Loca EV charger station ທີ່ ພູຫົວໂລ້ນ ໄຊສົມບູນ ພ້ອມເປີດໃຫ້ບໍລິການແລ້ວ ມອບຄວາມອຸ່ນໃຈໃຫ້ກັບນັກເດີນທາງດ້ວຍລົດໄຟຟ້າ ໂລກ້າ ໄດ້ຕິດຕັ້ງຕູ້ສາກເພີ່ມໃໝ່ 1 ຕູ້ ທີ່ ໂຮງແຮມນິວຊີແລນ ແຂວງໄຊສົມບູນ ເປັນຕູ້ທີ່ໃຫ້ກຳລັງໄຟ 120 ກິໂລວັດ ສາມາດສາກພ້ອມກັນໄດ້ 2 ຄັນ, ໂດຍມີທັງຫົວສາກລົດໂຊນຢູໂຣບ CCS 2 ແລະ ລົດໂຊນເອເຊຍ GB/T. ຕູ້ສາກຈຸດທີ 38 ແມ່ນຕັ້ງຢູ່ທີ່ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ສາມາດເຂົ້າໄປພັກຜ່ອນ ທີ່ໂຮງແຮມນິວຊີແລນ ສະອາດ ພ້ອມວິວທີ່ສວຍງາມ ບໍລິເວນໃກ້ຄຽງຍັງມີ ຮ້ານ…
Loca EV charger station ທີ່ EVX Auto Import Laos ເປີດໃຫ້ບໍລິການແລ້ວ ໂລກ້າ ໄດ້ຕິດຕັ້ງຕູ້ສາກເພີ່ມໃໝ່ 1 ຕູ້ ທີ່ EVX Auto Import Laos ເປັນຕູ້ທີ່ໃຫ້ກຳລັງໄຟສູງເຖິງ 240 ກິໂລວັດ ສາມາດສາກພ້ອມກັນໄດ້ເຖິງ 4 ຄັນ, ໂດຍມີທັງຫົວສາກລົດໂຊນຢູໂຣບ CCS 2 ແລະ ລົດໂຊນເອເຊຍ GB/T. ຕູ້ສາກຈຸດທີ 35 ແມ່ນຕັ້ງຢູ່ທີ່ EVX Auto Import Laos ທີ່ ບ້ານດອນກອຍ…
ມອບຄວາມອຸ່ນໃຈໃຫ້ກັບນັກເດີນທາງດ້ວຍລົດໄຟຟ້າ ໂລກ້າ ໄດ້ຕິດຕັ້ງຕູ້ສາກເພີ່ມໃໝ່ 1 ຕູ້ ທີ່ ຕະຫຼາດທາງແບ່ງຫຼັກ20 ແຂວງບໍລິຄຳໄຊ ເປັນຕູ້ທີ່ໃຫ້ກຳລັງໄຟ 120 ກິໂລວັດ ສາມາດສາກພ້ອມກັນໄດ້ 2 ຄັນ, ໂດຍມີທັງຫົວສາກລົດໂຊນຢູໂຣບ CCS 2 ແລະ ລົດໂຊນເອເຊຍ GB/T. ຕູ້ສາກຈຸດທີ 34 ແມ່ນຕັ້ງຢູ່ທີ່ ຕະຫຼາດທາງແບ່ງຫຼັກ 20 ທີ່ ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ ໂດຍໃນລະຫວ່າງທີ່ກຳລັງສາກລົດ ສາມາດຍ່າງຫຼີ້ນເລືອກຊື້ເຄື່ອງກັບຮ້ານຄ້າຫຼາກຫຼາຍໃນຕະຫຼາດ ແລ້ວກໍຍັງມີ ຮ້ານອາຫານໃຫ້ທ່ານໄດ້ນັ່ງກິນເຂົ້າພັກຜ່ອນອີກດ້ວຍ. ສະຖານທີ່ສາກ: https://maps.app.goo.gl/4thGzwYXyjVeiiTZ8 ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ ເບີ່ງສະຖານະຕູ້ສາກແບບ Online ກວດປະຫວັດການສາກຄືນໄດ້ ສະແດງຜົນການສາກແບບ…
ເພີ່ມຄວາມອຸ່ນໃຈໃຫ້ກັບນັກເດີນທາງດ້ວຍລົດໄຟຟ້າ, ໂລກ້າ ໄດ້ຕິດຕັ້ງຕູ້ສາກເພີ່ມໃໝ່ລວມເປັນ 2 ຕູ້ ສາມາດສາກພ້ອມກັນໄດ້ແລ້ວເຖິງ 4 ຄັນ. ເປັນຕູ້ທີ່ໃຫ້ກຳລັງໄຟ 120 ກິໂລວັດ ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ( ມີ 1 ຫົວສາກ) ແລະ ເອເຊຍ GB/T ( ມີ 3 ຫົວສາກ). ຕູ້ສາກແມ່ນຕັ້ງຢູ່ທີ່ຮ້ານ JJ Homemade bakery ທີ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນລະຫວ່າງທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການຮ້ານ JJ Homemade bakery ໄດ້…
ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ ສຸລິໂຍ ວົງດາລາ, ຜູ້ອຳນວຍການບໍລິສັດໂລກ້າ ໄດ້ກ່າວໃນງານເຖິງແຜນການການຫັນປ່ຽນບໍລິການແທັກຊີໃນລະບົບຂອງໂລກ້ານັ້ນ ໃຫ້ເປັນລົດໄຟຟ້າໃຫ້ໄດ້ທຸກຄັນພາຍໃນປີ 2030, ໂດຍໃນປີ 2022 ນີ້ແມ່ນໄດ້ຕັ້ງເປົ້າໄວ້ທີ່ 30 ຄັນ. ໃນໂຄງການຫັນປ່ຽນເປັນລົດໄຟຟ້າທັງໝົດນັ້ນ, ໂລກ້າຈະມີການປ່ອຍເປັນສິນເຊື່ອເພື່ອໃຫ້ຄົນຂັບໂລກ້ານັ້ນ ສາມາດມາຜ່ອນເອົາລົດໄຟຟ້າໄປຂັບໄດ້ ເພື່ອເຮັດໃຫ້ຕົ້ນທຶນທີ່ຖືກລົງ ແລະ ຄົນຂັບເອງກໍຈະມີລາຍໄດ້ທີ່ຫຼາຍຂຶ້ນເພື່ອສາມາດລ້ຽງຄອບຄົວໄດ້. ໃນເປົ້າໝາຍໄລຍະຍາວນັ້ນ, ພວກເຮົາຢາກທີ່ຈະສ້າງລະບົບນິເວດຂອງບໍລິການແທັກຊີທີ່ສ້າງມົນລະພິດເປັນສູນໃຫ້ໄດ້ 100% ເຊິ່ງເລີ່ມຕັ້ງແຕ່ການຕິດຕັ້ງລະບົບເກັບພະລັງງານຈາກແສງອາທິດ ຫຼື Solar Cells ທີ່ສາມາດສ້າງພະລັງງານໄຟຟ້າໃຫ້ກັບຕູ້ສາກລົດໄຟຟ້າຂອງໂລກ້າ ແລະ ສຸດທ້າຍກໍນຳມາເປັນພະລັງງານສາກໃຫ້ກັບລົດໄຟຟ້າທັງລົດຂອງຄົນທົ່ວໄປ…
ກະແສການນຳໃຊ້ລົດໄຟຟ້າໃນປະເທດລາວແມ່ນນັບມື້ນັບສູງຂຶ້ນເນື່ອງມາຈາກປັດໄຈຫຼາຍໆຢ່າງທີ່ເກີດຂຶ້ນ ເຊິ່ງບໍລິສັດໂລກ້າພວກເຮົາກໍເຫັນເຖິງທ່າແຮງໂຕນີ້ເຊັ່ນກັນ ຈຶ່ງໄດ້ເລີ່ມທີ່ຈະມີນະໂຍບາຍໃນການເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນ ຈາກທີ່ແຕ່ເດີມນັ້ນ ລ້ວນແຕ່ເປັນລົດທີ່ໃຊ້ພະລັງງານນ້ຳມັນ ໃຫ້ກາຍມາເປັນລົດໄຟຟ້າທີ່ໃຫ້ບໍລິການແທັກຊີໂລກ້າທຸກໆຄັນ ໂດຍຕັ້ງເປົ້າໝາຍທີ່ຈະບັນລຸຄວາມສຳເລັດນີ້ໃຫ້ໄດ້ພາຍໃນປີ 2030. ການນຳໃຊ້ລົດໄຟຟ້ານັ້ນ, ນອກຈາກຈະຊ່ວຍປະຢັດຕົ້ນທຶນໃຫ້ແກ່ຄົນຂັບໂລກ້າ ເພາະລາຄາສາກໄຟລົດທີ່ຖືກກວ່າຄ່າເຕີມນ້ຳມັນແລ້ວ ການນຳໃຊ້ລົດໄຟຟ້າຍັງສາມາດຫຼຸດຜ່ອນການເຜົາໄໝ້ນ້ຳມັນ ແລະ ຫຼຸດຜ່ອນການປ່ອຍ CO2 ທີ່ອອກມາຈາກຕົວລົດໄດ້ອີກດ້ວຍ. ໂດຍໃນປັດຈຸບັນ, ໂລກ້າແມ່ນມີລົດໄຟຟ້າໃຫ້ບໍລິການແທັກຊີແລ້ວ 5 ຄັນ ຈາກແທັກຊີທັງໝົດຂອງໂລກ້າ 600 ຄັນ, ຮັບ-ສົ່ງຜູ້ໂດຍສານແລ້ວເປັນໄລຍະທາງທັງໝົດຫຼາຍກວ່າ 18,912 ກິໂລແມັດ ແລະ ສາມາດຫຼຸດຜ່ອນການປ່ອຍ CO2 ໄດ້ເຖິງ 4,352 ກິໂລກຣາມ. ພວກເຮົາໄດ້ເລີ່ມທີ່ຈະຊຸກຍູ້ຄົນຂັບແທັກຊີຂອງຕົນໃຫ້ຫັນມາໃຊ້ເປັນລົດໄຟຟ້າໃນການບໍລິການ ໂດຍໃຫ້ທັງຄຳແນະນຳ, ການໃຫ້ຄວາມຮູ້ເລື່ອງລົດໄຟຟ້າຕ່າງໆ ລວມທັງໃຜທີ່ມີລົດໄຟຟ້າຢູ່ແລ້ວກໍສາມາດມາເຂົ້າຮ່ວມເປັນແທັກຊີ ເພື່ອສ້າງລາຍໄດ້ໃຫ້ກັບຕົວເອງ ແລະ ທັງຍັງສ້າງການຂັບຂີ່ເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ…