ໄຮເນເກັນ ຮ່ວມມືກັບ ໂລກ້າ ເພື່ອສ້າງການປ່ຽນແປງພຶດຕິກຳດື່ມແລ້ວຂັບໃນນະຄອນຫຼວງວຽງຈັນ

ໄຮເນເກັນ ແບຣນເຄື່ອງດື່ມເບຍພຣີມ້ຽມລະດັບໂລກ ໄດ້ຮ່ວມມືກັບ ໂລກ້າ, ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນໂລກ ໄດ້ການສ້າງການຮັບຮູ້ໃນເລື່ອງຂອງດື່ມແລ້ວບໍ່ຄວນຂັບຜ່ານແຄມເປນ “When you drink, never drive” ແລະ ປ່ຽນແປງຄຸມພຶດຕິການການດື່ມແລ້ວຂັບໃນນະຄອນຫຼວງວຽງຈັນ ລວມທັງສົ່ງເສີມໃຫ້ຄົນໃນສັງຄົມມີຄວາມຮັບຜິດຊອບເມື່ອດື່ມແອວກໍຮໍ.

ໃນແຄມເປນນີ້ແມ່ນເປັນການສະເໜີທາງເລືອກໃຫ້ກັບຜູ້ບໍລິໂພກໃນການໄປທ່ຽວຮ້ານອາຫານ ຫຼື ບາ ຢ່າງປອດໄພ ທັງໄປແລະກັບ ສຳລັບຄົນທຸກຄົນທີ່ມັກດື່ມ. ພຽງແຕ່ເຂົ້າຮ່ວມແຄມເປນນີ້ເທິງແອັບ LOCA, ທ່ານກໍຈະໄດ້ຮັບສ່ວນຫຼຸດແທັກຊີ 20-40% ໃຫ້ທ່ານໄດ້ໃຊ້ເພື່ອໄປສະຫຼອງ ແລະ ກັບບ້ານຢ່າງປອດໄພກັບແທັກຊີຈາກໂລກ້າ, ພ້ອມນັ້ນຍັງໄດ້ຮັບເຄື່ອງດື່ມຈາກໄຮເນເກັນ ໂດຍສາມາດແລກຮັບໄດ້ທີ່ຮ້ານອາຫານ ຫຼື ຮ້ານຄ້າທີ່ເຂົ້າຮ່ວມ ເຊິ່ງນີ້ຈະເປັນວິທີທີ່ດີໃນການປ້ອງກັນພຶດຕິກຳການດື່ມແລ້ວຂັບເອງ ເຮັດໃຫ້ທຸກຄົນສາມາດມ່ວນຊື່ນໄດ້, ກັບບ້ານປອດໄພ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມພ້ອມ.

ບັນຫາການເມົາແລ້ວຂັບນັ້ນ ຖືເປັນບັນຫາທີ່ໃຫຍ່ ແລະ ສ້າງຄວາມເສຍຫາຍຫຼາຍໃນສັງຄົມລາວ ບໍ່ວ່າຈະເປັນການເກີດອຸບັດຕິເຫດ ແລະ ເສຍຊີວິດ ທີ່ສົ່ງຜົນກະທົບຕໍ່ຄອບຄົວຂອງຜູ້ຂັບຂີ່ ແລະ ໃນສັງຄົມໂດຍລວມອີກດ້ວຍ ເຊິ່ງເຮົາຈະເຫັນໄດ້ວ່າບັນຫານີ້ນັ້ນ ຕ້ອງໄດ້ຮັບແກ້ໄຂຢ່າງໂດຍດ່ວນ ເພື່ອຫຼຸດຜ່ອນຄວາມເສຍຫາຍໃຫ້ເກີດໜ້ອຍທີ່ສຸດ. ຕາມການລາຍງານຂອງ The Laotian Times, ໃນປີ 2021 ມີຜູ້ເສຍຊີວິດກວ່າ 800 ກວ່າຄົນຈາກອຸບັດຕິເຫດເທິງຖະໜົນທົ່ວປະເທດລາວ ແລະ ໃນນັ້ນ, ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຈາກການດື່ມສິ່ງມຶນເມົາ ແລະ ຂັບລົດໂດຍປະໝາດນັ້ນເອງ.

ການເຂົ້າຮ່ວມແຄມເປນນີ້ ແມ່ນທ່ານສາມາດເລີ່ມຕົ້ນໄດ້ງ່າຍໆທີ່ແອັບ LOCA, ພຽງແຕ່ທ່ານລົງທະບຽນໃນແຄມເປນ ທ່ານກໍສາມາດເປັນສ່ວນຂອງກິດຈະກຳ ແລະ ຮັບເຄື່ອງດື່ມຈາກໄຮເນເກັນ ລວມທັງສ່ວນຫຼຸດແທັກຊີໂລກ້າໄດ້ແລ້ວ. ທ່ານສາມາດແບ່ງປັນກ່ຽວກັບກິດຈະກຳນີ້ໃຫ້ໝູ່ເພື່ອນກໍໄດ້ ເພື່ອຮ່ວມເປັນສ່ວນໜຶ່ງໃນການຮັບຜິດຊອບຕໍ່ສັງຄົມ.

ໄຮເນເກັນ ແລະ ໂລກ້າ ແມ່ນຖືເປັນກຳລັງໜຶ່ງໃນການເປັນຜູ້ນຳສ້າງຄວາມປ່ຽນແປງພຶດຕິກຳຂອງຄົນໃນສັງຄົມ ຜ່ານການແຊກແຊງແຄມເປນນີ້ເຂົ້າໃນການຄວາມຄິດເລື່ອງຂອງການດື່ມແລ້ວຂັບຂອງສັງຄົມປັດຈຸບັນ ແລະ ທັງສອງຍັງໄດ້ສ້າງເລື່ອງຂອງຄວາມຍືນຍົງຂອງໂລກຜ່ານການດື່ມ ຫຼື ບໍລິໂພກຢ່າງມີຄວາມຮັບຜິດຊອບ. ກິດຈະກຳນີ້ ຈະເປັນແຄມເປນທຳອິດໃນສັງຄົມ ທີ່ນຳສະເໜີທາງເລືອກໃຫ້ກັບຄົນຜ່ານນະວັດຕະກຳການຫຼິ້ນກິດຈະກຳຮູບແບບໃໝ່ຜ່ານຕົວແອັບ LOCA ທີ່ເກີດຈາກການຮ່ວມມືລະຫວ່າງໄຮເນເກັນ ແລະ ໂລກ້າ.

ຫາກທ່ານຕ້ອງການທີ່ຈະສ້າງຄວາມປ່ຽນແປງໃນສັງຄົມຂອງທ່ານ, ເຂົ້າຮ່ວມກິດຈະກຳຕອນນີ້ໄດ້ເລີຍ ແລະ ແບ່ງປັນກ່ຽວກັບແຄມເປນດີໆແບບນີ້ໃຫ້ໝູ່ເພື່ອນ ແລະ ຄອບຄົວຂອງທ່ານ. ບໍ່ພຽງແຕ່ທ່ານຈະໄດ້ຮັບເຄື່ອງດື່ມໄຮເຮເກັນ ແລະ ສ່ວນຫຼຸດແທັກຊີໂລກ້າເທົ່ານັ້ນ, ທ່ານຍັງຖືໄດ້ວ່າເປັນສ່ວນໜຶ່ງໃນການມີຄວາມຮັບຜິດຊອບ, ການສ້າງຈິດສຳນຶກໃຫ້ກັບສັງຄົມ ໂດຍທີ່ທ່ານກໍຍັງສາມາດມ່ວນຊື່ນກັບຄ່ຳຄືນຂອງທ່ານໄດ້. ທ່ານສາມາດສ້າງຄວາມແຕກຕ່າງນີ້ໄດ້ ໂດຍຮ່ວມມືກັບໄຮເນເກັນ ແລະ ໂລກ້າ.

 

ຈົ່ງຮ່ວມເປັນສ່ວນໜຶ່ງຂອງການແບ່ງປັນຂໍ້ຄວາມນີ້ຊ່ວຍກັນ ແລະ ຢ່າລືມວ່າ “ເມື່ອທ່ານດື່ມ ບໍ່ຄວນຂັບ”.

Related Posts

LOCA X MARUHAN Japan Bank Lao introducing e-CASS to help drivers access to their earning instantly

July 1st, 2020, LOCA and Maruhan officially announced and signed a partnership to...

Loca EV charger statio ທີ່ The Kao ພ້ອມໃຫ້ບໍລິການສາກລົດໄຟຟ້າພ້ອມກັນເຖິງ 4 ຄັນ!

  ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້  ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ ...