ນະວັດຕະກຳໃໝ່ໃນການຈ່າຍເງິນ! ໂລກ້າເປີດຕົວ Loca Pay ທີ່ຈະຊ່ວຍໃຫ້ນັກທ່ອງທ່ຽວຕ່າງຊາດຈ່າຍເງິນງ່າຍຂຶ້ນ

ໂລກ້າເປີດຕົວຜະລິດຕະພັນໃໝ່ “Loca Pay” ໃນວັນທີ 16 ທັນວາ 2022, ທີ່ໂຮງແຮມ Lao Plaza ເພື່ອເປັນຈຸດໝາຍໃໝ່ໃນການເປັນຕົວກາງການຊຳລະເງິນແບບທີ່ສະດວກ ແລະ ປອດໄພໃຫ້ກັບທຸກຄົນ.

ການທ່ອງທ່ຽວນັ້ນ ຖືເປັນໜຶ່ງໃນອຸດສາຫະກຳທີ່ສຳຄັນໃນປະເທດລາວ ທີ່ມີນັກທ່ອງທ່ຽວເດີນທາງເຂົ້າມາໃນປະເທດກໍແມ່ນນັບມື້ນັບຫຼາຍຂຶ້ນ ເຊິ່ງນັ້ນເອງກໍມາພ້ອມກຳລັງການຊື້ຈ່າຍທີ່ສູງ ທີ່ພ້ອມຈະຈັບຈ່າຍໃຊ້ສອຍໃນປະເທດລາວ ແລະ ນັ້ນກໍເປັນສິ່ງທີ່ທາງໂລກ້າໄດ້ເລັ່ງເຫັນໂອກາດ ແລະ ສ້າງບໍລິການໃໝ່ເພື່ອຕອບໂຈດການຊຳລະເງິນເຫຼົ່ານີ້ດ້ວຍ Loca Pay ທີ່ເປັນລະບົບການຈ່າຍເງິນແບບໃໝ່ທີ່ຈະໃຫ້ທຸກຄົນສາມາດໃຊ້ບັດເຄຣດິດຂອງຕົວເອງເພື່ອຊໍາລະເງິນຜ່ານຄິວອາໂຄ້ດຂອງທະນາຄານໃນລາວໄດ້ຢ່າງສະດວກ.

LOCA ໄດ້ຮ່ວມມືກັບທະນາຄານຮ່ວມພັດທະນາ (JDB) ປະກາດເປີດຕົວລະບົບການຊຳລະເງິນຮູບແບບໃໝ່ກັບ “LOCA PAY” ທີ່ຈະເຮັດໃຫ້ການຊຳລະດ້ວຍບັດເຄຣດິດຂອງນັກທ່ອງທ່ຽວນັ້ນ ມີຄວາມສະດວກສະບາຍໃນລາວ ພຽງແຕ່ເຊື່ອມຕໍ່ບັດເຄຣດິດ ເຂົ້າກັບແອັບ, ຫຼັງຈາກນັ້ນ ກໍສາມາດສະແກນ ແລະ ຈ່າຍກັບຄິວອາໂຄ້ດທະນາຄານລາວໄດ້ທຸກບ່ອນພາຍໃນເວລາບໍ່ພໍເທົ່າໃດວິນາທີ. ບໍລິການ Loca Pay ນັ້ນສາມາດຮອງຮັບໄດ້ທັງບໍ່ວ່າຈະເປັນບັດ VISA, ບັດ Mastercard ແລະ UnionPay (ເຊິ່ງຈະມາໃນປີໜ້າ).

ນອກຈາກແຂກຜູ້ມີກຽດທຸກໆທ່ານທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້ແລ້ວ ບໍ່ວ່າຈະເປັນບັນດາຫົວໜ່ວຍທຸລະກິດ, ທະນາຄານໃຫຍ່ໃນ ສປປ ລາວ, ບັນດາອົງກອນທີ່ສຳຄັນ… ທາງງານຍັງໄດ້ຮັບກຽດຈາກທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນການເຂົ້າຮ່ວມ ແລະ ຂຶ້ນເວທີມີຄຳເຫັນໃນການຄັ້ງນີ້ດ້ວຍ

Loca Pay ຖືໄດ້ວ່າຈະເປັນຕົວປະຕິວັດໃໝ່ໃນວົງການການຊຳລະເງິນ ທີ່ນອກຈາກຈະຊ່ວຍນັກທ່ອງທ່ຽວໃນການຊຳລະເງິນແລ້ວ. Loca Pay ຍັງເປັນຜູ້ທີ່ຊ່ວຍ ແລະ ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍນັ້ນ ສາມາດເຂົ້າເຖິງກຳລັງຊື້ຂອງນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ຈາກທີ່ເຂົາເຈົ້ານັ້ນສາມາດຈ່າຍເງິນຜ່ານຄິວອາໂຄ້ດຂອງທະນາຄານລາວໄດ້ ໂດຍທີ່ຮ້ານຄ້ານັ້ນບໍ່ຕ້ອງມີເຄື່ອງຮູດບັດເພື່ອຮັບບັດເຄຣດິດຂອງນັກທ່ອງທ່ຽວ ເພາະການຊຳລະຜ່ານ QR ນັ້ນຖືເປັນສິ່ງທີ່ຍອດນິຍົມໃນປະເທດລາວ ແລະ ເປັນທີ່ຍອດຮັບທີ່ກວ້າງຂວາງຕັ້ງແຕ່ຮ້ານຄ້ານ້ອຍໆ ໄປຈົນເຖິງລະດັບທຸລະກິດຂະໜາດໃຫຍ່ນັ້ນເອງ.

ສຳລັບຕົວຂອງ LOCA ນັ້ນແມ່ນໄດ້ດໍາເນີນການບໍລິການລົດໂດຍສານ ຫຼື ແທັກຊີມາຕັ້ງແຕ່ປີ 2018 ຈົນກ້າວຂຶ້ນເປັນບໍລິການແທັກຊີອອນລາຍອັນດັບໜຶ່ງໃນລາວພາຍໃນເວລາພຽງ 4 ປີ ດ້ວຍຊື່ສຽງໃນການບໍລິການທີ່ປອດໄພ ແລະເຊື່ອຖືໄດ້ ເຊິ່ງ LOCA ເອງກໍໄດ້ຖືກບັນຈຸຢູ່ໃນ 100 ບໍລິສັດອັນດັບຕົ້ນໆຂອງ Forbes ASIA ທີ່ໜ້າຈັບຕາໃນນປີ 2021 ອີກດ້ວຍ. ການເປີດຕົວບໍລິການໃໝ່ຢ່າງ Loca Pay ນັ້ນ ກໍແມ່ນໄດ້ຮັບການອໍານວຍຄວາມສະດວກ ໂດຍຜ່ານທະນາຄານຮ່ວມພັດທະນາເພື່ອໃຫ້ການຊຳລະການເງິນມີຄວາມໂປ່ງໃສ ແລະ ໄວ້ວາງໃຈໄດ້ແນ່ນອນ. ການບໍລິການ LOCA PAY ຍັງແມ່ນໄດ້ຮັບການອະນຸມັດຢ່າງເປັນທາງການຈາກກົມລະບົບຊຳລະສຳສາງ ຂອງທະນາຄານແຫ່ງ ສປປ ລາວ ໃນການດຳເນີນງານລະບົບ ຈຶ່ງໝັ້ນໃຈໄດ້ເຖິງຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນການຈ່າຍເງິນຂອງທ່ານທົ່ວປະເທດລາວຢ່າງແນ່ນອນ.

 

ສາມາດນຳໃຊ້ບໍລິການ Loca Pay ໄດ້ແລ້ວມື້ນີ້ເທິງແອັບ LOCA. ຮອງຮັບທຸກລະບົບບໍ່ວ່າຈະເປັນ iOS, Android ແລະ Huawei.

ດາວໂຫຼດແອັບໄດ້ທີ່:​ https://www.loca.la/download

Related Posts

LOCA推荐:5家咖啡馆@老挝万象

LOCA推荐:5家咖啡馆@老挝万象 这5家咖啡馆你打卡过了吗? 这家咖啡馆非常特别,主要在古典音乐和西方设计风格的融合,让您感到非常舒适。The Pianist的饮料和甜点都是选择最优质的原料,成为最健康的美食。如果您对古典音乐感兴趣,在这家咖啡馆里,您能欣赏The Pianist的钢琴和小提琴表演的好地方。 营业时间:周一到周日,8:00-18:00 The Hidden Space把咖啡馆和酒吧融合在一起,形成新风格。咖啡馆里的每个角落都能拍出Chic的照片。这家咖啡馆的饮料和食品也不错哦! 营业时间:周一到周日,9:30-18:00 如果您来到Comma Coffee,您会看到很多书。这里是一家如图书馆的咖啡馆,学生和喜欢读书的人都会来这里。他们不仅喜欢这家咖啡馆的氛围,还爱上了咖啡馆人员亲手烘的咖啡豆。 营业时间:周一到周日,08:00-20:00...

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว