5 ຮ້ານຄາເຟ່ທີ່ໂລກ້າແນະນຳ ຈະມີຮ້ານໃດແດ່ໄປເບິ່ງກັນເລີຍ!

5 ຮ້ານຄາເຟ່ທີ່ໂລກ້າແນະນຳ ຈະມີບ່ອນໃດແດ່ ໄປເບິ່ງກັນເລີຍ!

5 ຮ້ານຄາເຟ່ທີ່ໂລກ້າແນະນຳ ຈະມີບ່ອນໃດແດ່ ໄປເບິ່ງກັນເລີຍ!

 

 

1.The Pianist

ໃຜທີ່ມັກຮ້ານສະຕາຍແບບເວສເທິ້ນ ໃຫ້ຄວາມຮູ້ສຶກເຖິງການນັ່ງຫຼິ້ນແບບຊິວໆ ແນະນຳຮ້ານນີ້ເລີຍ! ເຊິ່ງຮ້ານເພິ່ນກໍຈະມີຄວາມເປັນເອກະລັກໃນໂຕ, ວັດຖຸດິບ ແລະ ສ່ວນຜະສົມຂອງທາງຮ້ານແມ່ນຄັດສັນມາຢ່າງດີ ເພື່ອປຸງແຕ່ງໃຫ້ທ່ານໄດ້ລິ້ມລອງເມນູທີ່ດີຕໍ່ສຸຂະພາບ ບໍ່ວ່າຈະເປັນເຂົ້າໜົມຫວານ ຫຼື ໝາກໄມ້ ກໍພ້ອມເສີບໃຫ້ທ່ານໄດ້ຕະຫຼອດ! ໃຜທີ່ໄປມາແລ້ວ ມາອວດຮູບໃຫ້ໂລກ້າເຮົາເບິ່ງແດ່ເດີ້!

 

2.The Hidden Space

ເຊື່ອງ The Hidden Space ເປັນຮ້ານຄາເຟ່ ແລະ ບາແນວທາງໃໝ່ສຳລັບສາຍຊິວທັງຫຼາຍ, ເປັນຮ້ານຖ່າຍຮູບແບບແນວຊິກໆ ສະຕາຍແນວເທ່ໆ ຫຼື ຈະເດັກເນີ້ດ ເຂົ້າກັນໄດ້ດີສຸດໆ ບັນຍາກາດດີ ພ້ອມເສີບກັບເຄື່ອງດື່ມທີ່ເປັນເອກະລັກຂອງຮ້ານ ມາຄົ້ນຫາຄວາມຮູ້ສຶກທີ່ທ່ານອາດຈະຫຼົງເຊື່ອງມັນໄວ້ໄດ້ທີ່ຮ້ານ The Hidden space ໄດ້ເລີຍ!

 

3.Comma Coffee

ຫັ່ນແນ່ ອອກແນວສາຍເວສເທິ້ນ ແລະ ສາຍຊິກໆແລ້ວ ເຮົາຍັງມີຮ້ານທີ່ເປັນມຸມຂອງນັກອ່ານມາຝາກກັນເດີ້ ສຳລັບໃຜທີ່ເປັນໜອນໜັງສື ຕ້ອງບໍ່ພາດຮ້ານນີ້ສະແລ້ວ ອາຫານແຊບ ບັນຍາກາດດີ ຂອງຫວານພ້ອມເສີບແບບນີ້ ພາດໄດ້ແນວໃດ ໃຜທີ່ມັກຄວາມສະຫງົບ ແລະ ບັນຍາກາດດີ ແນະນຳຮ້ານນີ້ເລີຍ!

 

4.Nuan Bar . Coffee Shop

ຮ້ານ NUAN ນວນ ເປັນອີກຮ້ານທີ່ທ່ານຕ້ອງໄດ້ໄປສຳຜັດກັບບັນຍາກາດ , ຫາກທ່ານມີຄວາມເສົ້າ, ເຫງົາ ນວນຈະຊ່ວຍຢຽວຢາທ່ານເອງ! ຢາກບອກວ່າຮ້ານນວນຊັ້ນສອງທ່ານຕ້ອງໄດ້ລອງໄປນັ່ງເບິ່ງຈັກບາດສະແລ້ວ ແອັດມິນຂໍອຸບຄວາມຮູ້ສຶກໄວ້ >< ເພື່ອໃຫ້ທ່ານໄປສຳຜັດກັບບັນຍາກາດແທ້ ບອກເລີຍຕ້ອງຮ້ອງວ້າວ!

 

5.Home Sweet Home Cafe

ຮ້ານຄາເຟສະໄຕຣ ໜ້າຮັກ ເບິ່ງທາງນອກສະຕາຍອອກບ້ານແນວລຽບຫຼູ ເຂົ້າໄປທາງໃນຈະໄດ້ກິ່ນອາຍຂອງຄວາມໜ້າຮັກ ສຳລັບສາວໆທີ່ມັກໃນການຖ່າຍຮູບແນວໜ້າຮັກປະສົມຄວາມສົດໃສ ແນະນຳຮ້ານນີ້ເລີຍ ບໍລິການດີ ອາຫານແຊບໆ ເຈົ້າຂອງເວົ້າມ່ວນ ຊວນໝູ່ໄປກັນເຖາະ ເສົາ-ທິດ ນີ້!

 

ນີ້ເລີຍໂລກ້າບໍລິການແທັກຊີອອນລາຍ ພ້ອມບໍລິການໃຫ້ທ່ານຕະຫຼອດ 24 ຊົ່ວໂມງ ຊວນໝູ່ອອກບ້ານໄປຮ້ານຄາເຟ່ ຢ່າລືມເອີ້ນໂລກ້າເດີ້! ສະດວກສະບາຍ ປອດໄພ ລາຄາໂປ່ງໃສ ແຖມ ໄປກັບໝູ່ຫານ 3 ສຸດຄຸ້ມ!

Related Posts

ທ່ານສາມາດສະສົມຄະແນນກັບ ໂລກ້າ ໄດ້ແລ້ວມື້ນີ້

ນັບແຕ່ມື້ນີ້ເປັນຕົ້ນໄປ ທ່ານຈະສາມາດສະສົມຄະແນນທຸກໆຄັ້ງທີ່ທ່ານໃຊ້ບໍລິການ ໂລກ້າ ແທັກຊີອອນລາຍ 24ຊົ່ວໂມງ. ຄະແນນຂອງທ່ານຈະຖືກສະສົມໄປເລື້ອຍໆ ພວກເຮົາຈະມີສິດທິພິເສດຕ່າງໆມາມອບໃຫ້ລູກຄ້າຂອງພວກເຮົາໃນໄວໆນີ້.

ໂລກ້າພ້ອມແລ້ວ ໃນການຕິດຕັ້ງຕູ້ສາກລົດໄຟຟ້າແບບໄວ (20ນາທີເຕັມ) ທົ່ວປະເທດ!

ທ່ານເປັນຄົນໜຶ່ງບໍ່ ທີ່ກໍາລັງລັງເລໃນການຫັນປ່ຽນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ? ເນື່ອງຈາກປັດຈຸບັນນີ້, ລາຄານໍ້າມັນທີ່ເພີ່ມສູງຂຶ້ນເລື້ອຍໆ ແຕ່ທາງເຮົາເຊື່ອວ່າ ຫຼາຍຄົນກໍຍັງອາດຈະລັງເລເປັນກັງວົນຢ້ານບໍ່ມີບ່ອນສາກລົດໄຟຟ້າທີ່ພຽງພໍ. ຕໍ່ໄປນີ້, ທ່ານຈະບໍ່ຕ້ອງໄດ້ເປັນຫ່ວງແລ້ວ ເພາະໃນວັນທີ 1 ມີນາ ປີ 2022...