ໄປວັງວຽງ ໄປເຮັດຫຍັງແດ່?

 

1. ປີນຜາ

ການ​ປີນ​ໄຕ່​ຕາມ​ຜາ​ກໍ່ແມ່ນ​ການ­ທ່ອງ­ທ່ຽວ​ທີ່​ມີ​ລັກ­ສະ­ນະ​ທ້າ​ທາຍ​ອີກ​ຢ່າງ​ຫນຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ສູງ​ຈາກ ບັນ­ດາ​ນັກ​ທ່ອງ​ທ່ຽວ​ຈຳ­ນວນຫຼາຍ​.

ເພາະ​ການ­ທ່ອງ­ທ່ຽວ​ລັກສະ​ນະ​ນີ້ ຕ້ອງ​ໃຊ້​ຄວາມ​ອົດ­ທົນ ແລະ ມີ​ສະ­ມາ­ທິ​ສູງ.

ແຕ່ຕອນປີນຜາ ຢ່າລືມພົກນ້ຳໄປນຳຫຼາຍໆຕຸກເດີ້ ດຽວປີນຂຶ້ນໄປຈອມພູ ເມື່ອຍແລ້ວບໍ່ມີນ້ຳກິນ.

ໃຜທີ່ມັກກິດຈະກຳທີ່ທ້າທາຍແບບນີ້ຕ້ອງຈັດແລ້ວ.

 

 

2. ໄປຕັ້ງແຄ້ມ

ເຂົ້າຍາມໜາວແບບນີ້ ຫຼັງຈາກປີນຜາແລ້ວເຊື່ອເລີຍວ່າທຸກຄົນກໍຕ້ອງຢາກມາຕັ້ງແຄ້ມກໍ່ກອງໄຟຕ້ານລົມໜາວ.

ສູດເອົາອາກາດທີ່ບໍລິສຸດ ພ້ອມກໍ່ກອງໄຟອ້ອມໄປດ້ວຍໝູ່ເພື່ອນ, ແຊຣ໌ປະສົບການຊີວິດທີ່ເຄິຍຜ່ານມາ ເວົ້າແບບນີ້ແລ້ວຢາກໄປທັນທີເລີຍ.

ເດິກແລ້ວກໍນອນໃນເຕັ້ນ ໄດ້ຮັບອາກາດທີ່ສົດຊື່ນບໍລິສຸດ, ມີໃຜຮັກບັນຍາກາດແບບນີ້ຄືກັບແອັດມິນແດ່ ບອກກັນແດ່ເດີ້.

 

3. ໄປຫຼິ້ນບູລາກູນ

ໄປວັງວຽງເທື່ອໃດກໍຕ້ອງບໍ່ພາດກັບການຫຼິ້ນບູລາກູນກັນແນ່ນອນ ບໍ່ວ່າຈະເປັນການລ່ອງເຮືອ, ການຫຼິ້ນນ້ຳ, ເຫັນພາບແລ້ວຮູ້ສຶກຢາກໄປເລີຍ.

ຕາມພາບເຫັນໄດ້ເລີຍວ່າ ແມ່ນໍ້າມີນໍ້າໃສ ແລະ ເຢັນໄຫຼ່ຜ່ານ, ເມື່ອທ່ານໄປທີ່ນັ້ນທ່ານຈະໄດ້ສໍາຜັດກັບທໍາມະຊາດ, ໄດ້ສູດອາກາດທີ່ບໍລິສຸດ.

ຊື່ນຊົມໄປກັບທຳມະຊາດທີ່ແທ້ຈິງ…

 

4. ໄປລ່ອງເຮືອ

ການຜະຈົນໄພກັບນ້ຳບໍ່ວ່າຈະເປັນການ ຫຼິ້ນນ້ຳ, ລ່ອງເຮືອ ແມ່ນຟິນສຸດໆ  ຂໍບອກເລີຍວ່າຕອນຫຼິ້ນແລ້ວບໍ່ຢາກຢຸດເລີຍລະ.

 

5.  ໄປຂີ່ສະລິງ

ເຊື່ອເລີຍວ່າກິດຈະກຳນີ້ທຸກຄົນຢາກຫຼິ້ນແຕ່ກໍມີຄວາມຢ້ານພໍສົມຄວນ.

ກວ່າຈະຕັດສິນໃຈໃຫ້ສະລິງປ່ອຍອອກໄດ້ ທຳໃຈໄປຫຼາຍເຕີບໜຶ່ງເລີຍ 555.

ໃຜທີ່ຍັງບໍ່ເຄີຍຫຼິ້ນ ຕ້ອງລອງຈັກຄັ້ງໃນຊິວິດແລ້ວລະ.

 

6. ໄປຫຼິ້ນຖ້ຳ

ກິດຈະກຳຂອງນັກຜະຈົນໄພທີ່ແທ້ຈິງ ຕ້ອງຢ່າລືມໄປຫຼິ້ນຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູ​ຄຳ, ຖ້ຳນ້ຳ, ​ຖ້ຳນອນ ​ແລະ​ຜາຕັ້ງ.

ໄປຊົມຄວາມສວຍສົດງົດງາມຂອງຖໍ້າ ແລະ ໄປໄຫວ້ພຣະ ອີ່ມອົກ, ອີ່ມໃຈ, ອີ່ມບຸນ ແລະ ສຸກໃຈສຸດໆ.

 

7. ໄປງານວັງວຽງ Music Festival 2020

ຫັ່ນແນ່ ຮູ້ເດີ້ວ່າເພິ່ນບໍ່ພາດຈັກປີເລີຍໃນການໄປງານວັງວຽງແມ່ນບໍ່??

ງານນີ້ໄດ້ທັງຄວາມມ່ວນ, ຄວາມມັນ, ມິດຕະພາບໃໝ່ໆ  ແລະ ຄວາມເປັນທຳມະຊາດທ່າມກາງຄອນເສີດທີ່ມີແສງ, ສີ, ສຽງ.

ຈະຖ້າເຮັດຫຍັງ? ຕ້ອງອອກໄປເອົາປະສົບການແບບນີ້ແລ້ວລະ.

ແຕ່ວ່າຍັງບໍ່ທັນມີລົດແມ່ນບໍ່? ລົດໝູ່ກະເຕັມ, ຊວນໝູ່ໄປກໍວ່າຈະໄປກັບແຟນ ເຮີ້~ ຕ້ອງນີ້ເລີຍ.

 

ພິເສດສຸດໆ!

ສຳລັບໃຜທີ່ຢາກທົວວັງວຽງແບບຈຸໃຈແບບນີ້ ແຕ່ບໍ່ຮູ້ຈະໃຊ້ບໍລິການໃດດີ ພວກເຮົາຂໍແນະນຳ ໂລກ້າໂກຣ ບໍລິການລົດຕູ້ພ້ອມຄົນຂັບ.

ຄົນຂັບສຸພາບ, ລົດສະອາດ, ໄປໄດ້ເຖິງ 14 ຄົນ/ຄັນ ຫານກັນແບບສະບາຍສະບາຍ! ຢາກໄປທ່ຽວບ່ອນໃດຂອງຫຼວງພະບາງກໍໄປໄດ້ພຽງແຕ່ບອກຄົນຂັບວ່າຢາກໄປໃສ ຕັ້ງແຕ່ 8ໂມງເຊົ້າ ຮອດ 9ໂມງແລງ. ບໍລິການເຊົ່າລົດຕູ້ດີໆແບບນີ້ພາດໄດ້ແນວໃດ! ເຊົ່າລົດມື້ນີ້ ແຖມຟຣີ ເບຍ 2 ແກັດ ເມື່ອທ່ານຮອດວັງວຽງ!! ແລະ ຖ້າທ່ານຍັງບໍ່ມີປີ້ເຂົ້າງານສາມາດຊື້ປີ້ເຂົ້າງານກັບເຮົາໄດ້ເລີຍໃນລາຄາ 50,000ກີບ/1ປີ້ ເທົ່ານັ້ນ!

 

 

ມາເບິ່ງແພັກເກດກັນເລີຍວ່າມີແພັກເກດໃດແດ່.

Package ທຳອິດ

 ໄປ 2 ມື້ 1 ຄືນ ລາຄາ 1,560,000ກີບ, ຕົກຄົນລະ 112,000 ກີບເທົ່ານັ້ນ. ໄປໄດ້ 14 ຄົນ ແຖມຟຣີ ເບຍລາວ 1 ແກັດ.

 

Package ທີສອງ

ໄປ 3 ມື້ 2 ຄືນ ລາຄາ 2,080,000 ກີບ, ຕົກຄົນລະ 149,000ກີບເທົ່ານັ້ນ. ໄປໄດ້ 14 ຄົນ, ແຖມຟຣີ ເບຍລາວ 2 ແກັດ.

 

ໄປກັບເຮົາດີຫຍັງແດ່?

ໂທສອບຖາມຂໍ້ມູນເພີ່ມເຕີມເລີຍທີ່: 020 98111129.

ຕິດຕາມລາຄາໄດ້ທີ່ແອັບ Loca GRO. ດາວໂຫຼດໄດ້ທັງ IOS ແລະ  Android.

 

Facebook Page ກໍມີເຊັ່ນດຽວກັນພຽງແຕ່ຄົ້ນຫາຄຳວ່າ Locagro (ຕາມຮູບລຸ່ມນີ້):

ແລະ ກົດຕິດຕາມ ພຽງເທົ່ານີ້ທ່ານກໍບໍ່ພາດຂ່າວສານດີໆຈາກທາງ Page ແລ້ວ!

 

ຢາກເຊົ່າລົດ, ບໍລິການດີໆ, ລາຄາເປັນກັນເອງ, ຢ່າລືມຄິດຫາໂລກ້າໂກຣເດີ້!

ຂອບໃຈທີ່ອ່ານກັນມາຮອດນີ້ ຕໍ່ໄປຈະມີສະຖານທີ່ໃດແດ່ ຢ່າລືມຕີດຕາມພວກເຮົາໄວ້ເດີ້!

Related Posts

ຂັ້ນຕອນ LOCA ເລືອກຄົນຂັບ ເພື່ອການບໍລິການທີ່ດີທີ່ສຸດ ແລະ ເພື່ອຄວາມປອດໄພ ຂອງຜູ້ໂດຍສານ

ຫຼາຍຄົນອາດຈະສົງໄສວ່າໂລກ້າມີມາດຕະຖານ ແລະ ຂັ້ນຕອນໃນການຄັດເລືອກຄົນຂັບແນວໃດ ເຊິ່ງ ຄົນຂັບທີ່ຈະມາຂັບໃຫ້ໂລກ້າໄດ້ນັ້ນຕ້ອງມີເອກະສານຄົບ ແລະ ຜ່ານການກວດສອບຫຼາຍຂັ້ນຕອນ ສະນັ້ນ ລູກຄ້າໝັ້ນໃຈໄດ້ເລີຍວ່າ ອຸ່ນໃຈ ປອດໄພ ໄປກັບໂລກ້າ ແນ່ນອນ.

Loca EV charger statio ທີ່ The Kao ພ້ອມໃຫ້ບໍລິການສາກລົດໄຟຟ້າພ້ອມກັນເຖິງ 4 ຄັນ!

  ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້  ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ ...