ໂລກ້າພ້ອມແລ້ວ ໃນການຕິດຕັ້ງຕູ້ສາກລົດໄຟຟ້າແບບໄວ (20ນາທີເຕັມ) ທົ່ວປະເທດ!

ທ່ານເປັນຄົນໜຶ່ງບໍ່ ທີ່ກໍາລັງລັງເລໃນການຫັນປ່ຽນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ? ເນື່ອງຈາກປັດຈຸບັນນີ້, ລາຄານໍ້າມັນທີ່ເພີ່ມສູງຂຶ້ນເລື້ອຍໆ ແຕ່ທາງເຮົາເຊື່ອວ່າ ຫຼາຍຄົນກໍຍັງອາດຈະລັງເລເປັນກັງວົນຢ້ານບໍ່ມີບ່ອນສາກລົດໄຟຟ້າທີ່ພຽງພໍ. ຕໍ່ໄປນີ້, ທ່ານຈະບໍ່ຕ້ອງໄດ້ເປັນຫ່ວງແລ້ວ ເພາະໃນວັນທີ 1 ມີນາ ປີ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈໍາກັດ, ທີ່ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ພວກເຮົາໄດ້ມີການກຽມພ້ອມພັດທະນາເຄືອຂ່າຍການສາກລົດໄຟຟ້າແບບສາກໄວ (DC Fast Charge) ທົ່ວປະເທດ.

ການສາກລົດໄຟຟ້າແບບໄວຂອງທາງເຮົາ ທີ່ກໍາລັງນໍາມາຕິດຕັ້ງແມ່ນຈະສາມາດສາກລົດໄຟຟ້າເຕັມໄດ້ພາຍໃນ 20 – 30 ນາທີເທົ່ານັ້ນ. ໂລກ້າເຮົາໄດ້ວາງເປົ້າໝາຍວ່າ ພາຍໃນທ້າຍປີ 2022 ນີ້, ຜູ້ຊົມໃຊ້ລົດໄຟຟ້າຈະສາມາດຂັບລົດຈາກນະຄອນຫຼວງວຽງຈັນ ລົງໄປຮອດປາກເຊ ໂດຍບໍ່ຕ້ອງກົງວົນເລື່ອງແບັດເຕີລີລົດໄຟຟ້າຈະໝົດກາງທາງໂດຍບໍ່ມີບ່ອນສາກ.

ກ່ອນໜ້ານີ້, ພວກເຮົາໄດ້ມີການຮ່ວມມືກັບ BYD ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີຂອງໂລກ້າເຮົາ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ເຊິ່ງໂຄງການດັ່ງກ່າວ ໄດ້ຮັບຜົນຕອບຮັບທີ່ມີດີ ໃນດ້ານການປະຢັດຕົ້ນທຶນຂອງຜູ້ໃຫ້ບໍລິການລົດແທັກຊີຂອງເຮົາ.

ເບື່ອງຕົ້ນ, ເຄືອຂ່າຍສາກລົດໄຟຟ້າແບບໄວທີ່ທາງໂລກ້າເຮົາກຽມຕິດຕັ້ງນັ້ນ ຄົນທົ່ວໄປກໍສາມາດສາກໄດ້ດ້ວຍຕົນເອງ ແລະ ສາມາດຊໍາລະຄ່າບໍລິການນໍາໃຊ້ໄດ້ຜ່ານແອັບ ໂລກ້າ ໂດຍກົງ. ສໍາລັບຈຸດສາກລົດໄຟຟ້າ, ທາງໂລກ້າເຮົາແມ່ນມີແຜນຈະເລີ່ມຈາກພາຍໃນນະຄອນຫຼວງວຽງຈັນ ແລ້ວຂະຫຍາຍໄປວັງວຽງ ຈົນເຖິງປາກເຊພາຍໃນປີ 2022 ນີ້. ທັງໝົດນີ້ອາດເວົ້າໄດ້ວ່າ ໂລກ້າ ເປັນເຈົ້າທໍາອິດໃນລາວທີ່ຈະຕິດຕັ້ງຕັ້ງລະບົບສາກໄວທີ່ໃຫ້ຜູ້ທີ່ນໍາໃຊ້ບໍລິການລົດໄຟຟ້າທົ່ວໄປສາມາດໃຊ້ບໍລິການໄດ້. ສໍາລັບລາຄາໃນການສາກລົດໄຟຟ້າແບບໄວນັ້ນ, ໂລກ້າແມ່ນຈະມີການແຈ້ງໃຫ້ຜູ້ສົນໃຈທົ່ວໄປໄດ້ຮັບຊາບໃນໄວໆນີ້.

Related Posts

เที่ยวหลวงพระบางไปกับ LOCA

ไปหลวงพระบางเมืองมรดกโลก ต้องได้ไปที่ไหนบ้าง? โลก้าแนะนำสถานที่ท่องเที่ยว, ร้านอาหารที่ไม่ควรพลาดเมื่อได้ไปหลวงพระบาง   วัดเชียงทอง เป็นวัดที่สำคัญ และ งดงามที่สุดแห่งหนึ่งของลาว ถูกสร้างขึ้นในสมัยพระเจ้าไชยะเศรษฐติลาต เป็นสถาปัตยกรรมที่งดงาม ยังคงศิลปะ วัฒนธรรมอันดีงามของลาว...

ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ ໃນ Loca Rewards

ຮ້ານແວ່ນຕາໃຕ້ຟ້າ Taifa Optical Center-ແວ່ນຕາໃຕ້ຟ້າ ທີ່ບໍ່ມີໃຜບໍ່ຮູ້ຈັກ ເພາະເພິ່ນໂດ່ງດັງເລື່ອງແວ່ນສາຍຕາມາຫຼາຍກວ່າ 25 ປີແລ້ວ ຊື່ສຽງຮຽງນາມກໍບໍ່ທຳມະດາເພາະຄົນຫຼາກຫຼາຍລຸ້ນຕັ້ງແຕ່ລຸ້ນປູ່ຍ່າຈົນຮອດລຸ້ນຫຼານກໍ່ເປັນລູກຄ້າເພີ່ນທັງນັ້ນ ມີເຄື່ອງວັດແທກສາຍຕາທີ່ທັນສະໄໝ ມີເລນສາຍຕາໃຫ້ເລືອກຫຼາກຫຼາຍ ມີແວ່ນກັນແດດແບລນໃຫຍ່ທີ່ຂື້ນຊື່ ມີຄອນແທັກເລນສາຍຕາສຳລັບຄົນສາຍຕາສັ້ນ...