ໂລກ້າ ເດີນຫນ້າຊຸກຍູ້ຊ່ວຍເຫລືອຄົນຂັບ ໂດຍການຂະຫຍາຍໂຄງການ 2ສ “ສ້າງອາຊີບ – ສ້າງເສດຖະກິດສີຂຽວ” ໂດຍການສະໜັບສະໜຸນທຶນໃຫ້ຄົນຂັບຫັນປ່ຽນຈາກລົດນໍ້າມັນ ມາເປັນລົດໄຟຟ້າ

ໃນທ້າຍປີ 2021 ທີ່ຜ່ານມາ, ພວກເຮົາໄດ້ລິເລີ່ມໂຄງການໃນການຫັນປ່ຽນລົດນໍ້າມັນໃນລະບົບ ໄປເປັນລົດໄຟຟ້າ, ເຊິ່ງໂລກ້າພວກເຮົາໄດ້ມີການທົດລອງໂຄງການ ໂດຍການຊຸກຍູ້ຄົນຂັບໃຫ້ສາມາດຫັນປ່ຽນຈາກລົດນໍ້າມັນໄປເປັນລົດໄຟຟ້າໄດ້ງ່າຍຂຶ້ນ ຜ່ານຮູບແບບທຸລະກິດຂອງໂລກ້າ ທີ່ເອີ້ນໂດຍຫຍໍ້ວ່າ ໂຄງການ 2ສ “ສ້າງອາຊີບ – ສ້າງເສດຖະກິດສີຂຽວ” ເຊິ່ງເຮັດໃຫ້ຄົນຂັບ ສາມາດເຊົ່າລົດ ເພື່ອ ສ້າງອາຊີບ ສ້າງລາຍຮັບ ແລະ ເປັນເຈົ້າຂອງລົດໄຟຟ້າໄດ້ ໂດຍບໍ່ຈໍາເປັນຕ້ອງໃຊ້ເງິນທຶນຈໍານວນຫລາຍ.

ເຊິ່ງຮູບແບບທຸລະກິດດັ່ງກ່າວຂອງໂລກ້າ ໄດ້ຮັບຄວາມສົນໃຈຫລາຍຈາກຄົນຂັບ ແລະ ຍັງຊ່ວຍພັກດັນໃຫ້ຄົນຂັບຢາກຫັນໄປເປັນລົດໄຟຟ້າຫລາຍຂຶ້ນໃນໄລຍະທີ່ຜ່ານມາ ເນື່ອງຈາກເຮັດໃຫ້ປະຢັດຄ່າໃຊ້ຈ່າຍໃນການໃຫ້ບໍລິການ ແລະ ເຮັດໃຫ້ມີລາຍຮັບເພີ່ມຂຶ້ນ ຈົນສາມາດຊ່ວຍໃຫ້ຄົນຂັບຫັນປ່ຽນລົດຈາກລົດນໍ້າມັນໄປເປັນລົດໄຟຟ້າໄດ້ຫລາຍເຖິງ 330ຄັນ (13% ຂອງລົດໄຟຟ້າທັງໝົດໃນປະເທດລາວ) ໃນຄົນຂັບທັງໝົດ 900 ຄົນຂອງໂລກ້າ ແລະ ໄດ້ໃຫ້ບໍລິການລູກຄ້າໄປແລ້ວຫລາຍກວ່າ 1,000,000ກມ ແລະຂັບຂີ່ທັງໝົດ 2,500,000ກມ ເຮັດໃຫ້ສາມາດ ປະຫຍັດການນໍາໃຊ້ນໍ້າມັນໄດ້ ສູງເຖິງ 200,000 ລິດ ຫລື ສາມາດ ຫລຸດມົນລະພິດ (carbon emission) ໄດ້ຫລາຍກວ່າ 320,000 ກິໂລກຼັມ.

ຮູບແບບທຸລະກິດໃຫມ່ຂອງໂລກ້າພວກເຮົາ ຫລື “ສ້າງອາຊີບ – ສ້າງເສດຖະກິດສີຂຽວ” ນີ້ໄດ້ດໍາເນີນທົດລອງມາເປັນໄລຍະ 1ປີ 6ເດືອນ ໂດຍຄົນຂັບພຽງແຕ່ວາງເງິນຕົ້ນ 10% ຂອງມູນຄ່າລົດ ແລ້ວສາມາດນໍາລົດໄຟຟ້າຄັນໃຫມ່ໄປໃຫ້ບໍລິການແທັກຊີ ເທິງແພັດຟອມໂລກ້າໄດ້ທັນທີ. ເຊິ່ງຂັ້ນຕອນການພິຈາລະນາຕ່າງໆ ແມ່ນບໍລິສັດໂລກ້າຂອງພວກເຮົາໄດ້ມີການໃຊ້ຂໍ້ມູນປະຫວັດການຂັບຂອງຄົນຂັບເອງ ເພື່ອເປັນໂຕຊີ້ວັດຄວາມເໝາະສົມໃນການຮ່ວມຮູບແບບທຸລະກິດດັ່ງກ່າວ.

ມາເຖິງປັດຈຸບັນໂລກ້າໄດ້ມີການຫາແຫຼ່ງທຶນເພີ່ມ ແລະ ພ້ອມທີ່ຈະເດີນຫນ້າຂະຫຍາຍໂຄງການ 2ສ “ສ້າງອາຊີບ – ສ້າງເສດຖະກິດສີຂຽວ” ໃຫ້ຄົນຂັບອີກ ຫລາຍກວ່າ 600ຄົນ ທີ່ຍັງເປັນລົດນໍ້າມັນ ໃຫ້ກາຍເປັນລົດໄຟຟ້າ ໃຫ້ໄດ້ເຖິງ 50% ພາຍໃນປີ 2025 ແລະ 100% ພາຍໃນປີ 2030.

ໂລກ້າພວກເຮົາໃນປັດຈຸບັນ ນອກຈາກຈະເປັນຜູ້ພັກດັນການຫັນໄປເປັນລົດໄຟຟ້າໃນລາວແລ້ວ ພວກເຮົາຍັງເດີນຫນ້າຕິດຕັ້ງສະຖານີສາກລົດໄຟຟ້າແບບໄວ ໃຫ້ຄອບຄຸມທົ່ວປະເທດ ເຊິ່ງປັດຈຸບັນມີທັງໝົດ 14ສະຖານີ ຄອບຄຸມຕັ້ງແຕ່ຫຼວງພະບາງໄປຈົນເຖິງປາກເຊ ພາກໃຕ້ຂອງລາວ. ໂລກ້າ ກໍາລັງດໍາເນີນການເພີ່ມສະຖານີສາກອີກ 16ສະຖານີ ໃຫ້ສໍາເລັດພາຍໃນໄຕມາດ 2 ຂອງປີ 2024 ເຊີ່ງເມື່ອເຖິງຕອນນັ້ນ ພວກເຮົາຈະມີທັງໝົດ 30ສະຖານີ ໂດຍຄອບຄຸມແຕ່ເຫນືອ ຮອດໃຕ້.

ພວກເຮົາຂໍຂອບໃຈຄົນຂັບທີ່ມີຄວາມຕັ້ງໃຈ ແລະ ຊ່ວຍກັນຫັນຈາກລົດນໍ້າມັນໄປເປັນລົດໄຟຟ້າ ເພື່ອເພີ່ງພາພະລັງງານພາຍໃນທີ່ເປັນທ່າແຮງຂອງປະເທດລາວ ແລະ ຂໍຂອບໃຈລູກຄ້າທີ່ຊ່ວຍສະໜັບສະຫນຸນພວກເຮົາຕະຫຼອດມາ.

Related Posts

ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24ຊົ່ວໂມງ ຢູ່ທີ່ ປາກເຊ ແຂວງຈຳປາສັກ

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ໄດ້ເປີດໃຫ້ບໍລິການແລ້ວ ທີ່ ປາກເຊ, ເຊິ່ງກ່ອນຈະມີການເປີດໂຕທີ່ ນະຄອນປາກເຊ ໂລກ້າ ໄດ້ເປີດໃຫ້ບໍລິການແລ້ວທີ່ນະຄອນຫຼວງວຽງຈັນ...

Introducing Loca Pickup Truck Service on LOCA platform

September 2nd, 2020, Vientiane, Laos We are excited to announce that, due to...