LOCA ພ້ອມແລ້ວ! ໃຫ້ບໍລິການແທັກຊີລົດໄຟຟ້າໃນປະເທດລາວ ສ້າງການບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມ

LOCA ຫຼື ໂລກ້າ ຜູ້ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ປະກາດພ້ອມໃຫ້ບໍລິການແທັກຊີທີ່ເປັນລົດໄຟຟ້າ ລວມເຖິງລົດຈັກໄຟຟ້າ ໃນການສົ່ງເຄື່ອງ ແລະ ຮັບ-ສົ່ງຜູ້ໂດຍສານ ເພື່ອສ້າງການເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ອຍມົນລະພິດສູ່ອາກາດ.

ປັດຈຸບັນ, ໂລກ້າແມ່ນໄດ້ໃຫ້ບໍລິການແທັກຊີອອນລາຍມາຫຼາຍກວ່າ 4 ປີ ເຊິ່ງສາມາດສ້າງເຄືອຂ່າຍລົດແທັກຊີໃນລະບົບຂອງໂລກ້າແລ້ວຫຼາຍກວ່າ 600 ຄັນ ເຊິ່ງໃນນັ້ນແມ່ນປະກອບມີລົດແທັກຊີທີ່ເປັນລົດໄຟຟ້າແລ້ວກວ່າ 52 ຄັນ. ພາຍໃນປີ 2025, ໂລກ້າຕັ້ງເປົ້າທີ່ຈະມີບໍລິການແທັກຊີໃນລະບົບຫຼາຍກວ່າ 1000 ຄັນ ເຊິ່ງໃນນັ້ນຈະເປັນລົດໄຟຟ້າ 500 ຄັນ ແລະ ໃນປີ 2030 ແມ່ນຈະຫັນເປັນບໍລິການແທັກຊີລົດໄຟຟ້າໃຫ້ໄດ້ 100% ເຊິ່ງຄາດການວ່າຈະມີແທັກຊີລົດໄຟຟ້າຫຼາຍກວ່າ 5000 ຄັນ.

ຈາກບໍລິການແທັກຊີໂລກ້າທີ່ເປັນລົດໄຟຟ້າໃນຊ່ວງເວລາທີ່ຜ່ານມາ ແມ່ນໄດ້ກະແສຕອບຮັບທີ່ດີຫຼາຍຈາກຄົນລາວເອງ ແລະ ນັກທ່ອງທ່ຽວຕ່າງຊາດ ໂດຍທີ່ໃນສ່ວນຂອງແທັກຊີລົດໄຟຟ້າຈາກໂລກ້ານັ້ນ ແມ່ນໄດ້ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 41,000 ຖ້ຽວ, ເປັນໄລຍະທາງຫຼາຍກວ່າ 220,000 ກິໂລແມັດ ແລະ ຫຼຸດຜ່ອນການປ່ອຍ CO2 ສູ່ອາກາດໄດ້ເຖິງ 40,000 ກິໂລກຣາມ ຫຼື 40 ໂຕນ.

ບໍລິການແທັກຊີຈາກໂລກ້າ ເປັນບໍລິການທີ່ເອີ້ນລົດງ່າຍພຽງປາຍນິ້ວເທິງມືຖືຜ່ານແອັບພລິເຄຊັນ LOCA ທີ່ສະດວກ, ປອດໄພ ເພາະຄົນຂັບທຸກຄົນນັ້ນແມ່ນໄດ້ຜ່ານການກວດສອບເອກະສານທີ່ຖືກຕ້ອງ ແລະ ໄດ້ຮັບການເຝິກອົບຮົມກ່ອນທີ່ຈະມາຂັບແທັກຊີກັບໂລກ້າ ເຮັດໃຫ້ໝັ້ນໃຈໄດ້ເລີຍເຖິງຄວາມເປັນມືອາຊີບ ແລະ ຄວາມປອດໄພ ພ້ອມບໍລິການຕະຫຼອດ 24 ຊົ່ວໂມງ ທີ່ບໍ່ວ່າຈະເອີ້ນເວລາໃດ ກໍມີລົດໃຫ້ບໍລິການຕະຫຼອດແນ່ນອນ.

ນອກຈາກບໍລິການແທັກຊີທີ່ເປັນລົດໄຟຟ້າແລ້ວ, ໂລກ້າຍັງມີບໍລິການຕູ້ສາກລົດໄຟຟ້າແບບໄວ ເພື່ອຮອງຮັບໃຫ້ກັບຄົນຂັບໂລກ້າ ລວມທັງເປັນບ່ອນສາກສາທາລະນະໃຫ້ຄົນທົ່ວໄປໄດ້ເຂົ້າໃຊ້ອີກດ້ວຍ ທີ່ສາມາດສາກລົດພຽງ 30-40 ນາທີ ກໍສາມາດເດີນທາງຕໍ່ໄດ້ອີກ 200-300 ກິໂລແມັດ. ປັດຈຸບັນ, ໂລກ້າແມ່ນມີສະຖານີສາກແລ້ວກວ່າ 6 ຈຸດໂດຍປະກອບມີ: ນະຄອນຫຼວງວຽງຈັນ 3 ຈຸດ, ວັງວຽງ-ປາກຊັນ-ສະຫວັນນະເຂດ ອີກບ່ອນລະ 1 ຈຸດ ເຊິ່ງຕອນນີ້ແມ່ນໄດ້ເລັ່ງຕິດຕັ້ງສະຖານີເພີ່ມທີ່ແຂວງຄຳມ່ວນ ແລະ ປາກເຊ ທີ່ຄາດວ່າຈະເປີດໃຫ້ບໍລິການໄດ້ພາຍໃນເດືອນ 12 ຫຼື ເດືອນ 1 ປີ 2023 ນີ້.

ລອງໃຊ້ບໍລິການແທັກຊີລົດໄຟຟ້າໄດ້ແລ້ວມື້ນີ້ທີ່ແອັບ LOCA

ດາວໂຫຼດແອັບເລີຍທີ່: https://www.loca.la/download 

Related Posts

ວິທີເອີ້ນລົດ ແທັກອອນລາຍ (TAXI ONLINE) ຜ່ານແອັບຯ LOCA ເພື່ອໄປຮັບ ໄປສົ່ງແບບງ່າຍໆ ໃຜໆກໍ່ເຮັດໄດ້

ຫຼາຍຄົນອາດຈະເຫັນບໍລິການ LOCA ຜ່ານໆຕາມາແລ້ວຫລາຍເທື່ອ ຫລາຍຄົນກໍ່ຍັງລັງເລທີ່ຈະລອງໃຊ້ບໍລິການນີ້ ສໍາລັບຄົນທີ່ຢາກລອງໃຊ້ບໍລິການ LOCA ເພື່ອເອີ້ນລົດຮັບສົ່ງ ຫລື ລົດແທັກຊີ ກໍ່ຍັງບໍ່ແນ່ໃຈວ່າຈະເລີ່ມຕົ້ນແນວໃດ ໃຊ້ງານແນວໃດ ສະນັ້ນ ມື້ນີ້ທີມງານ...

Loca Loyalty Program is finally here!

It’s no secret that Loca has been providing excellent services to all its...