ໂລກ້າ ນໍາສະເໜີບໍລິການ “ໂລກ້າຄິ້ວ” ( LOCA QUTE ) ຈັບມື BAJAJ ແລະ ພົງສະຫວັນ ປະກັນໄພ ເພີ່ມທາງເລືອກໃໝ່ໃນການໂດຍສານ

ສຳເລັດໄປແລ້ວ ສຳລັບງານເປີດໂຕບໍລິການ ໂລກ້າຄິ້ວ ມີຂຶ້ນໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2021 ທີ່ໂຊຮູມລົດຂອງ ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ທີ່ນະຄອນຫຼວງວຽງຈັນ.
ໃນພິທີດັ່ງກ່າວ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ໄດ້ກ່າວເຖິງຄວາມເປັນມາຂອງໂລກ້າ, ບໍລິການຕ່າງໆຂອງໂລກ້າ ແລະ ນຳສະເໜີເຖິງແຮງບັນດານໃຈໃນການຮ່ວມມືກັນຫວ່າງ ໂລກ້າ (LOCA), ພຣາຍ ອໍໂຕ (ລາວ) (BAJAJ) ແລະ ພົງສະຫວັນ ປະກັນໄພ (APA) ພ້ອມທັງເນັ້ນວ່າ “ຢາກເຫັນຄົນລາວມີບໍລິການຂົນສົ່ງໂດຍສານທີ່ໄດ້ມາດຕະຖານທຽບເທົ່າສາກົນໃນລາຄາທີ່ຄົນລາວສາມາດຈ່າຍໄດ້. ພ້ອມນັ້ນ, ຍັງເນັ້ນໄປທີ່ເລື່ອງຂອງຄວາມປອດໄພເປັນຫຼັກ”.
ເຊິ່ງເປັນທາງເລືອກໃໝ່ໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງຮີບດ່ວນ ເນື່ອງຈາກຕົວລົດທີ່ມີຂະໜາດນ້ອຍກວ່າລົດທົ່ວໄປຈຶ່ງສາມາດເດີນທາງໃນຕົວເມືອງໄດ້ຄ່ອງແຄ້ວກວ່າ ແລະ ມີຄ່າບໍລິການທີ່ປະຢັດກວ່າ.
ບໍລິການໃໝ່ນີ້ແມ່ນເພື່ອຕອບສະໜອງໃຫ້ລູກຄ້າມີທາງເລືອກທີ່ຫຼາກຫຼາຍຂຶ້ນໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານໃນຕົວເມືອງນະຄອນຫຼວງວຽງຈັນ
ພ້ອມໃຫ້ບໍລິການແລ້ວມື້ນີ້! ດາວໂຫຼດແອັບໄດ້ເລີຍທີ່ https://loca.la/download/
– ຄ່າບໍລິການເລີ່ມຕົ້ນ 7,000 ກີບ, ຫຼັງຈາກນັ້ນ 1 ກິໂລແມັດ 5,000 ກີບ ນາທີລະ 300 ກີບ ເລີ່ມນັບຄ່າບໍລິການສະເພາະທີ່ລູກຄ້າຂຶ້ນລົດໄປແລ້ວເທົ່ານັ້ນ.
– ຄ່າບໍລິການໄລ່ຕໍ່ຖ້ຽວ ນັ່ງໄດ້ 3ຄົນ.
– ນັ່ງລົດໂລກ້າທຸກຖ້ຽວ ມີປະກັນໄພຄຸ້ມຄອງສູງເຖິງ 500ລ້ານກີບ ໂດຍ ພົງສະຫວັນປະກັນໄພ.

Related Posts

ໂລກ້າ ສົ່ງຕໍ່ຂອງຂັວນສຸດພິເສດຈາກ ມິນີໂຣ ໃຫ້ແກ່ຜູ້ໃຊ້ບໍລິການໂລກ້າແທັກຊີອອນລາຍ ແຈກນ້ຳດື່ມແຮ່ທາດມິນີໂຣ ຟຣີ! ທີ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ

  ໂລກ້າ ແລະ ມິນີໂຣ ໄດ້ຮ່ວມຈັບມືກັນສ້າງກິດຈະກຳດີໆແຈກນ້ຳດື່ມແຮ່ທາດມິນີໂຣ ເພື່ອມອບໃຫ້ແກ່ຜູ້ໃຊ້ບໍລິການ ໂລກ້າແທັກຊີ  ໄດ້ພົບກັບປະສົບການທີ່ດີທີ່ມີແຕ່ຄວາມຊົດຊື່ນຈາກມິນີໂຣ. ກິດຈະກຳໄດ້ເລີ່ມຕັ້ງແຕ່ ເດືອນຕຸລາ ຈົນຮອດ ເດືອນທັນວາ 2023....

7 ຮ້ານກາເຟທີ່ທ່ານບໍ່ຄວນພາດເມື່ອທ່ານໄປທ່ຽວຫຼວງພະບາງ

ສໍາລັບທ່ານໃດທີ່ໄດ້ໄປທ່ຽວຫຼວງພະບາງ ແລະ ມັກຮັກໃນກິ່ນອາຍຂອງກາເຟ, ທ່ານບໍ່ຄວນພາດ 7 ຮ້ານກາເຟຕໍ່ໄປນີ້:   1. ຮ້ານປະຊານິຍົມ ຮ້ານປະຊານິຍົມເປັນຮ້ານກາເຟຄູ່ແທ້ຂອງຫຼວງພະບາງ, ບັນຍາກາດດີ ໃຜທີ່ມາຫຼວງພະບາງຫ້າມພາດເລີຍຕ້ອງໄດ້ໄປລອງແລ້ວ. ກາເຟກິ່ນຫອມຫວານລະມຸນກຳລັງດີ...