ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ໃນ Loca Rewards ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane

ໂລກ້າມີຮ້ານມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນອີກແລ້ວເດີ ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane ທີ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶື່ງໃນການໃຫ້ບໍລິການແກ່ລູກຄ້າໂລກ້າ ໃຜທີ່ຍັງບໍ່ໄດ້ໄປແມ່ນຕ້ອງໄດ້ປັກໝຸດໄວ້ເຊັກອິນ! ທັງສອງຮ້ານແມ່ນມີເອກະລັກສະເພາະໂຕ ເປັນຄວາມແຕກຕ່າງທີ່ລົງໂຕດ້ວຍສະເໜ່ຂອງອາຫານ ເຄື່ອງດື່ມ ແລະ ບັນຍາກາດຂອງຮ້ານ ຖືວ່າເປັນຮ້ານທີ່ຕ້ອງເກັບໄວ້ໃນລິຊກັນເລີຍທີ່ດຽວ ຮ້ານທຳອິດທີ່ໂລກ້າແນະນຳກໍ່ຄືຮ້ານ Vang Café & Restaurant Vang Café & Restaurant ເປັນຮ້ານອາຫານສໄຕສ໌ຈີນ ແລະ ມີຫຼາກຫຼາຍເມນູ ບໍ່ຈຳເປັນໄປໃສໄກ ຮ້ານແມ່ນຢູ່ວັງຊາຍນີ້ເອງ ການຕົກແຕ່ງຮ້ານບໍ່ເວົ້າເຖີງແມ່ນບໍ່ໄດ້ ເພາະມີເອກະລັກບໍ່ຄືໃຜແນ່ນອນ ອາຫານນີ້ບອກໄດ້ເລີຍວ່າແຊບບບ ສ່ວນເຄື່ອງດື່ມ ຍັງມີໂຊນຄາເຟ່ສຳລັບຄົນດື່ມກາແຟ ໃຜທີ່ເປັນສາຍດື່ມທາງຮ້ານຍັງມີ ຊັ້ນສອງທີ່ເປັນບາຣ໌ ໄດ້ໃຫ້ລູກຄ້ານັ່ງຊິວອີກດ້ວຍ…