ລົດໄຟຟ້າສາມາດສາກໃນຕອນຝົນຕົກໄດ້ຫຼືບໍ່?

ຫຼາຍໆຄົນອາດຈະສົງໄສ ແລະ ມີຄຳຖາມວ່າການສາກລົດໄຟຟ້າເພື່ອເຕີມແບັດເຕີລີ່ຕອນຝົນຕົກຈະເປັນອັນຕະລາຍ ຫຼື ບໍ່?

ໂລກ້າມີຄຳຕອບ!

ສຳລັບຕູ້ສາກທີ່ໄດ້ຜ່ານມາດຖະການກັນນ້ຳແລະຝຸ່ນໃນລະດັບ IP54 ຂຶ້ນໄປສາມາດສາກໄດ້ ແລະ ປອດໄພ

ເຊິ່ງຕູ້ສາກຂອງໂລກ້ານັ້ນ ມີມາດຕະຖານກັນນ້ຳ ແລະ ຝຸ່ນໃນລະດັບ IP54. ນອກຈາກນັ້ນຕູ້ສາກຂອງໂລກ້າ ຍັງມີລະບົບປ້ອງກັນຕ່າງໆທີ່ໄດ້ມາດຕະຖານເຊັ່ນວ່າ:

-ລະບົບສາຍດິນ

-ລະບົບຕັດໄຟສຸກເສີນ

-ລະບົບປ້ອງກັນໄຟຟ້າລັດວົງຈອນ

ສໍາລັບລົດໄຟຟ້າເອງສ່ວນໃຫຍ່ແມ່ນມີມາດຕະຖານກັນນ້ຳ ແລະ ຝຸ່ນທີ່ສູງກວ່າ IP54 ເຊິ່ງບາງລຸ້ນອາດຈະສູງເຖິງ IP68 ທີ່ສາມາດຂັບລຸຍນໍ້າໄດ້ໃນລະດັບໜື່ງ ສາມາດລ້າງລົດດ້ວຍການອັດສີດຜ່ານເຄື່ອງສີດແຮງດັນສູງໄດ້ ໂດຍທີ່ລົດຈະບໍ່ໄດ້ຮັບຜົນກະທົບ. ສະນັ້ນຈື່ງບໍ່ຕ້ອງກັງວົນເພາະລົດໄຟຟ້າໂດຍສ່ວນໃຫຍ່ແມ່ນມີມາດຕະຖານຄວາມປອດໄພສຳລັບຜູ້ໃຊ້ງານສະເໝີ.

ໝາຍເຫດ: ສໍາລັບຕູ້ສາກທີ່ທ່ານໃຊ້ປະຈໍາຢູ່ທີ່ບ້ານເຮືອນຂອງທ່ານເອງ ກະລຸນາກວດເຊັກສະເປັກໃຫ້ດີ ເນື່ອງຈາກບາງລຸ້ນອາດຈະບໍ່ໄດ້ຖືກອອກແບບໃຫ້ປ້ອງກັນຝົນໄດ້.

ດາວໂຫຼດແອັບພິເຄຊັ່ນເພື່ອໃຊ້ງານ:iOS: https://link.loca.la/LOCA-EV_appstore
Android: https://link.loca.la/LOCA-EV_playstore
Website: https://link.loca.la/ev_how-to

Related Posts