Loca EV charger station ເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ພ້ອມໃຫ້ບໍລິການແລ້ວ!

ໂລກ້າ ເພີ່ມຈຸດສາກແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ທີ່ ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນຈຸດສາກ ທີ່ ອິ່ມສຸກ ມີຕູ້ສາກທັງໝົດ 2 ຕູ້ ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນ ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T.

 

 

 

ໃນຂະນະທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການ ທີ່ ຮ້ານກາແຟ Treekoff ໄດ້

 

ບັນຍາກາດຂອງຮ້ານກາແຟ Treekoff ແມ່ນຕົກແຕ່ງໄດ້ໜ້າສົນໃຈຫຼາຍ ທາງດ້ານນອກກໍມີບ່ອນໃຫ້ນັ່ງກວ້າງຂວາງ ແລະ  ດ້ານໃນເວລາເຂົ້າໄປກໍ່ຈະໄດ້ກິ່ນຫອມຈາກກາແຟທີ່ມີເອກະລັກ ເໝາະແກ່ການຖ້າຕອນກຳລັງສາກລົດ

 

ໄວໆນີ້ຈະມີຮ້ານອາຫານ ອີ່ມສຸກ ສຸກີ້ ທີ່ຈະເປີດໃຫ້ບໍລິການ ທີ່ເໝາະແກ່ການພາຄອບຄົວໄປກິນອາຫານ ແລະ ຍັງສາມາດສາກລົດໄຟຟ້າໄວ້ໄດ້.

 🗺 ເດີນທາງໄປໄດ້ງ່າຍໆ: https://goo.gl/maps/bm3kLs36FZSCnKSo7
📍   ດາວໂຫຼດແອັບເພື່ອໃຊ້ງານ:
☑ ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ
☑ ເບີ່ງສະຖານະຕູ້ສາກແບບ Online
☑ ກວດປະຫວັດການສາກຄືນໄດ້
☑ ສະແດງຜົນການສາກແບບ Real Time ຜ່ານມືຖື

Related Posts

ໂລກ້າ ຈັບມື ບີວາຍດີ ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີເຈົ້າທໍາອິດຂອງປະເທດລາວ.

ໂລກ້າ ແລະ ບີວາຍດີ ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ຈຸດປະສົງຂອງໂຄງການດັ່ັງກ່າວແມ່ນເພື່ອແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ. ການຮ່ວມມືຂອງທັງສອງມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມພັກດັນ ແລະ...

Loca EV charger station ໄດ້ຕິດຕັ້ງຕູ້ສາກເພີ່ມອີກ ທີ່ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ

Loca EV charger station ທີ່ ພູຫົວໂລ້ນ ໄຊສົມບູນ ພ້ອມເປີດໃຫ້ບໍລິການແລ້ວ ມອບຄວາມອຸ່ນໃຈໃຫ້ກັບນັກເດີນທາງດ້ວຍລົດໄຟຟ້າ ໂລກ້າ ໄດ້ຕິດຕັ້ງຕູ້ສາກເພີ່ມໃໝ່ 1 ຕູ້...