LOCA ຍົກລະດັບການປະກັນໄພໃຫ້ບໍລິການຂອງຕົນເອງ ໂດຍຮ່ວມມືຮອບດ້ານກັບ ລ້ານຊ້າງປະກັນໄພ

LOCA ກຳລັງມຸ່ງໜ້າສ້າງທຸລະກິດໃຫ້ເຕີບໃຫຍ່ໄປອີກກ້າວ ໂດຍການຮ່ວມມືກັບບໍລິສັດປະກັນໄພລະດັບແຖວໜ້າຂອງປະເທດຢ່າງ ລ້ານຊ້າງປະກັນໄພ ເຊິ່ງມີເປົ້າໝາຍເພື່ອຍົກລະດັບການປົກປ້ອງໃນພາກສ່ວນການຂົນສົ່ງໂດຍສານໃຫ້ສູງຂຶ້ນ. ເມື່ອວັນອັງຄານທີ່ຜ່ານມາ (15 ຕຸລາ 2019) ບໍລິການເອີ້ນລົດຮັບສົ່ງຜ່ານແອັບເທິງມືຖື “LOCA” ໄດ້ຮ່ວມເຊັນສັນຍາຮ່ວມມືຮອບດ້ານກັບ ບໍລິສັດ ລ້ານຊ້າງປະກັນໄພ ຈຳກັດ ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການດ້ານປະກັນໄພລະດັບແຖວໜ້າທີ່ມີເຄືອຂ່າຍໃຫ້ບໍລິການໃນທົ່ວປະເທດ. ສຳລັບ LOCA ເຊິ່ງເປັນພາກສ່ວນທຸລະກິດໜຶ່ງທີ່ຂຶ້ນກັບບໍລິສັດ Bizgital ນັ້ນ, ການຮ່ວມມືກັບບໍລິສັດປະກັນໄພດັ່ງກ່າວແມ່ນເປັນໂອກາດທີ່ດີໃນພັດທະນາທຸລະກິດໃຫ້ມີໂສມໜ້າໃໝ່ ຮວມທັງເປັນການຍົກລະດັບການປົກປ້ອງໃນບໍລິການການຂົນສົ່ງໂດຍສານ ແລະ ອຳນວຍຄວາມສະດວກໃຫ້ແກ່ຄົນຂັບ ແລະ ຜູ້ໂດຍສານໃນການຊື້ປະກັນໄພຢ່າງງ່າຍດາຍ.

 

 

ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LOCA ແລະ ຜູ້ບໍລິຫານຝ່າຍເຕັກໂນໂລຊີຂອງ Bizgital ກ່າວວ່າ ການຮ່ວມມືກັນໃນຄັ້ງນີ້ບໍ່ພຽງແຕ່ເປັນບາດກ້າວທີ່ສຳຄັນໃນການຍົກລະດັບການປົກປ້ອງໃນພາກສ່ວນການຂົນສົ່ງໂດຍສານເທົ່ານັ້ນ ແຕ່ຍັງເປັນໜຶ່ງໃນອີກຫຼາຍໆສິ່ງທີ່ດີ ໂດຍສະເພາະບໍລິສັດສະຕາດອັບຢ່າງ LOCA ທີ່ໄດ້ເຮັດວຽກຮ່ວມກັບບໍລິສັດໃຫຍ່ຄືກັບລ້ານຊ້າງປະກັນໄພ. “ດ້ວຍການລິເລີ່ມທີ່ຍິ່ງໃຫຍ່ຂອງສອງບໍລິສັດນີ້ ພວກເຮົາເຊື່ອເປັນຢ່າງສູງວ່າ ການຮ່ວມມືເພື່ອປະຕິຮູບພາກສ່ວນທຸລະກິດນີ້ໃນອີກຫຼາຍໆດ້ານຈະປາກົດອອກມາໃນໄວໆນີ້.

ດັ່ງທີ່ກ່າວມາກໍຄື ເປົ້າໝາຍ Bizgital ກໍຄຶ ການເປັນຜູ້ນຳດ້ານດິຈິຕອນໃນ ສປປ ລາວ ແລະ ດ້ວຍ LOCA ເຮົາກໍໄດ້ຫັນປ່ຽນຮູບແບບການຄົມມະນາຄົມຂົນສົ່ງໃຫ້ໄປຢູ່ໃນມືຂອງຄົນທົ່ວໄປ ແລະ ເຮັດໃຫ້ບໍລິການດັ່ງກ່າວເປັນບໍລິການທີ່ນຳໃຊ້ງ່າຍ, ປອດໄພ ແລະ ສະດວກ ສຳລັບນັກທ່ອງທ່ຽວ ແລະ ຄົນລາວ”, ທ່ານ ສຸລິໂຍ ວົງດາລາ ກ່າວ. ທ່ານ ໂດ ດາງ ຄາງ ຜູ້ອຳນວຍການໃຫຍ່ບໍລິສັດລ້ານຊ້າງປະກັນໄພກ່າວວ່າ ລ້ານຊ້າງປະກັນໄພ ໄດ້ເຊັນສັນຍາຮ່ວມມືກັບຫຼາຍໆພາກສ່ວນ ແຕ່ LOCA ເປັນໜຶ່ງໃນພາກສ່ວນທີ່ສຳຄັນທີ່ສຸດ ເນື່ອງຈາກນີ້ເປັນຄັ້ງທຳອິດທີ່ພວກເຂົາໄດ້ຮ່ວມເຮັດວຽກກັບທີມບໍລິຫານທີ່ຍັງໜຸ່ມນ້ອຍ ແລະ ກ່ອນໜ້າທີ່ຈະມີການເຊັນສັນຍາກັນ ພວກເຂົາເອງກໍບໍ່ໄດ້ຄຳນຶງເຖິງແຕ່ວ່າ LOCA ຈະນຳເອົາຜົນປະໂຫຍດອັນໃດມາສູ່ຝ່າຍຕົນພຽງຢ່າງດຽວ ແຕ່ຍັງໄດ້ຄຳນຶງເຖິງອະນາຄົດຂອງໄວໜຸ່ມຍຸກໃໝ່ທີ່ຈະກ້າວຕໍ່ໄປໃນພາຍພາກໜ້າ.

 

 

ພ້ອມນີ້ ທ່ານ ສຸລິໂຍຍັງກ່າວຕື່ມວ່າ ການຮ່ວມມືໃນຄັ້ງນີ້ຍັງເປັນພຽງຈຸດເລີ່ມຕົ້ນນ້ອຍໆ ເຊິ່ງຕໍ່ໄປໃນອະນາຄົດຈະມີການຮ່ວມມືດ້ານອື່ນໆຕາມມາອີກຫຼາຍຢ່າງ ແລະ ນອກຈາກຈະປັນການຍົກລະດັບການປະກັນໄພໃນການໃຫ້ບໍລິການຂົນສົ່ງຂອງຕົນເອງແລ້ວ LOCA ຍັງຕ້ອງການເປັນຕົ້ນແບບທີ່ດີແກ່ຂະແໜງການຂົນສົ່ງໂດຍສານໃນລາວ ໃຫ້ຫັນມາໃສ່ໃຈເລື່ອງຂອງປະກັນໄພ ແລະ ຄວາມປອດໄພໃນການໃຫ້ບໍລິການທີ່ຫຼາຍຂຶ້ນ.

ປັດຈຸບັນ LOCA ມີລົດທີ່ໃຫ້ບໍລິການໃນເຄືອຂ່າຍຫຼາຍກວ່າ 300 ຄັນ, ມີຜູ້ໂດຍສານສະໝັກໃຊ້ບໍລິການກວ່າ 16,000 ຄົນ ແລະ ໃນການໃຫ້ບໍລິການຜ່ານມາ ຜູ້ໂດຍສານມີຄວາມເພິ່ງພໍໃຈ 4.87 ຈາກຄະແນນເຕັມ 5. ພ້ອມນີ້ພວກເຂົາຍັງມີແຜນທີ່ຈະຂະຫຍາຍການບໍລິການໃຫ້ກວ້າງ ແລະ ຫຼາກຫຼາຍຂຶ້ນໃນອະນາຄົດອັນໃກ້ນີ້. ສ່ວນລ້ານຊ້າງປະກັນໄພ ເປັນບໍລິສັດປະກັນໄພທີ່ສ້າງຕັ້ງຂຶ້ນເມື່ອປີ 2010 ແລະ ມີການພັດທະນາທີ່ດີຂຶ້ນເລື້ອຍມາ. ໃນປີ 2017 ພວກເຂົາກາຍເປັນ 1 ໃນ 3 ບໍລິສັດທີ່ມີສ່ວນແບ່ງຕະຫຼາດຫຼາຍທີ່ສຸດໃນລາວ. ຫຼ້າສຸດ ມີຕົວແທນຂາຍກວ່າ 300 ຈຸດໃນທົ່ວປະເທດ, 235 ຈຸດໃນທະນາຄານ ແລະ ຜູ້ເຈລະຈາທົດແທນຄ່າເສຍຫາຍ 100 ລາຍໃນ 18 ແຂວງ ຮວມທັງມີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຂາຍ ແລະ ໃຫ້ບໍລິການຜູ້ຊື້ປະກັນອີກດ້ວຍ.

 

 

Related Posts

Introducing LOCA Limousine Service powered by LIMOLAOS

Vientiane, January 22nd, 2020. LOCA would like to introduce the premium ride that...

ມາຮູ້ຈັກ: ແອັບພຼິເຄຊັນ LOCA ເປີດໂອກາດໃຫ້ຄົນມີລົດ ສາມາດຫາລາຍໄດ້ເສີມ $300-$600 ໄດ້

ທຸກມື້ນີ້ ການເຮັດວຽກເພື່ອມີລາຍໄດ້ພຽງທາງດຽວນັ້ນມີຄວາມສ່ຽງຕໍ່ຄວາມໝັ້ນຄົງທາງການເງິນຢູ່ພໍສົມຄວນ ເພາະຄົນສ່ວນໃຫຍ່ທີ່ມີລາຍໄດ້ພຽງແຕ່ທາງດຽວ ເຖິງວ່າຈະເປັນອາຊີບລາຍໄດ້ດີກໍຕາມ ກໍມັກຈະຂາດຫຼັກປະກັນລາຍໄດ້ ບໍ່ຮູ້ວ່າມື້ໃດຈະວ່າງງານ ຫຼື ມີເຫດໃຫ້ຕ້ອງອອກຈາກວຽກໂດຍບໍ່ທັນຄາດຄິດ. ຖ້າເປັນແບບນີ້ ເຮົາຈະຫາລາຍໄດ້ທາງໃດມາທົດແທນ?! ຫຼາຍຄົນຈຶ່ງຢາກມີລາຍໄດ້ເສີມ ແລະ ກຳລັງແນມຫາລາຍໄດ້ພິເສດກັນຢູ່.