ໂລກ້າເປີດບໍລິການລົດກະບະໃນແອັບພລີເຄຊັ້ນແລ້ວ!

ມື້ນີ້ ໂລກ້າ ພູມໃຈນໍາສະເໜີບໍລິການໃໝ່ຂອງພວກເຮົາ ນັ້ນກໍຄື Pickup Truck service (ບໍລິການລົດກະບະ).

ເນື່ອງຈາກໃນປີທີ່ຜ່ານມານີ້ ລຸກຄ້າຈໍານວນຫຼາຍໃຊ້ບໍລິການຂອງພວກເຮົາ ແລະ ມີຄວາມຕ້ອງການຢາກຈະນໍາໃຊ້ລົດກະບະເພິ່ມຂື້ນ ເພື່ອບັນຈຸສິ່ງຂອງຈໍານວນຫຼາຍ ແລະ ຍົກຍ້າຍເຄື່ອງ, ຕົວຢ່າງ: ລູກຄ້າມີເຄື່ອງຈໍານວນຫຼາຍຈຶ່ງຕ້ອງການເອີ້ນລົດໂລກ້າເພື່ອທີ່ຈະໄປສົ່ງສະໜາມບິນ ໂລກ້າຈຶ່ງໄດ້ເພິ່ມບໍລິການລົດກະບະເຂົ້າໃນແອັບໂລກ້າເພື່ອຕອບໂຈດການໃຊ້ງານທີ່ຫຼາກຫຼາຍຂື້ນ.

ດັ່ງນັ້ນ, ລົດກະບະຂອງໂລກ້າໄດ້ເລິ່ມໃຫ້ບໍລິການລູກຄ້າແລ້ວທົ່ວນະຄອນຫຼວງວຽງຈັນ ລົດກະບະຂອງໂລກ້າຍັງມີຈໍານວນຈໍາກັດ ແຕ່ວ່າທີມງານຂອງໂລກ້າໄດ້ເອົາໃຈໃສ່ເພິ່ມລົດກະບະ ເພື່ອຕອບສະໜອງຄວາມຕ້ອງການ ແລະ ອໍານວຍຄວາມສະດວກໃຫ້ແກ່ລູກຄ້າທຸກຄົນ.

ໂລກ້າຈຶ່ງຂໍເຊີນຊວນທຸກທ່ານລອງນໍາໃຊ້ບໍລິການລົດກະບະ ແລ້ວບອກເລົ່າປະສົບການຂອງທ່ານໃຫ້ໝູ່ເພື່ອນຟັງ ແລະ ໄດ້ລອງໃຊ້ນໍາກັນ, ເພື່ອບອກຕໍ່ໆກັນໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງວ່າ ໂລກ້າໃຫ້ບໍລິການລົດກະບະເປັນເຈົ້າທໍາອິດໃນຕົວເມືອງນະຄອນຫຼວງວຽງຈັນ.

ເມືອທ່ານມີສິ່ງຂອງຈໍານວນຫຼາຍທີ່ຢາກເອົາຂື້ນໄປລົດນໍາ ທ່ານສາມາດເລືອກໃຊ້ບໍລິການໂລກ້າລົດກະບະໄດ້ເດີເຈົ້າ.

 

ສາມາດຕິດຕາມຂໍ້ມູນຂ່າວສານເພີ່ມເຕີມໄດ້ທີ່:

Facebook Page: LocaLaos

WeChat Official Account: LOCA COMPANY LIMITED

WhatsApp: +856 20 9811 1129

Related Posts

ປະກັນໄພສຸຂະພາບໃນແອັບໂລກ້າ ໃຫ້ການຄຸ້ມຄອງແບບໃດແດ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພສຸຂະພາບ ສໍາລັບຜູ້ທີ່ຕ້ອງການການຄຸ້ມຄອງທາງສຸຂະພາບ ບໍ່ວ່າຈະເປັນການເຂົ້າໂຮງໝໍ ຫຼື ການປິ່ນປົວພະຍາດຕ່າງໆ.   ການຊື້ປະກັນໄພສຸຂະພາບໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ປະກັນໄພໂລກ້າແມ່ນຄອບຄຸມທັງການປິ່ນປົວແບບນອນໂຮງໝໍ (IPD) ແລະ ການປິ່ນປົວແບບບໍ່ນອນໂຮງໝໍ (OPD)...

ເປີດບໍລິການແລ້ວ ໂລກ້າ ມິນິ ລົດນ້ອຍ ມີແອເຢັນສະບາຍ ລາຄາປະຢັດ ປອດໄພກວ່າ

ເປີດໃຫ້ບໍລິການແລ້ວ ໂລກ້າ ມິນິ ແທັກຊີໄຟຟ້າ ລົດນ້ອຍແຕ່ໜ້າຮັກ ມີແອເຢັນສະບາຍ ລາຄາປະຢັດ ປອດໄພກວ່າ ບໍລິການໃໝ່ທີ່ສ້າງຂື້ນມາເພື່ອຕອບໂຈດການເດີນທາງພາຍໃນຕົວເມືອງ ບໍ່ວ່າຈະເປັນການນັ່ງລົດມີແອເຢັນສະບາຍໃນລາຄາປະຢັດ, ໝົດກົງວົນເລື່ອງຕາກແດດ ຫຼື ປຽກຝົນ...