Loca EV charger statio ທີ່ The Kao ພ້ອມໃຫ້ບໍລິການສາກລົດໄຟຟ້າພ້ອມກັນເຖິງ 4 ຄັນ!

 

ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້  ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ  ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T.

ໃນລະຫວ່າງທີ່ລໍຖ້າສາກລົດ ສາມາດໃຊ້ບໍລິການຕ່າງໆໃນບໍລິເວນຕູ້ສາກໂລກ້າໄດ້ ເພາະຈຸດສາກທີ່ The Kao ແມ່ນມີຮ້ານຄ້າຫຼາກຫຼາຍຄ່ອຍລໍຖ້າໃຫ້ບໍລິການທ່ານ

 

ທີ່ຈຸດສາກລົດໄຟຟ້າແຫ່ງນີ້ ແມ່ນມີຮ້ານຄ້າຫຼາຍປະເພດເລີຍເຊັ່ນ: ອາຫານ The Kao, ຮ້ານ The Kafe, ຮ້ານຊີ້ນດາດກະທະທອງ, ຮ້ານໂຢເກິດ YoQueen Australian Frozen Yogurt/ກະແລ້ມນົມສົ້ມນໍາເຂົ້າຈາກອົສສະເຕເລຍ.

 

ບໍ່ວ່າຈະເປັນເວລາໃດ ບັນຍາກາດກໍ່ເໝາະທີ່ຈະອອກໄປນັ່ງຫຼີ້ນ ຊວນໝູ່ເພື່ອນຫາກິດຈະກຳຕ່າງໆດີໆເຮັດ ເຊັ່ນ: ກິນຊີ້ນດາດ ແລະ ກະແລ້ມ, ໄປນັ່ງອ່ານໜັງສືທີ່ The The Kafe ລໍຖ້າສາກລົດແລ້ວ

 

ບັນຍາກາດດີສຸດໆ ໃຫ້ຄວາມຮູ້ສືກຄືຢູ່ຕ່າງປະເທດເລີຍ ເພາະຮ້ານແມ່ນງາມສະອາດສະບາຍຕາ.

 🗺 ເດີນທາງໄປໄດ້ງ່າຍໆ: https://goo.gl/maps/vsebC23jNBjU4icW7
📍   ດາວໂຫຼດແອັບເພື່ອໃຊ້ງານ:
☑ ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ
☑ ເບີ່ງສະຖານະຕູ້ສາກແບບ Online
☑ ກວດປະຫວັດການສາກຄືນໄດ້
☑ ສະແດງຜົນການສາກແບບ Real Time ຜ່ານມືຖື

Related Posts

ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ...

LOCA will be soon welcoming 240 minivans on the platform in addition to our existing 300+ drivers

On Monday 28th October 2019, LOCA and the Vientiane based Minivan Association singed...