Loca EV charger station ທີ່ Friendship Supermart ພ້ອມໃຫ້ບໍລິການແລ້ວ!

 

ຕູ້ສາກເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ແມ່ນເປັນຕູ້ປະເພດ DC ຫຼື ຕູ້ສາກແບບໄວ ສາມາດສາກໄດ້ທັງ GB/T ແລະ CCS Type 2 ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 ກິໂລວັດ.

 

ຕູ້ສາກແມ່ນຕັ້ງຢູ່ທີ່ Friendship Supermart Vientiane ທີ່ ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

 

ໂດຍໃນຂະນະທີທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການທີ່ Friendship Supermart ໄດ້ ເພາະມີຮ້ານຄ້າຫຼາກຫຼາຍທີ່ອຳນວຍຄວາມສະດວກແກ່ລູກຄ້າ Daily queen ice cream ເໝາະກັບການພາລູກຫຼານໄປນັ່ງຫຼີ້ນ, Supermarket ທີ່ມີສິນຄ້າທຸກແບບໃຫ້ລູກຄ້າເລາະຊື້

ນອກຈາກນີ້ ກໍຈະມີຮ້ານກາແຟ Cafe Amazon,ຮ້ານໄກ່ທອດ Chester’s, ຮ້ານອາຫານ a.m kitchen

 

ຮ້ານຕັງຈະເລີນ Home store ສຳລັບຄົນທີ່ຈະຫາອຸປະກອນພາຍໃນບ້ານ ຫຼື ເຮັດບ້ານໃໝ່ຕ້ອງທີ່ນີ້ເລີຍມີຄົບຈົບບ່ອນດຽວ.

🗺 ເດີນທາງໄປໄດ້ງ່າຍໆ: https://goo.gl/maps/YsvyrCK5BGSXNaS37
📍   ດາວໂຫຼດແອັບເພື່ອໃຊ້ງານ:
☑ ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ
☑ ເບີ່ງສະຖານະຕູ້ສາກແບບ Online
☑ ກວດປະຫວັດການສາກຄືນໄດ້

 

 

Related Posts

ສາກໄວ 10ນາທີ ໄປໄດ້ 160ກິໂລແມັດ! ໂລກ້າເລີ່ມເລັ່ງຂະຫຍາຍຕູ້ສາກລົດໄຟຟ້າແບບສາກໄວ ໃຫ້ສາມາດເດີນທາງຕັ້ງແຕ່ ວັງວຽງເຖິງປາກເຊ ໂດຍບໍ່ຕ້ອງຄ້າງຄືນ!

fໂລກ້າເລີ່ມເລັ່ງຕິດຕັ້ງຕູ້ສາກແບບໄວແລ້ວ ເຊິ່ງຕອນນີ້ແມ່ນໄດ້ເພີ່ມຈຸດສາກແລ້ວທີ່ໂຮງແຮມອິນທິຣາວັງວຽງ (ວັງວຽງ) ແລະ ທີ່ຮ້ານອາຫານ The Kao ໃກ້ກັບລາວໄອເຕັກ ໂດຍຈະເລີ່ມຕິດຕັ້ງຢ່າງຕໍ່ເນື່ອງໄລ່ລົງໄປຈົນເຖິງປາກເຊ ເຮັດໃຫ້ຜູ້ໃຊ້ລົດໄຟຟ້າສາມາດເດີນທາງໄດ້ແບບບໍ່ສະດຸດແນ່ນອນ. ຕູ້ສາກລົດໄຟຟ້ານັ້ນ ແມ່ນເປັນຕູ້ທີ່ມີກຳລັງໄຟສູງເຖິງ 120...

Loca makes it possible to customize your health insurance on its application 24/7

First time in Laos! Customize your health insurance and pay with a credit...