Loca EV Fast Charger Station BLUEKOFF.High Way ພ້ອມໃຫ້ບໍລິການແລ້ວ!

 

ຕູ້ສາກຈຸດທີ່ 6 ນະຄອນຫຼວງວຽງຈັນ ທີ່ BLUEKOFF.High Way ແມ່ນຕູ້ສາກປະເພດ Dc ຫຼື ຕູ້ສາກແບບໄວ ທີ່ໃຫ້ກຳລັງໄຟສູງເຖິງ 120 ກິໂລວັດ ສາມາດສາກລົດທີ່ໃຊ້ງານຫົວສາກແບບ ເອເຊຍ GB/T ແລະ ລົດໂຊນຢູໂຣບ CCS Type 2

ຢູ່ໃນແອັບ LOCA EV ກໍ່ຍັງສາມາດເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ, ເບີ່ງສະຖານະຕູ້ສາກແບບ Online, ກວດປະຫວັດການສາກຄືນໄດ້, ສະແດງຜົນການສາກແບບ Real Time ຜ່ານມືຖື

ໃນລະຫວ່າງທີ່ລໍຖ້າສາກກໍສາມາດໃຊ້ບໍລິການ BLUEKOFF.High Way ໄດ້ ໃນທຸກມຸມຂອງຮ້ານແມ່ນຖ່າຍຮູບອອກມາໄດ້ງາມທຸກມຸມ ໂຕອາຄານແມ່ນຖືກອອກແບບໃຫ້ມີຄວາມງາມແປກຕາມີເອກະລັກໂດດເດັ່ນດ້ວຍຊົງໂມເດີນສາມຫຼ່ຽມຊ້ອນກັນ ຫຼື ເບີ່ງອີກແບບໜື່ງກໍ່ແມ່ນຊົງເລຂາຄະນິດສວນດ້ານນອກແມ່ນມີຄວາມຂຽວຮົ່ມເຢັນ ສະຫງົບ ເໝາະກັບການໄປນັ່ງຖ້າການສາກລົດ ແລະ ອ່ານໜັງສືສຸດໆ ໃຜທີ່ຕ້ອງການອາກາດສົດ ໂລກ້າແນະນຳຕ້ອງລອງມານັ່ງຫຼີ້ນໂຊນນີ້ເບີ່ງເດີ

ກາແຟແມ່ນແຊບລົດຊາດດີ, ເຂົ້າໜົມເບເກີລີກໍ່ມີຄວາມຫຼາກຫຼາຍ  ໂລກ້າໄປລອງມາແລ້ວ ຮັບປະກັນເລີຍວ່າຖ້າບໍ່ໄປຄືພາດແຮງ

📍 ສະຖານີສາກ – BLUEKOFF.High Way: ຕັ້ງຢູບ້ານ ໄຊມຸງຄຸນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ຢູໄກ້ກັບປະຕູໂຂງ ທາງຂື້ນທາງດ່ວນ)
📍ໂຫຼດແອັບ Loca EV ເພື່ອໃຊ້ງານຕູ້ສາກໂລກ້າໄດ້ເລີຍ!

Related Posts

ລົດໄຟຟ້າສາມາດສາກໃນຕອນຝົນຕົກໄດ້ຫຼືບໍ່?

ຫຼາຍໆຄົນອາດຈະສົງໄສ ແລະ ມີຄຳຖາມວ່າການສາກລົດໄຟຟ້າເພື່ອເຕີມແບັດເຕີລີ່ຕອນຝົນຕົກຈະເປັນອັນຕະລາຍ ຫຼື ບໍ່? ໂລກ້າມີຄຳຕອບ! ສຳລັບຕູ້ສາກທີ່ໄດ້ຜ່ານມາດຖະການກັນນ້ຳແລະຝຸ່ນໃນລະດັບ IP54 ຂຶ້ນໄປສາມາດສາກໄດ້ ແລະ ປອດໄພ ເຊິ່ງຕູ້ສາກຂອງໂລກ້ານັ້ນ ມີມາດຕະຖານກັນນ້ຳ...

The 5 must-try restaurants in Vientiane recommended by local people

The food in Vientiane is colorful and diverse just like the city. We...