ໂລກ້າພາໄປ – 5 ຮ້ານເດັດຊົມວິວທ້ອງຟ້າ ວິວງາມບັນຍາກາດດີທີ່ຕ້ອງລອງ!

ໂລກ້າພາໄປ! ຮ້ານທີ່ມີວິວດາດຟ້າ ບັນຍາກາດຕາເວັນຕົກດິນ ຖ້າທ່ານຍັງບໍ່ໄດ້ລອງ 5ຮ້ານນີ້ບໍ່ຄວນພາດ!

 

1. Tipsy Elephant

ຢາກຊວນມາດິນເນີ້ ແລະ ຊິວເທິງດາດຟ້າຊັ້ນ 9 ຮ້ານ Tipsy Elephant ທີ່ຢູ່ເທິງໂຮງແຮມ SureStay ເປັນອີກຮ້ານ Rooftop ໃຈກາງເມືອງທີ່ຢາກແນະນຳ. ນອກຈາກໄດ້ເຫັນວິວເມືອງແລ້ວ ຍັງສາມາດແນມເຫັນວິວນ້ຳຂອງໄດ້ອີກ ທັງໂຣແມນຕິກ ແລະ ບັນຍາກາດດີສຸດໆ. ຮ້ານນີ້ມີທັງອາຫານຕາເວັນຕົກ ແລະ ອາຫານລາວ, ວາຍກໍມີ, ຄ໋ອກເທວກໍມີຄົບ. ແນະນຳໃຫ້ມາຊ່ວງ 5 – 6 ໂມງແລງເພື່ອເບິ່ງຕາເວັນຕົກດິນ ແລະ ທ້ອງຟ້າງາມໆ.

ສະຖານທີ່: ໂຮງແຮມຊົວສະເຕ, ແຄມຂອງ.

ໂລເຄຊັ້ນຮ້ານ: https://goo.gl/maps/PDWDmZeDLjYWSzF99

ເວລາ: ວັນຈັນ – ວັນອາທິດ, 17:00 – 24:00.

ເບີຕິດຕໍ່: 021 243 999.

 

2. House 38

ຖ້າທ່ານກຳລັງຊອກຫາບ່ອນນັ່ງກິນຊິວທີ່ອົບອຸ່ນ ແລະ ຊິວ, ຕ້ອງມາແວ່ທີ່ House 38. ຮ້ານອາຫານທີ່ສົມບູນແບບ, ບັນຍາກາດພິເສດ, ມີຫຼາຍໂຊນທັງໃນຮ້ານ ແລະ ກາງແຈ້ງ, ເຂດທີ່ແນະນຳແມ່ນໂຊນລະບຽງທີ່ໃຫ້ທ່ານສາມາດຊົມວິວຕາເວັນຕົກດິນໄດ້ຕອນແລງ. ອາຫານແມ່ນອາຫານທີ່ປະສົມປະສານລະຫວ່າງເອເຊຍ ແລະ ຕາເວັນຕົກທີ່ມີລົດຊາດທີ່ສົມບູນແບບ ແລະສ່ວນທີ່ເຂົ້າກັນໄດ້ດີກັບຄັອກເທວສຸດພິເສດ.

ສະຖານທີ່: ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

ເວລາ: ວັນຈັນ – ວັນພະຫັດ, 11:30 – 22:00; ສຸກ – ອາທິດ 11:30 – 23:00.

ໂລເຄຊັ້ນຮ້ານ: https://goo.gl/maps/M5hyc7yN9X16Cpp59

ເບີໂທຕິດຕໍ່: +856 20 5296 7423.

 

3. Luminar Rooftop Bar

ນັ່ງຊິວພ້ອມບັນຍາກາດດີໆ, ຮັບລົມໜາວຍາມແລງ, ພ້ອມດື່ມຈິບເບົາໆກິນລົມຊົມວິວ.

Rooftop ໃຈກາງເມືອງ, ຮ້ານຕົກແຕ່ງສະຕາຍ Modern ແສງສີສວຍງາມ, ພ້ອມເສີບອາຫານ, ເຄື່ຶອງດື່ມສຸດພິເສດຂອງຮ້ານ. ສຽງດົນຕີທີ່ທາງຮ້ານເປີດແມ່ນແບບ House ທີ່ຟັງເພີນໆເຂົ້າກັບບັນຍາກາດສຸດຊິວ ຖືເປັນອີກຮ້ານທີ່ເຮົາຢາກແນະນຳ ເໝາະກັບການໄປຖ່າຍຮູບ Check In ພ້ອມພາບບັນຍາກາດເຖິງດາດຟ້າ.

ສະຖານທີ່: ສີແຍກສີຫອມ, ຂ້າງວັດອິນແປງ.

ໂລເຄຊັ້ນຮ້ານ: https://goo.gl/maps/ZBRMtNoQc2mnFmkQ8

ເວລາ: ວັນອັງຄານ – ວັນອາທິດ, 17:00 – 24:00.

ໂທລະສັບ: +856 20 59 916 668.

 

4. Go To The Moon Rooftop

ບ່ອນນັ່ງຊິວ ວິວດີ ຈິບເຄື່ອງດື່ມເບົາໆ, ບັນຍາກາດດີແຮງຮັບຊົມຕາເວັນຕົກດິນສຸດແສນພິເສດ ທີ່ຮ້ານ Go To The Moon. ດິນເນີ້ສຸດຫຼູພ້ອມອາຫານ ກັບ ເຄື່ອງດື່ມສຸດເລີດ, ຖືເປັນອີກຮ້ານໜື່ງທີ່ເປັນຮ້ານ Rooftop ໃນກາງເມືອງທີ່ຕ້ອງໄດ້ລອງບອກເລີຍ. ແນະນໍາວ່າຮ້ານນີ້ຖ່າຍຮູບກັບວິວບັນຍາກາດແມ່ນຄືດີແຮງ ກັບ ພາບບັນຍາກາດຕາເວັນຕົກດິນເປັນວິວທຳມະຊາດທີ່ຫ້າມພາດ.

ສະຖານທີ່: ຮ່ອມໂບດນາຄໍາ, ທີ່ຮ້ານ Musso ຊັ້ນ 9.

ໂລເຄຊັ້ນຮ້ານ: https://goo.gl/maps/HhLeWgJ2RSizy1JH8

ເວລາ: ເປີດທຸກວັນ, 17:30 – 22:30 ໂມງ.

ເບີໂທຕິດຕໍ່: +856 20 9777 6548.

 

5. 7th Heaven by Burasari

ປັກມຸດໄວ້ເລີຍ, ຮ້ານດິນເນີ້ສຸດຫຼູ ເທິງດາດຟ້າໃຈກາງເມືອງ ພ້ອມບັນຍາກາດສາຍລົມພັດເບົາໆ ວິວແຄມຝັ່ງນໍ້າຂອງ. ຮ້ານ 7th Heaven ຢາກຂຶ້ນສະຫວັນຊັ້ນ 7 ແທ້ຕ້ອງແມ່ນຮ້ານນີ້ເລີຍ!! ວິວດີ ພ້ອມຮັບປະທານເມນູສຸດພິເສດຂອງຮ້ານ ຕ້ອງບອກວ່າເລີດແທ້ ເໝາະສຸດກັບວາລະໂອກາດດີໆ ເປັນອີກຮ້ານໜຶ່ງທີ່ຕ້ອງໄດ້ໄປ Check In ເລີຍ.

ສະຖານທີ່: ຖະໜົນເລກທີ 160 ເຈົ້າຟ້າງຸ່ມ, ບ້ານ ສີຖານເໜືອ, ເມືອງສີໂຄດຕະບອງ.

ໂລເຄຊັ້ນຮ້ານ: https://goo.gl/maps/Gvtfq19ynCxZ1RxS9

ເວລາ: ເປີດທຸກວັນ 17:00 – 23:30 ໂມງ.

ເບີໂທຕິດຕໍ່: 021 253 800.

Related Posts

Introducing LOCA Limousine Service powered by LIMOLAOS

Vientiane, January 22nd, 2020. LOCA would like to introduce the premium ride that...

ໂລກ້າ x ຟູດແພນດ້າ: ສະສົມຄະແນນໂລກ້າເມມເບີ ແລກສ່ວນຫຼຸດຟູດແພນດ້າ!

ທ່ານຮູ້ແລ້ວບໍ່ວ່າ ບໍລິການໂລກ້າໃນແຕ່ລະຖ້ຽວ ແມ່ນຈະໄດ້ຮັບຄະແນນໄວ້ສະສົມ ເພື່ອແລກເປັນສ່ວນຫຼຸດຈາກ ແອັບຟູດແພນດ້າໄດ້ແລ້ວ! ສໍາລັບລາຍລະອຽດໃນແລກສ່ວນຫຼຸດ: ເງື່ອນໄຂດ່ັງກ່າວແມ່ນສະເພາະຜູ້ທີ່ລົງທະບຽນ Loca Members ເທົ່ານັ້ນ. ທ່ານສາມາດແລກໄດ້ 1 ສິດຕໍ່ເດືອນ....