ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້ ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T.
ໃນລະຫວ່າງທີ່ລໍຖ້າສາກລົດ ສາມາດໃຊ້ບໍລິການຕ່າງໆໃນບໍລິເວນຕູ້ສາກໂລກ້າໄດ້ ເພາະຈຸດສາກທີ່ The Kao ແມ່ນມີຮ້ານຄ້າຫຼາກຫຼາຍຄ່ອຍລໍຖ້າໃຫ້ບໍລິການທ່ານ
ທີ່ຈຸດສາກລົດໄຟຟ້າແຫ່ງນີ້ ແມ່ນມີຮ້ານຄ້າຫຼາຍປະເພດເລີຍເຊັ່ນ: ອາຫານ The Kao, ຮ້ານ The Kafe, ຮ້ານຊີ້ນດາດກະທະທອງ, ຮ້ານໂຢເກິດ YoQueen Australian Frozen Yogurt/ກະແລ້ມນົມສົ້ມນໍາເຂົ້າຈາກອົສສະເຕເລຍ.
ບໍ່ວ່າຈະເປັນເວລາໃດ ບັນຍາກາດກໍ່ເໝາະທີ່ຈະອອກໄປນັ່ງຫຼີ້ນ ຊວນໝູ່ເພື່ອນຫາກິດຈະກຳຕ່າງໆດີໆເຮັດ ເຊັ່ນ: ກິນຊີ້ນດາດ ແລະ ກະແລ້ມ, ໄປນັ່ງອ່ານໜັງສືທີ່ The The Kafe ລໍຖ້າສາກລົດແລ້ວ
ບັນຍາກາດດີສຸດໆ ໃຫ້ຄວາມຮູ້ສືກຄືຢູ່ຕ່າງປະເທດເລີຍ ເພາະຮ້ານແມ່ນງາມສະອາດສະບາຍຕາ.




