ວິທີເອີ້ນລົດ ແທັກອອນລາຍ (TAXI ONLINE) ຜ່ານແອັບຯ LOCA ເພື່ອໄປຮັບ ໄປສົ່ງແບບງ່າຍໆ ໃຜໆກໍ່ເຮັດໄດ້

ໝາຍເຫດ: ບໍລິການໂລກ້ານໍາໃຊ້ເຕັກໂນໂລຊີ GPS ເປັນໂຕຄໍານວນໄລຍະທາງ (ມິດເຕີ) ເພື່ອຄໍານວນຄ່າບໍລິການ. ລະບົບຈະເຮັດຫນ້າທີຄໍານວນລາຄາທີ່ເປັນກາງແລະໂປ່ງໃສ ຄົນຂັບລົດບໍ່ມີສິດເອີ້ນລາຄາໄດ້ເກີນຈາກທີ່ໂຊຢູ່ໃນແອັບ

ຫຼາຍຄົນອາດຈະເຫັນບໍລິການ LOCA ຜ່ານໆຕາມາແລ້ວຫລາຍເທື່ອ ຫລາຍຄົນກໍ່ຍັງລັງເລທີ່ຈະລອງໃຊ້ບໍລິການນີ້ ສໍາລັບຄົນທີ່ຢາກລອງໃຊ້ບໍລິການ LOCA ເພື່ອເອີ້ນລົດຮັບສົ່ງ ຫລື ລົດແທັກຊີ ກໍ່ຍັງບໍ່ແນ່ໃຈວ່າຈະເລີ່ມຕົ້ນແນວໃດ ໃຊ້ງານແນວໃດ ສະນັ້ນ ມື້ນີ້ທີມງານ LOCA ຂອງພວກເຮົາເລີຍຂຽນບົດຄວາມນີ້ຂຶ້ນມາ ເພື່ອສາທິດການໃຊ້ງານແອັບ LOCA ເພື່ອເອີ້ນລົດຮັບສົ່ງ ເຊິ່ງມີຂັ້ນຕອນດັ່ງລຸ່ມນີ້:

1. ຂັ້ນຕອນທໍາອິດເລີຍແມ່ນ ແມ່ນເຂົ້າໄປດາວໂຫລດແອັບພລິເຄຊັນຂອງ LOCA ລົງໃສ່ເຄື່ອງໂທລະສັບຂອງທ່ານ ເຊິ່ງແອັບ LOCA ມີໃຫ້ດາວໂຫລດຟຼີ ສໍາລັບ iOS ແລະ Android ໃນ Apple store ແລະ Play store ໂດຍພິມ LOCA Laos ເຊິ່ງທ່ານອາດຈະເຫັນ 2 ແອັບຂອງ LOCA ໃຫ້ທ່ານດາວໂຫລດໂຕສີຂາວ ເພາະສີດໍາ ແມ່ນແອັບຂອງຄົນຂັບ ຫລື ສາມາດເຂົ້າລິ້ງນີ້ເລີຍກໍ່ໄດ້ www.loca.la/download

2. ຂັ້ນຕອນຕໍ່ມາ ໃຫ້ທ່ານສະໝັກໃຊ້ງານແອັບພລິເຄຊັນ ທ່ານສາມາດເລືອກລົງທະບຽນຜ່ານ Email ຫລື ຈະຜ່ານ Facebook ຂອງທ່ານກໍ່ໄດ້ ແລ້ວແອັບຈະໃຫ້ທ່ານປ້ອນເບີໂທລະສັບຂອງທ່ານເຂົ້າ ເພື່ອຢືນຢັນຕົວຕົນ ເຊັ່ນດຽວກັນກັບວັອດແອັບ ຫລັງຈາກຢືນຢັນແລ້ວ ທ່ານກໍ່ສາມາດເລີ່ມຕົນໃຊ້ງານໄດ້ເລີຍ ເຊິ່ງທ່ານຈະເຫັນຫນ້າຕາແອັບແບບທີ່ທາງລຸ່ມນີ້.

ຫຼັງຈາກເຫັນແລ້ວ ທ່ານກໍ່ກົດປຸ່ມດັ່ງທີ່ໂຊໃນຮູບທາງລຸ່ມນີ້ເພື່ອປັກພິກັດບ່ອນຢູ່ຂອງທ່ານທີ່ທ່ານຕ້ອງການໃຫ້ຄົນຂັບໄປຮັບ. ກະລຸນາປັກພິກັດບ່ອນທີ່ທ່ານຕ້ອງການໃຫ້ໄປຮັບໃຫ້ຖືກຕ້ອງ ຖ້າບໍ່ດັ່ງນັ້ນຄົນຂັບຈະບໍ່ສາມາດຊອກທ່ານເຫັນ ແລະຈະໄປບ່ອນອື່ນແທນທີ່ຈະໄປຮັບທ່ານ

 

3. ຫຼັງຈາກເລືອກພິກັດບ່ອນທີ່ຈະໃຫ້ໄປຮັບແລ້ວ ໃຫ້ທ່ານກົດປຸ່ມ “BOOK NOW” ເພື່ອເລີ່ມການຈອງເຊິ່ງແອັບຈະຖາມຫາ “Add Drop-off location” ຫລື ປາຍທາງທີ່ທ່ານຈະໄປ, ຖ້າທ່ານລະບຸບ່ອນທີ່ທ່ານຈະໄປ ລະບົບຈະຊ່ວຍປະເມີນລາຄາໃຫ້ກ່ອນ ພ້ອມດຽວກັນນັ້ນ ທ່ານບໍ່ຈໍາເປັນຕ້ອງບອກທາງຄົນຂັບ.

4. ເມື່ອເລືອກທັງໝົດແລ້ວ ໃຫ້ທ່ານເລືອກຊ່ອງທາງການຊໍາລະເງິນ ທີ່ປຸ່ມ Payment Method ທາງປຸ່ມຊ້າຍມືທາງດ້ານລຸ່ມ, ໃນນີ້ທ່ານສາມາດເລືອກຊໍາລະຜ່ານເງິນສົດ (CASH), ບັດ Credit, ຫລື ເງິນໃນບັນຊີຂອງທ່ານ (LOCA Money). ຫຼັງຈາກຄົບແລ້ວ ທ່ານສາມາດກົດ “Confirm Booking” ເພື່ອເອີ້ນເອົາລົດມາຮັບທ່ານໄດ້ເລີຍ

ຫຼັງຈາກກົດ Confirm Booking ແມ່ນຜູ້ຂັບຈະມາຮັບເອົາທ່ານແທ້ ກະລຸນາເຫັນໃຈຜູ້ຂັບ. ຖ້າທ່ານພຽງຕ້ອງການທົດລອງ ພວກເຮົາແນະນໍາໃຫ້ລອງໃນຕອນທີ່ທ່ານຢາກໃຊ້ງານແທ້ໆ ເພາະລົດຈະມາຮັບທ່ານທັນທີທີ່ກົດ Confirm Booking

Related Posts

 老挝万象市和琅勃拉邦省可以使用LOCA了!LOCA线上叫车,24小时为您服务!

目前,LOCA有400多位司机,且不断增长。LOCA在老挝的车辆最大,服务范围最广。LOCA关注每位客户的行程,公正的价格。我们有系统跟随车辆,您可以放心使用LOCA。LOCA认真检查司机的简历,每次都会严格培训司机使用APP和驾车安全才允许司机接送客户。 LOCA支持多种方式付款,客户可以通过现金,VISA卡和Master卡来付款。另外,LOCA还有LOCA钱包(LOCA WALLET),在BCEL ONE和支付宝充值LOCA钱包,然后就可以进行支付了。   叫车的步骤:通过LOCA线上叫车,简单接送客户到达目的地。   备注:LOCA叫车使用GPS技术计算出总行程的价格。该系统会计算出公平清晰的价格。司机会按照这个价格跟客户收款,不允许司机外收客户的钱,您可以安心使用LOCA。 大家开始认识LOCA了,但可能有一部分人可能对LOCA的服务有怀疑。今天我们来介绍大家怎么用LOCA APP叫车。步骤顺序如下: 一、下载APP。在手机iOS版(Apple Store)在和Android版(Play Store)搜索...

ປະກັນໄພລົດໃນແອັບໂລກ້າ ໃຫ້ການຄຸ້ມຄອງຫຍັງແນ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພພາຫະນະ ສໍາລັບຜູ້ທີ່ມີການໃຊ້ພາຫະນະເປັນປະຈໍາ ເພື່ອຫຼຸດຜ່ອນຄວາມສ່ຽງຄ່າໃຊ້ຈ່າຍທີ່ອາດເກີດຂື້ນໄດ້ໃນອຸບັດຕິເຫດທາງລົດ. ການຊື້ປະກັນໄພພາຫະນະໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ຄຸ້ມຄອງບຸກຄົນທີ່ສາມ, ຄຸ້ມຄອງຄົນຂັບຂີ່ ແລະ ຄຸ້ມຄອງການຊົດເຊີຍ I. ການຄຸ້ມຄອງບຸກຄົນທີສາມແມ່ນຫຍັງ? – ການຄຸ້ມຄອງຄູ່ກໍລະນີ...