ໂລກ້າ ສົ່ງຕໍ່ຂອງຂັວນສຸດພິເສດຈາກ ມິນີໂຣ ໃຫ້ແກ່ຜູ້ໃຊ້ບໍລິການໂລກ້າແທັກຊີອອນລາຍ ແຈກນ້ຳດື່ມແຮ່ທາດມິນີໂຣ ຟຣີ! ທີ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ

  ໂລກ້າ ແລະ ມິນີໂຣ ໄດ້ຮ່ວມຈັບມືກັນສ້າງກິດຈະກຳດີໆແຈກນ້ຳດື່ມແຮ່ທາດມິນີໂຣ ເພື່ອມອບໃຫ້ແກ່ຜູ້ໃຊ້ບໍລິການ ໂລກ້າແທັກຊີ  ໄດ້ພົບກັບປະສົບການທີ່ດີທີ່ມີແຕ່ຄວາມຊົດຊື່ນຈາກມິນີໂຣ. ກິດຈະກຳໄດ້ເລີ່ມຕັ້ງແຕ່ ເດືອນຕຸລາ ຈົນຮອດ ເດືອນທັນວາ 2023. ເຊິ່ງມີຄົນຂັບໂລກ້າ ໄດ້ເຂົ້າຮ່ວມກິດຈະກຳລວມເຖີງ 25 ຄັນ ທີ່ ນະຄອນຫຼວງວຽງຈັນ ເຖີງ 20 ຄັນ(ລົດໄຟຟ້າ) ແລະ ຫຼວງພະບາງ ອີກ 5 ຄັນ. ມິນີໂຣ ມີຈຸດປະສົງຢາກແບ່ງປັນນ້ຳທີ່ດີທີ່ສຸດທີ່ເປັນຂອງຂັວນຈາກທຳມະຊາດ ຈາກແຫຼ່ງນ້ຳພູພຶງ ຫຼວງພະບາງ ໃຫ້ກັບທຸກທ່ານ ດ້ວຍຄວາມໂດດເດັ່ນທາງດ້ານຄຸນປະໂຫຍດ ອຸດົມໄປດ້ວຍແຮ່ທາດທຳມະຊາດຫລາຍຊະນິດ ພ້ອມກັບຄ່າ pH7 ທີ່ຊ່ວຍປັບສົມດຸນ ແລະ ເສີມພູມຄຸ້ມກັນໃຫ້ກັບຮ່າງກາຍ.​  …