LOCA ຮ່ວມຮັບລາງວັນທຸລະກິດດີເດັ່ນອາຊຽນປີ 2023 – ໝວດບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ

ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023 ໃນໝວດ “ບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ” ເຊິ່ງນີ້ບໍ່ແມ່ນພຽງແຕ່ເປັນການສະແດງເຖິງການເຮັດວຽກໜັກຂອງພວກເຮົາ ແຕ່ມັນຍັງເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ທີ່ສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວ.

 

ສໍາລັບ LOCA, ການເດີນທາງຂອງພວກເຮົາບໍ່ແມ່ນແຕ່ເພື່ອໄດ້ຮັບການຍ້ອງຍໍຊົມເຊີຍ ແຕ່ມັນຄືການສ້າງຄວາມຝັນນັ້ນໃຫ້ເປັນຈິງ. ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງໃນການເປັນ Startup ໂດຍຄົນລາວ ທີ່ໄດ້ຂຽນລົງປະຫວັດສາດໜ້າໃໝ່ໃຫ້ກັບວົງການການເດີນທາງ ແລະ ການຈ່າຍເງິນໃນລາວ. ໄຊຊະນະຂອງພວກເຮົາໃນງານອັນມີກຽດຄັ້ງນີ້ ແມ່ນໄດ້ເປັນເຄື່ອງໝາຍໃຫມ່ຕໍ່ການສ້າງນະວັດຕະກໍາທີ່ຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດລາວ ແລະ ນີ້ຄືການຫັນປ່ຽນທີ່ສຳຄັນທີ່ທາງ LOCA ໄດ້ໃຫ້ສັນຍາໄວ້ກັບສັງຄົມ.

ແຕ່ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງພວກເຮົາບໍ່ໄດ້ສິ້ນສຸດພຽງແຕ່ລາງວັນເທົ່ານັ້ນ ເພາະຫົວໃຈຂອງ LOCA ແມ່ນໄດ້ຝັງເລິກຢູ່ໃນທຸກມຸມຂອງສັງຄົມຂອງພວກເຮົາ. LOCA ໄດ້ສ້າງວຽກເຮັດງານທຳໃຫ້ຄົນຂັບເຖິງ 900 ຄົນ ເຊິ່ງນີ້ກໍສະແດງໃຫ້ເຫັນວ່າໂລກ້ານັ້ນແມ່ນເປັນຫຼາຍກວ່າທຸລະກິດ ພວກເຮົາແມ່ນໄດ້ກາຍເປັນສ່ວນໜຶ່ງຂອງຄອບຄົວຄົນຂັບເຮົາອີກນຳ. ໃນບັນດາຜູ້ຂັບຂີ່ທັງ 900 ຄົນຂອງພວກເຮົາ, ມີຄົນຂັບທີ່ມີຜົນງານໂດດເດັ່ນ 250 ຄົນທີ່ໄດ້ຫັນໄປເປັນລົດໄຟຟ້າ (EVs) ເຊິ່ງປະກອບໃສ່ກັບຄໍາໝັ້ນສັນຍາທີ່ບໍ່ປ່ຽນແປງຂອງ LOCA ໃນການສ້າງຄວາມຍືນຍົງທຸກໆການບໍລິການ. ລົດໄຟຟ້າ ຫຼື EVs ເຫຼົ່ານີ້ໄດ້ໃຫ້ບໍລິການສົ່ງລູກຄ້າແລ້ວ 1,000,000 ກິໂລແມັດ ແລະ ນີ້ເປັນບາດກ້າວທີ່ສໍາຄັນໄປສູ່ລະບົບນິເວດການເດີນທາງທີ່ຍືນຍົງຂຶ້ນ, ມີຄວາມຮັບຜິດຊອບຫຼາຍຕໍ່ສິ່ງແວດລ້ອມທີ່ຫຼາຍຂຶ້ນ.

ຄວາມຕັ້ງໃຈຂອງ LOCA ໃນການສ້າງການເດີນທາງສີຂຽວ ແມ່ນໄດ້ຂະຫຍາຍອອກໄປໄກກວ່າເສັ້ນທາງທີ່ແລ່ນ; ມັນຍັງໄດ້ຖືກຝັງຢູ່ໃນເນື້ອຜ້າຂອງປະເທດຊາດພວກເຮົາອີກນຳ. ປັດຈຸບັນ, LOCA ມີສະຖານີສາກໄຟທັງໝົດ 14 ແຫ່ງທົ່ວປະເທດ ທີ່ພວກເຮົາໄດ້ຊ່ວຍເບີກທາງການນຳໃຊ້ລົດໄຟຟ້າໃນລາວໃຫ້ເກີດຂຶ້ນ. ຮອດເດືອນມິຖຸນາປີ 2024, ພວກເຮົາຈະມີສະຖານີສາກລົດໄຟຟ້າຕື່ມອີກ 13 ແຫ່ງ ເຊິ່ງນີ້ເປັນສັນຍາຂອງພວກເຮົາ ທີ່ຈະສ້າງອະນາຄົດທີ່ເປັນມິດກັບສິ່ງແວດລ້ອມນັ້ນໃຫ້ເປັນຈິງ.

ໃນດ້ານຂອງການອະນຸລັກສິ່ງແວດລ້ອມ, LOCA ແມ່ນໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ ໂດຍການຫຼຸດຜ່ອນການເພິ່ງພານ້ຳມັນຫຼາຍກວ່າ 350,000 ລິດ, ພວກເຮົາໄດ້ກຳຈັດການປ່ອຍອາຍພິດ CO2 ປະມານ 600,000 ກິໂລກຣາມ. ຕົວເລກເຫຼົ່ານີ້ແມ່ນເປັນຫຼາຍກ່ວາສະຖິຕິ; ນີ້ຄືຕົວເລກທີ່ໄດ້ເປັນສ່ວນໜຶ່ງທີ່ຊ່ວຍໃຫ້ຄຳໝັ້ນສັນຍາຂອງ LOCA ໄດ້ກາຍເປັນຈິງ ​ເພື່ອ​ປົກ​ປັກ​ຮັກ​ສາໂລກ​ຂອງ​ພວກ​ເຮົາ​ສໍາ​ລັບ​ຄົນ​ລຸ້ນ​ຕໍ່ໆໄປໃນ​ອະ​ນາ​ຄົດ.

LOCA PAY, ນະວັດຕະກຳການຈ່າຍເງິນສໍາລັບນັກທ່ອງທ່ຽວຂອງພວກເຮົາ ຍັງໄດ້ຫັນປ່ຽນຮູບແບບການຈ່າຍເງິນຂອງນັກທ່ອງທ່ຽວໃຫ້ມີປະສົບການທີ່ດີຂຶ້ນ ແລະ ສະດວກຂຶ້ນ. ໂດຍພຽງແຕ່ເຊື່ອມບັດເຄຣດິດຂອງເຂົາເຈົ້າກັບ LOCA PAY, ເຂົາເຈົ້າກໍຈະສາມາດສະແກນຈ່າຍເງິນຜ່ານ LAO QR ໄດ້ຄືກັບຄົນລາວ ເຊິ່ງເປັນຊ່ອງທາງຊໍາລະເງິນທີ່ນິຍົມຫຼາຍຢູ່ແລ້ວສໍາລັບຄົນລາວ. ປັດຈຸບັນ, LOCA PAY ຊ່ວຍໃຫ້ນັກທ່ອງທ່ຽວຊໍາລະເງິນໄປຫາ QR ໄດ້ເຖິງ 15 ທະນາຄານທີ່ໃຊ້ມາດຕະຖານ LAO QR ເຮັດໃຫ້ນັກທ່ອງທ່ຽວສາມາດເຂົ້າເຖິງເຄືອຂ່າຍການຊໍາລະທີ່ໃຫຍ່ທີ່ສຸດໃນລາວໄດ້. LOCA PAY ຍັງໄດ້ມີບົດບາດສຳຄັນໃນການເຊື່ອມຕໍ່ SME ລາວເຂົ້າກັບນັກທ່ອງທ່ຽວຈາກທົ່ວໂລກໂດຍເຮັດໃຫ້ SME ສາມາດຮັບເງິນຈາກນັກທ່ອງທ່ຽວໄດ້ງ່າຍຂຶ້ນ ໂດຍບໍ່ຈໍາເປັນຕ້ອງຕິດຕັ້ງອຸປະກອນໃດໆ ພຽງໃຊ້ QR Code ທີ່ຕົນເອງມີຢູ່ແລ້ວເທົ່ານັ້ນ.

 

ພວກເຮົາຢາກຂໍຂອບໃຈຢ່າງສຸດຊຶ້ງຕໍ່ກັບທີມງານ LOCA ຂອງພວກເຮົາທຸກຄົນ, ຄົນຂັບ LOCA ທີ່ອຸທິດຕົນໃນການບໍລິການຂອງພວກເຮົາ, ທຸກໆຄົນໃນລະບົບນິເວດທີ່ໂລກ້າສ້າງຂຶ້ນ ແລະ ລູກຄ້າທີ່ຮັກ ທີ່ເຊື່ອໝັ້ນໃນພວກເຮົາ ແລະ ສະໜັບສະໜູນພວກເຮົາໃນທຸກໆການເດີນທາງ. ເມື່ອເຮົາຮ່ວມໃຈກັນ, ພວກເຮົາກໍສາມາດສ້າງອະນາຄົດ ທີ່ມີນະວັດຕະກໍາມາຕອບສະໜອງຄວາມຍືນຍົງໄດ້ ແລະ ສິ່ງທີ່ວັດແທກຄວາມສໍາເລັດນັ້ນບໍ່ແມ່ນແຕ່ເປັນພຽງລາງວັນ, ແຕ່ເປັນຜົນກະທົບທາງບວກທີ່ພວກເຮົາສ້າງໃຫ້ກັບສັງຄົມອີກດ້ວຍ.

 

Related Posts

5 ຮ້ານຄາເຟ່ທີ່ໂລກ້າແນະນຳ ຈະມີຮ້ານໃດແດ່ໄປເບິ່ງກັນເລີຍ!

5 ຮ້ານຄາເຟ່ທີ່ໂລກ້າແນະນຳ ຈະມີບ່ອນໃດແດ່ ໄປເບິ່ງກັນເລີຍ! 5 ຮ້ານຄາເຟ່ທີ່ໂລກ້າແນະນຳ ຈະມີບ່ອນໃດແດ່ ໄປເບິ່ງກັນເລີຍ!     1.The Pianist ໃຜທີ່ມັກຮ້ານສະຕາຍແບບເວສເທິ້ນ...

ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ...