ໂລກ້າເປີດໂຕ 2 ບໍລິການໃໝ່! Loca Car Share ແລະ Loca Car Rental ເພື່ອການເດີນທາງຂອງເຈົ້າທີ່ສະດວກສະບາຍຍິ່ງຂຶ້ນ

ໂລກ້າເປີດໂຕ 2 ບໍລິການໃໝ່! Loca Car Share ແລະ Loca Car Rental ເພື່ອການເດີນທາງຂອງເຈົ້າທີ່ສະດວກສະບາຍຍິ່ງຂຶ້ນ. Loca Car Share ບໍລິການແຊຣ໌ລົດອອກຕ່າງແຂວງ ສຳລັບຄົນທີ່ຈະຂັບລົດອອກໄປຕ່າງແຂວງຢູ່ແລ້ວ ກໍສາມາດເປີດແຊຣ໌ລົດຂອງຕົວເອງ ແລະ ຮັບຄົນທີ່ຈະໄປທາງດຽວກັນໄດ້ເລີຍ ເພື່ອຫາໝູ່ຮ່ວມທຣິບ ແລະ ຫານຄ່ານ້ຳມັນໄປກັນຕະຫຼອດການເດີນທາງ ຫຼື ຄົນທີ່ຢາກຈະໄປຕ່າງແຂວງແຕ່ບໍ່ມີລົດ ກໍສາມາດເລືອກຮ່ວມໂດຍສານໄປກັບຄົນທີ່ຈະໄປແຂວງນັ້ນຢູ່ແລ້ວກໍໄດ້. ບໍລິການ Loca Car Share ຍັງມີຄວາມປອດໄພສູງ ເພາະທັງຄົນຂັບລົດ ແລະ ຄົນຮ່ວມໂດຍສານເອງນັ້ນ ຈະຕ້ອງມີການລົງທະບຽນ KYC ໂດຍການໃຊ້ເອກະສານແທ້ໃນການຢັ້ງຢືນຕົວຕົນ ລວມທັງ Loca Car Share…