1. ປີນຜາ
ການປີນໄຕ່ຕາມຜາກໍ່ແມ່ນການທ່ອງທ່ຽວທີ່ມີລັກສະນະທ້າທາຍອີກຢ່າງຫນຶ່ງທີ່ກຳລັງໄດ້ຮັບຄວາມນິຍົມສູງຈາກ ບັນດານັກທ່ອງທ່ຽວຈຳນວນຫຼາຍ.
ເພາະການທ່ອງທ່ຽວລັກສະນະນີ້ ຕ້ອງໃຊ້ຄວາມອົດທົນ ແລະ ມີສະມາທິສູງ.
ແຕ່ຕອນປີນຜາ ຢ່າລືມພົກນ້ຳໄປນຳຫຼາຍໆຕຸກເດີ້ ດຽວປີນຂຶ້ນໄປຈອມພູ ເມື່ອຍແລ້ວບໍ່ມີນ້ຳກິນ.
ໃຜທີ່ມັກກິດຈະກຳທີ່ທ້າທາຍແບບນີ້ຕ້ອງຈັດແລ້ວ.
2. ໄປຕັ້ງແຄ້ມ
ເຂົ້າຍາມໜາວແບບນີ້ ຫຼັງຈາກປີນຜາແລ້ວເຊື່ອເລີຍວ່າທຸກຄົນກໍຕ້ອງຢາກມາຕັ້ງແຄ້ມກໍ່ກອງໄຟຕ້ານລົມໜາວ.
ສູດເອົາອາກາດທີ່ບໍລິສຸດ ພ້ອມກໍ່ກອງໄຟອ້ອມໄປດ້ວຍໝູ່ເພື່ອນ, ແຊຣ໌ປະສົບການຊີວິດທີ່ເຄິຍຜ່ານມາ ເວົ້າແບບນີ້ແລ້ວຢາກໄປທັນທີເລີຍ.
ເດິກແລ້ວກໍນອນໃນເຕັ້ນ ໄດ້ຮັບອາກາດທີ່ສົດຊື່ນບໍລິສຸດ, ມີໃຜຮັກບັນຍາກາດແບບນີ້ຄືກັບແອັດມິນແດ່ ບອກກັນແດ່ເດີ້.
3. ໄປຫຼິ້ນບູລາກູນ
ໄປວັງວຽງເທື່ອໃດກໍຕ້ອງບໍ່ພາດກັບການຫຼິ້ນບູລາກູນກັນແນ່ນອນ ບໍ່ວ່າຈະເປັນການລ່ອງເຮືອ, ການຫຼິ້ນນ້ຳ, ເຫັນພາບແລ້ວຮູ້ສຶກຢາກໄປເລີຍ.
ຕາມພາບເຫັນໄດ້ເລີຍວ່າ ແມ່ນໍ້າມີນໍ້າໃສ ແລະ ເຢັນໄຫຼ່ຜ່ານ, ເມື່ອທ່ານໄປທີ່ນັ້ນທ່ານຈະໄດ້ສໍາຜັດກັບທໍາມະຊາດ, ໄດ້ສູດອາກາດທີ່ບໍລິສຸດ.
ຊື່ນຊົມໄປກັບທຳມະຊາດທີ່ແທ້ຈິງ…
4. ໄປລ່ອງເຮືອ
ການຜະຈົນໄພກັບນ້ຳບໍ່ວ່າຈະເປັນການ ຫຼິ້ນນ້ຳ, ລ່ອງເຮືອ ແມ່ນຟິນສຸດໆ ຂໍບອກເລີຍວ່າຕອນຫຼິ້ນແລ້ວບໍ່ຢາກຢຸດເລີຍລະ.
5. ໄປຂີ່ສະລິງ
ເຊື່ອເລີຍວ່າກິດຈະກຳນີ້ທຸກຄົນຢາກຫຼິ້ນແຕ່ກໍມີຄວາມຢ້ານພໍສົມຄວນ.
ກວ່າຈະຕັດສິນໃຈໃຫ້ສະລິງປ່ອຍອອກໄດ້ ທຳໃຈໄປຫຼາຍເຕີບໜຶ່ງເລີຍ 555.
ໃຜທີ່ຍັງບໍ່ເຄີຍຫຼິ້ນ ຕ້ອງລອງຈັກຄັ້ງໃນຊິວິດແລ້ວລະ.
6. ໄປຫຼິ້ນຖ້ຳ
ກິດຈະກຳຂອງນັກຜະຈົນໄພທີ່ແທ້ຈິງ ຕ້ອງຢ່າລືມໄປຫຼິ້ນຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູຄຳ, ຖ້ຳນ້ຳ, ຖ້ຳນອນ ແລະຜາຕັ້ງ.
ໄປຊົມຄວາມສວຍສົດງົດງາມຂອງຖໍ້າ ແລະ ໄປໄຫວ້ພຣະ ອີ່ມອົກ, ອີ່ມໃຈ, ອີ່ມບຸນ ແລະ ສຸກໃຈສຸດໆ.
7. ໄປງານວັງວຽງ Music Festival 2020
ຫັ່ນແນ່ ຮູ້ເດີ້ວ່າເພິ່ນບໍ່ພາດຈັກປີເລີຍໃນການໄປງານວັງວຽງແມ່ນບໍ່??
ງານນີ້ໄດ້ທັງຄວາມມ່ວນ, ຄວາມມັນ, ມິດຕະພາບໃໝ່ໆ ແລະ ຄວາມເປັນທຳມະຊາດທ່າມກາງຄອນເສີດທີ່ມີແສງ, ສີ, ສຽງ.
ຈະຖ້າເຮັດຫຍັງ? ຕ້ອງອອກໄປເອົາປະສົບການແບບນີ້ແລ້ວລະ.
ແຕ່ວ່າຍັງບໍ່ທັນມີລົດແມ່ນບໍ່? ລົດໝູ່ກະເຕັມ, ຊວນໝູ່ໄປກໍວ່າຈະໄປກັບແຟນ ເຮີ້~ ຕ້ອງນີ້ເລີຍ.
ພິເສດສຸດໆ!
ສຳລັບໃຜທີ່ຢາກທົວວັງວຽງແບບຈຸໃຈແບບນີ້ ແຕ່ບໍ່ຮູ້ຈະໃຊ້ບໍລິການໃດດີ ພວກເຮົາຂໍແນະນຳ ໂລກ້າໂກຣ ບໍລິການລົດຕູ້ພ້ອມຄົນຂັບ.
ຄົນຂັບສຸພາບ, ລົດສະອາດ, ໄປໄດ້ເຖິງ 14 ຄົນ/ຄັນ ຫານກັນແບບສະບາຍສະບາຍ! ຢາກໄປທ່ຽວບ່ອນໃດຂອງຫຼວງພະບາງກໍໄປໄດ້ພຽງແຕ່ບອກຄົນຂັບວ່າຢາກໄປໃສ ຕັ້ງແຕ່ 8ໂມງເຊົ້າ ຮອດ 9ໂມງແລງ. ບໍລິການເຊົ່າລົດຕູ້ດີໆແບບນີ້ພາດໄດ້ແນວໃດ! ເຊົ່າລົດມື້ນີ້ ແຖມຟຣີ ເບຍ 2 ແກັດ ເມື່ອທ່ານຮອດວັງວຽງ!! ແລະ ຖ້າທ່ານຍັງບໍ່ມີປີ້ເຂົ້າງານສາມາດຊື້ປີ້ເຂົ້າງານກັບເຮົາໄດ້ເລີຍໃນລາຄາ 50,000ກີບ/1ປີ້ ເທົ່ານັ້ນ!
ມາເບິ່ງແພັກເກດກັນເລີຍວ່າມີແພັກເກດໃດແດ່.
Package ທຳອິດ
ໄປ 2 ມື້ 1 ຄືນ ລາຄາ 1,560,000ກີບ, ຕົກຄົນລະ 112,000 ກີບເທົ່ານັ້ນ. ໄປໄດ້ 14 ຄົນ ແຖມຟຣີ ເບຍລາວ 1 ແກັດ.
Package ທີສອງ
ໄປ 3 ມື້ 2 ຄືນ ລາຄາ 2,080,000 ກີບ, ຕົກຄົນລະ 149,000ກີບເທົ່ານັ້ນ. ໄປໄດ້ 14 ຄົນ, ແຖມຟຣີ ເບຍລາວ 2 ແກັດ.
ໄປກັບເຮົາດີຫຍັງແດ່?
ໂທສອບຖາມຂໍ້ມູນເພີ່ມເຕີມເລີຍທີ່: 020 98111129.
ຕິດຕາມລາຄາໄດ້ທີ່ແອັບ Loca GRO. ດາວໂຫຼດໄດ້ທັງ IOS ແລະ Android.
Facebook Page ກໍມີເຊັ່ນດຽວກັນພຽງແຕ່ຄົ້ນຫາຄຳວ່າ Locagro (ຕາມຮູບລຸ່ມນີ້):
ແລະ ກົດຕິດຕາມ ພຽງເທົ່ານີ້ທ່ານກໍບໍ່ພາດຂ່າວສານດີໆຈາກທາງ Page ແລ້ວ!
ຢາກເຊົ່າລົດ, ບໍລິການດີໆ, ລາຄາເປັນກັນເອງ, ຢ່າລືມຄິດຫາໂລກ້າໂກຣເດີ້!
ຂອບໃຈທີ່ອ່ານກັນມາຮອດນີ້ ຕໍ່ໄປຈະມີສະຖານທີ່ໃດແດ່ ຢ່າລືມຕີດຕາມພວກເຮົາໄວ້ເດີ້!