ສາກໄວ 10ນາທີ ໄປໄດ້ 160ກິໂລແມັດ! ໂລກ້າເລີ່ມເລັ່ງຂະຫຍາຍຕູ້ສາກລົດໄຟຟ້າແບບສາກໄວ ໃຫ້ສາມາດເດີນທາງຕັ້ງແຕ່ ວັງວຽງເຖິງປາກເຊ ໂດຍບໍ່ຕ້ອງຄ້າງຄືນ!

fໂລກ້າເລີ່ມເລັ່ງຕິດຕັ້ງຕູ້ສາກແບບໄວແລ້ວ ເຊິ່ງຕອນນີ້ແມ່ນໄດ້ເພີ່ມຈຸດສາກແລ້ວທີ່ໂຮງແຮມອິນທິຣາວັງວຽງ (ວັງວຽງ) ແລະ ທີ່ຮ້ານອາຫານ The Kao ໃກ້ກັບລາວໄອເຕັກ ໂດຍຈະເລີ່ມຕິດຕັ້ງຢ່າງຕໍ່ເນື່ອງໄລ່ລົງໄປຈົນເຖິງປາກເຊ ເຮັດໃຫ້ຜູ້ໃຊ້ລົດໄຟຟ້າສາມາດເດີນທາງໄດ້ແບບບໍ່ສະດຸດແນ່ນອນ.

ຕູ້ສາກລົດໄຟຟ້ານັ້ນ ແມ່ນເປັນຕູ້ທີ່ມີກຳລັງໄຟສູງເຖິງ 120 ກິໂລວັດ ທີ່ສາມາດສາກລົດໄຟຟ້າພຽງ 10 ນາທີ ກໍສາມາດເດີນທາງໄປຕໍ່ໄດ້ອີກ 160 ກິໂລແມັດ* ກຽມພ້ອມທຸກການເດີນທາງ. ຕູ້ສາກໂລກ້າຍັງມີທັງຫົວສາກແບບ GB/T ທີ່ຮອງຮັບລົດໄຟຟ້າຈາກປະເທດຈີນ ແລະ ຫົວສາກ CCS Type 2 ທີ່ຮອງຮັບລົດໄຟຟ້າຈາກຢູໂຣບ ລວມທັງລົດໄຟຟ້າໃນອາຊຽນອີກດ້ວຍ ເຊິ່ງກໍໝັ້ນໃຈໄດ້ເລີຍວ່າ ຕູ້ສາກລົດໄຟຟ້າແບບໄວຈາກໂລກ້າ ສາມາດຮອງຮັບລົດໄຟຟ້າໃນສ່ວນໃຫຍ່ເກືອບທຸກຍີ່ຫໍ້ຢ່າງແນ່ນອນ.

ໂດຍໃນຕອນນີ້, ໂລກ້າແມ່ນມີຈຸດຕູ້ສາກລົດໄຟຟ້າແລ້ວທັງໝົດ 3 ຈຸດ ເຊິ່ງປະກອບມີຢູ່ທີ່: ໂຮງແຮມວຽງຈັນພລາຊາ ນະຄອນຫລວງວຽງຈັນ, ຮ້ານອາຫານ The Kao ນະຄອນຫລວງວຽງຈັນ, ໂຮງແຮມອິນທິຣາວັງວຽງ ແລະ ໂລກ້າເອງກໍເລີ່ມເລັ່ງໃນການຕິດຕັ້ງຈຸດຕູ້ສາກບ່ອນອື່ນໆຢ່າງເຕັມທີ່ ໂດຍຈະມີສະຖານີຕັ້ງແຕ່ ວັງວຽງ, ວຽງຈັນ, ປາກຊັນ, ທາງແບ່ງຫຼັກ 20, ທ່າແຂກ, ສະຫວັນນະເຂດ, ທາງແບ່ງນາປົ່ງ ໄປຈົນເຖິງ ປາກເຊ ເຊິ່ງຜູ້ໃຊ້ລົດໄຟຟ້າເອງກໍສະບາຍໃຈໄດ້ເລີຍວ່າ ຕໍ່ໄປນີ້ຈະສາມາດຂັບລົດລົງແຕ່ເໜືອຮອດໃຕ້ໄດ້ແລ້ວແບບສະບາຍໃຈ ເພາະມີຕູ້ສາກລົດໄຟຟ້າແບບໄວຈາກໂລກ້າ.

ໃນການໃຊ້ງານຕູ້ສາກໂລກ້ານັ້ນ ແມ່ນສາມາດໃຊ້ງານໄດ້ງ່າຍໆຜ່ານແອັບ Loca EV ເຊິ່ງຈະຮວບຮວມເອົາທຸກການໃຊ້ງານຕູ້ສາກໂລກ້າໄວ້ທີ່ແອັບດຽວ ບໍ່ວ່າຈະເປັນການສາກລົດ, ຈ່າຍຄ່າສາກລົດຜ່ານລະບົບບັດ Credit ຫຼື ຈະເປັນການເຕີມເງິນຜ່ານ BCEL ONE, ຈອງຕູ້ສາກລົດກ່ອນໄປຮອດ ລວມທັງເບິ່ງຈຸດພິກັດຕູ້ສາກໂລກ້າໄດ້ທຸກຕູ້ທົ່ວປະເທດລາວ.

​ດາວໂຫຼດແອັບ Loca EV ເພື່ອບໍ່ພາດການໃຊ້ງານຕູ້ສາກໂລກ້າໄດ້ທີ່:

iOS: https://link.loca.la/LOCA-EV_appstore

Android: https://link.loca.la/LOCA-EV_playstore

Website: https://link.loca.la/ev 

*ໄລຍະທາງຂຶ້ນກັບລົດໄຟຟ້າແຕ່ລະລຸ້ນ ແລະ ຍີ່ຫໍ້

Related Posts

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

Explore “Buddha Park” by Yourself with the New Interesting “Audio Tour” Experience.

Xieng Khuan Cultural Park, or commonly known as Buddha Park is a sculpture...