ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023 ໃນໝວດ “ບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ” ເຊິ່ງນີ້ບໍ່ແມ່ນພຽງແຕ່ເປັນການສະແດງເຖິງການເຮັດວຽກໜັກຂອງພວກເຮົາ ແຕ່ມັນຍັງເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ທີ່ສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວ. ສໍາລັບ LOCA, ການເດີນທາງຂອງພວກເຮົາບໍ່ແມ່ນແຕ່ເພື່ອໄດ້ຮັບການຍ້ອງຍໍຊົມເຊີຍ ແຕ່ມັນຄືການສ້າງຄວາມຝັນນັ້ນໃຫ້ເປັນຈິງ. ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງໃນການເປັນ Startup ໂດຍຄົນລາວ ທີ່ໄດ້ຂຽນລົງປະຫວັດສາດໜ້າໃໝ່ໃຫ້ກັບວົງການການເດີນທາງ ແລະ ການຈ່າຍເງິນໃນລາວ. ໄຊຊະນະຂອງພວກເຮົາໃນງານອັນມີກຽດຄັ້ງນີ້ ແມ່ນໄດ້ເປັນເຄື່ອງໝາຍໃຫມ່ຕໍ່ການສ້າງນະວັດຕະກໍາທີ່ຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດລາວ ແລະ ນີ້ຄືການຫັນປ່ຽນທີ່ສຳຄັນທີ່ທາງ LOCA ໄດ້ໃຫ້ສັນຍາໄວ້ກັບສັງຄົມ. ແຕ່ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງພວກເຮົາບໍ່ໄດ້ສິ້ນສຸດພຽງແຕ່ລາງວັນເທົ່ານັ້ນ…
ຕູ້ສາກເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ແມ່ນເປັນຕູ້ປະເພດ DC ຫຼື ຕູ້ສາກແບບໄວ ສາມາດສາກໄດ້ທັງ GB/T ແລະ CCS Type 2 ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 ກິໂລວັດ. ຕູ້ສາກແມ່ນຕັ້ງຢູ່ທີ່ Friendship Supermart Vientiane ທີ່ ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍໃນຂະນະທີທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການທີ່ Friendship Supermart ໄດ້ ເພາະມີຮ້ານຄ້າຫຼາກຫຼາຍທີ່ອຳນວຍຄວາມສະດວກແກ່ລູກຄ້າ Daily queen ice cream ເໝາະກັບການພາລູກຫຼານໄປນັ່ງຫຼີ້ນ, Supermarket ທີ່ມີສິນຄ້າທຸກແບບໃຫ້ລູກຄ້າເລາະຊື້ ນອກຈາກນີ້ ກໍຈະມີຮ້ານກາແຟ…
ຜູ້ໃຊ້ລົດໄຟຟ້າບໍ່ຕ້ອງກັງວົນເລື່ອງການເດີນທາງກັນແລ້ວ ເພາະບໍລິການສາກລົດໄຟຟ້າໂລກ້າ ມີເຖິງ 14 ຈຸດສາກ ແຕ່ເໜືອ-ໃຕ້, ສາມາດສາກກັບລົດໄຟຟ້າທີ່ມີຫົວສາກເຊື່ອມຕໍ່ CCS Type 2 ແລະ ເອເຊຍ GB/T ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 kW. ພຽງແຕ່ໃຊ້ແອັບ Loca EV ໃນການສາກ ກໍເຮັດໃຫ້ຜູ້ໃຊ້ງານສະດວກສະບາຍທີ່ສຸດ ເພາະແອັບສາກລົດໄຟຟ້າໄດ້ມີຄວາມສາມດຕ່າງໆດັ່ງລຸ່ມນີ້: ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ ເບີ່ງສະຖານະຕູ້ສາກແບບ Online ກວດປະຫວັດການສາກຄືນໄດ້ ສະແດງຜົນການສາກແບບ Real Time ຜ່ານມືຖື ວິທີການໃຊ້ງານແອັບ Loca EV ງ່າຍໆ ສາມາດເບີ່ງໄດ້ທີ່ລີ້ງນີ້ເລີຍ: https://youtu.be/1v6_XUd_H5E ໂລກ້າ ໄດ້ລວມຕູ້ສາກທັງໝົດ 14 ຈຸດສາກທົ່ວປະເທດ:…
ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້ ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T. ໃນລະຫວ່າງທີ່ລໍຖ້າສາກລົດ ສາມາດໃຊ້ບໍລິການຕ່າງໆໃນບໍລິເວນຕູ້ສາກໂລກ້າໄດ້ ເພາະຈຸດສາກທີ່ The Kao ແມ່ນມີຮ້ານຄ້າຫຼາກຫຼາຍຄ່ອຍລໍຖ້າໃຫ້ບໍລິການທ່ານ ທີ່ຈຸດສາກລົດໄຟຟ້າແຫ່ງນີ້ ແມ່ນມີຮ້ານຄ້າຫຼາຍປະເພດເລີຍເຊັ່ນ: ອາຫານ The Kao, ຮ້ານ The Kafe, ຮ້ານຊີ້ນດາດກະທະທອງ,…
ໂລກ້າ ເພີ່ມຈຸດສາກແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ທີ່ ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນຈຸດສາກ ທີ່ ອິ່ມສຸກ ມີຕູ້ສາກທັງໝົດ 2 ຕູ້ ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນ ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T. ໃນຂະນະທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການ ທີ່ ຮ້ານກາແຟ Treekoff ໄດ້ …