ໂລກ້າ (LOCA) ບໍລິການເອີ້ນແທັກຊີອອນລາຍ ຜ່ານແອັບພລິເຄຊັນເທິງມືຖື ເນັ້ນລາຄາໂປ່ງໃສເປັນທໍາ

ໂລກ້າ ແມ່ນບໍລິການເອີ້ນລົດແທັກຊີອອນລາຍ ທີ່ໃຫ້ບໍລິການຜ່ານ Application ເທິງມືຖື ແລະ ໃຫ້ບໍລິການມາແລ້ວ 3ປີ. ໂລກ້າໄດ້ຮັບການຍອມຮັບ ແລະ ໄດ້ຮັບຄວາມນິຍົມຫຼາຍ ໃນກຸ່ມນັກທຸລະກິດ, ນັກທ່ອງທ່ຽວ, ແລະ ຊາວຕ່າງຊາດ, ໂລກ້າມີບໍລິການຕະຫຼອດ 24ຊົ່ວໂມງ ແລະ ໃຫ້ບໍລິການທົ່ວນະຄອນຫຼວງວຽງຈັນ ແລະ ເມືອງຫຼວງພະບາງ.

ໂລກ້າມີຈໍານວນລົດໃຫ້ບໍລິການຫຼາຍທີ່ສຸດ ແລະ ເປັນບໍລິການທີ່ໃຫຍ່ທີ່ສຸດໃນປັດຈຸບັນ ໂດຍມີຄົນຂັບທັງໝົດ 400ກວ່າຄົນ ແລະ ຈະເພີ່ມຂຶ້ນເລື້ອຍໆ. ໂດຍໂລກ້າເນັ້ນການບໍລິການທີ່ໂປ່ງໃສເລື່ອງລາຄາ ຮັດຄຸມເລື່ອງຄວາມປອດໄພ ແລະ ມີລະບົບຕິດຕາມລະອຽດໃນທຸກໆການໃຊ້ບໍລິການ.  ບໍລິສັດໂລກ້າ ຍັງໄດ້ມີການກວດປະຫວັດຄົນຂັບ ແລະ ເຝິກອົບຮົມຄົນຂັບກ່ອນທຸກ ຈຶ່ງສາມາດໃຫ້ເລີ່ມບໍລິການໄດ້.

ຈຸດເດັ່ນຂອງບໍລິການໂກລ້າ ກໍ່ຄືທຸກໆຖ້ຽວການນັ່ງຈະຖືກເອີ້ນຜ່ານແອັບພິເຄຊັ່ນ ລະບົບຈະເອີ້ນເອົາລົດທີ່ຢູ່ໃກ້ທີ່ສຸດໃຫ້ກັບຜູ້ໃຊ້ບໍລິການ ເຮັດໃຫ້ການລໍຖ້ານັ້ນສັ້ນລົງ. ພ້ອມນັ້ນຄ່າບໍລິການຈະມີການຄໍານວນຜ່ານລະບົບສູນກາງ ບໍ່ມີການຕໍ່ລອງລາຄາ ແລະ ຈະເປັນຮູບແບບລາຄາດຽວນັ່ງໄດ້ 3ຄົນ. ຂຶ້ນໃນແອັບເທົ່າໃດຈ່າຍເທົ່ານັ້ນ

ໂລກ້າ ຮອງຮັບຊ່ອງທາງການຈ່າຍເງິນທີ່ກວ້າງຂວາງທີ່ສຸດ, ລູກຄ້າສາມາດຈ່າຍເງິນສົດ, ຫຼື ຈາກບັດ VISA, ບັດ Master ໄດ້. ນອກນັ້ນ ໂລກ້າຍັງມີ LOCA WALLET ເອົາໄວ້ໃຫ້ລູກຄ້າເຕີມເງິນໄວ້ຈ່າຍຄ່າບໍລິການໄດ້ ແລະ ລູກຄ້າສາມາດເຕີມເງິນຈ່າຍໄດ້ດ້ວຍ BCEL ONE ແລະ ALIPAY ອີກດ້ວຍ.

ວິທີເອີ້ນລົດ ແທັກອອນລາຍ (TAXI ONLINE) ຜ່ານແອັບຯ LOCA ເພື່ອໄປຮັບ ໄປສົ່ງແບບງ່າຍໆ ໃຜໆກໍ່ເຮັດໄດ້

https://blog.loca.la/post/how-to-loca-lao

Related Posts

How to LOCAPAY – English

Travel to Laos with LocaPay The minimum fee is only 1.5% of the...

ໂລກ້າ ຈັບມື ບີວາຍດີ ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີເຈົ້າທໍາອິດຂອງປະເທດລາວ.

ໂລກ້າ ແລະ ບີວາຍດີ ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ຈຸດປະສົງຂອງໂຄງການດັ່ັງກ່າວແມ່ນເພື່ອແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ. ການຮ່ວມມືຂອງທັງສອງມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມພັກດັນ ແລະ...