ວິທີສະໝັກແອັບໃຊ້ງານ LOCA ບໍລິການແທັກຊີອອນລາຍ ແບບງ່າຍໆ

ໃນບົດຄວາມນີ້ ທີມງານໂລກ້າຂອງພວກເຮົາຈະມາແນະນໍາວິທີການດາວໂຫລດ ແລະ ສະໝັກໃຊ້ງານບໍລິການ LOCA ແບບງ່າຍໆ ທີ່ໃຜໆກໍ່ສາມາດເຮັດໄດ້ ພຽງແຕ່ເຮັດຕາມຂັ້ນຕອນດັ່ງລຸ່ມນີ້:

ກ່ອນອື່ນຂັ້ນຕອນທໍາອິດ ຕ້ອງດາວໂຫລດກ່ອນ ດ້ວຍການເຂົ້າໄປທີ່ www.loca.la/download ຫຼືຄົ້ນຫາຄໍາວ່າ LOCA LAO ໃນ AppStore ແລະ Playstore 

ຕໍ່ມາຂັ້ນຕອນທີສອງກໍ່ເປີດແອັບຂຶ້ນມາ ແລ້ວກົດ Sign up 

ຕໍ່ໄປກໍ່ພຽງແຕ່ກອກຂໍ້ມູນໃສ່ໃຫ້ຖືກຕ້ອງ 

ຖ້າທ່ານຕ້ອງການໄດ້ຮັບເງິນໂບນັດ 15,000ກີບ ຫຼັງຈາກການໃຊ້ບໍລິການຄັ້ງທໍາອິດ ທ່ານສາມາດໃສ່ລະຫັດໂປຼໂມຊັ່ນທາງລຸ່ມນີ້ໄດ້

ຫຼັງຈາກຄົບແລ້ວກໍ່ກົດ Create Account ເພື່ອສ້າງບັນຊີຂອງທ່ານ, ແລ້ວທ່ານໄດ້ຢືນຢັນເບີໂທລະສັບຂອງທ່ານດ້ວຍລະຫັດ 4ໂຕເລກທີ່ທາງບໍລິສັດສົ່ງໃຫ້ຜ່ານ SMS

ຫຼັງຈາກໃສ່ລະຫັດ 4ໂຕເລກໃນການຢືນຢັນສໍາເລັດແລ້ວ ກໍ່ຖືວ່າເປັນການສໍາເລັດການລົງທະບຽນນໍາໃຊ້ບໍລິການ LOCA 

 

Related Posts

LOCA ພ້ອມແລ້ວ! ໃຫ້ບໍລິການແທັກຊີລົດໄຟຟ້າໃນປະເທດລາວ ສ້າງການບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມ

LOCA ຫຼື ໂລກ້າ ຜູ້ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ປະກາດພ້ອມໃຫ້ບໍລິການແທັກຊີທີ່ເປັນລົດໄຟຟ້າ ລວມເຖິງລົດຈັກໄຟຟ້າ ໃນການສົ່ງເຄື່ອງ ແລະ ຮັບ-ສົ່ງຜູ້ໂດຍສານ ເພື່ອສ້າງການເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ອຍມົນລະພິດສູ່ອາກາດ. ປັດຈຸບັນ,...

70-year-old still earns more than 10 million kips per month from working with Loca.

Being old is considered to be difficult to find a job in society...