີ່ສະແດງອອກເຖິງຄວາມທັນສະໄໝນຳອີກ.”
ທ່ານ ມັງກອນ ໄຊຍະສານ, CCO ຂອງບິສຈີຕອລ ແລະ ໂລກ້າ
ບໍລິສັດ ບິສຈີຕອລ ຈຳກັດ ເປັນຜູ້ຊ່ຽວຊານດ້ານການຕະຫຼາດດິຈິຕອນ ແລະ ຜູ້ໃຫ້ຄຳປຶກສາດ້ານໄອທີ ເລີ່ມດຳເນີນການຕັ້ງແຕ່ປີ 2016 ໃຫ້ບໍລິການດ້ານການຕະຫຼາດທາງອອນລາຍແບບຄົບວົງຈອນ, ການຜະລິດວິດີໂອໂຄສະນາ, ການຖ່າຍຮູບໂຄສະນາ, ບໍລິການດ້ານເວັບໄຊ ແລະ ແອັບພລິເຄຊັນ ເປັນຕົ້ນ. ຈົນຮອດປີ 2018 ຈຶ່ງໄດ້ພັດທະນາບໍລິການໃໝ່ຂຶ້ນມາ ນັ້ນກໍຄື ໂລກ້າ ເຊິ່ງເປັນບໍລິການແທັກຊີອອນລາຍ ໃຫ້ບໍລິການ 24 ຊົ່ວໂມງ ໂດຍໃນຕອນນັ້ນຍັງເປັນຫົວໜ່ວຍທຸລະກິດໜຶ່ງຂອງ ບິສຈີຕອລ ກ່ອນທີ່ຈະມີການແຍກອອກເປັນບໍລິສັດໃໝ່ໃນຊື່ ບໍລິສັດ ໂລກ້າ ຈຳກັດ.
ທ່ານ ເຈດຕະນາ ວຽງສາລີ CEO ຂອງ ບິສຈີຕອລ ກ່າວວ່າ “ການປັບໂຕໃນໂລກປັດຈຸບັນຄືສິ່ງທີ່ສຳຄັນໃນການເຮັດທຸລະກິດໃນອະນາຄົດ ໂລກຂອງດິຈິຕອນຈະບໍ່ແມ່ນເລື່ອງທີ່ໄກໂຕອີກຕໍ່ໄປເພາະການດຳລົງຊີວິດໃນຍຸກນີ້ບໍ່ສາ ມາດປາສະຈາກເຕັກໂນໂລຊີເຫຼົ່ານີ້ໄດ້. ນັ້ນຄືຫົວໃຈຫຼັກຂອງ ບິສຈີຕອລ ທີ່ຢາກສົ່ງຕໍ່ການໃຫ້ບໍລິການທີ່ມີຄຸນນະພາບແກ່ສັງຄົມ.”
ທ່ານ ເຈດຕະນາ ວຽງສາລີ, CEO ຂອງບິສຈີຕອລ
ໃນປັດຈຸບັນ ໂລກ້າ ໄດ້ມີການພັດທະນາ ແລະ ນຳສະເໜີບໍລິການໃໝ່ໆອອກມາເລື້ອຍໆ, ນອກຈາກບໍລິການແທັກຊີອອນລາຍເຊິ່ງໃຫ້ບໍລິການໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆແລ້ວ, ໂລກ້າຍັງເປັນ Super Platform ເຊິ່ງມີບໍລິການຂົນສົ່ງເຄື່ອງດ່ວນ, ປ້າຍໂຄສະນາເຄື່ອນທີ່ເຊິ່ງຕິດກັບລົດ ແລະ ເທິງເຮືອບິນ, ບໍລິການເຊົ່າລົດ, ບໍລິການແບ່ງປັນລົດ, ບໍລິການຕູ້ສາກລົດໄຟຟ້າ, ຊື້ປະກັນໄພແບບອອນລາຍ ແລະ ອື່ນໆອີກຫຼາຍຢ່າງທີ່ຈະມີການເປີດໃຫ້ບໍລິການໃໝ່ໃນອະນາຄົດ.
ທ່ານ ສຸລິໂຍ ວົງດາລາ CEO ຂອງ ໂລກ້າ ກ່າວວ່າ “ການສ້າງພື້ນຖານໂຄງລ່າງທາງດິຈິຕອນ ເປັນສິ່ງທີ່ສຳຄັນໃນການຂັບເຄື່ອນປະເທດຊາດໄປສູ່ເສດຖະກິດດິຈິຕອນ. ພ້ອມກັນນີ້ ໂລກ້າ ຕັ້ງເປົ້າໝາຍໄວ້ວ່າ ຢາກຈະຢຸດນຳໃຊ້ລົດນໍ້າມັນໃນການບໍລິການລົດແທັກຊີ ແລະ ຫັນປ່ຽນເປັນລົດໄຟຟ້າ 100% ພາຍໃນອະນາຄົດອັນໃກ້.”
ທ່ານ ສຸລິໂຍ ວົງດາລາ, CEO ຂອງໂລກ້າ
ນອກຈາກນັ້ນແລ້ວ, ທ່ານ ນາງ ພອນປະສົງ ມີຊັບ ເຊິ່ງເປັນໜຶ່ງໃນຄະນະບໍລິຫານຂອງທັງສອງບໍລິສັດ ກໍ່ໄດ້ກ່າວປິດທ້າຍຕື່ມວ່າ “ບໍລິສັດຂອງພວກເຮົາພ້ອມແລ້ວທີ່ຈະເປີດຮັບໂອກາດໃນການລົງທຶນຈາກນັກລົງທຶນທັງພາຍໃນ ແລະ ພາຍນອກ. ໃນຂະນະດຽວກັນນັ້ນ ພວກເຮົາຍັງພ້ອມພິຈາລະນາທີ່ຈະລົງທຶນໃນສະຕາດອັບໃໝ່ໆເຊັ່ນດຽວກັນ.”
ທ່ານນາງ ພອນປະສົງ ມີຊັບ, ໜຶ່ງໃນຄະນະບໍລິຫານຂອງບິສຈີຕອລ ແລະ ໂລກ້າ
ສຳນັກງານໃໝ່ຂອງ ບິສຈີຕອລ ແລະ ໂລກ້າ ຕັ້ງຢູ່ຊັ້ນ 7 ຂອງອາຄານວຽງຈັນພລາຊ່າ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ໂດຍໄດ້ ບໍລິສັດ ດີໂປຣ ແອັດເວີທາຍຊິງ ຈຳກັດ (dPro Advertising) ເປັນຜູ້ອອກແບບ ແລະ ຕົກແຕ່ງພາຍໃນໃຫ້.

Related Posts

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

 老挝万象市和琅勃拉邦省可以使用LOCA了!LOCA线上叫车,24小时为您服务!

目前,LOCA有400多位司机,且不断增长。LOCA在老挝的车辆最大,服务范围最广。LOCA关注每位客户的行程,公正的价格。我们有系统跟随车辆,您可以放心使用LOCA。LOCA认真检查司机的简历,每次都会严格培训司机使用APP和驾车安全才允许司机接送客户。 LOCA支持多种方式付款,客户可以通过现金,VISA卡和Master卡来付款。另外,LOCA还有LOCA钱包(LOCA WALLET),在BCEL ONE和支付宝充值LOCA钱包,然后就可以进行支付了。   叫车的步骤:通过LOCA线上叫车,简单接送客户到达目的地。   备注:LOCA叫车使用GPS技术计算出总行程的价格。该系统会计算出公平清晰的价格。司机会按照这个价格跟客户收款,不允许司机外收客户的钱,您可以安心使用LOCA。 大家开始认识LOCA了,但可能有一部分人可能对LOCA的服务有怀疑。今天我们来介绍大家怎么用LOCA APP叫车。步骤顺序如下: 一、下载APP。在手机iOS版(Apple Store)在和Android版(Play Store)搜索...