ໂລກ້າ ຮ່ວມມືກັບ ລາວຄວິກເລນ ໃນການສ້າງປະສົບການທີ່ດີ ແລະ ມອບສິດທິພິເສດໃຫ້ແກ່ຄົນຂັບໂລກ້າທຸກຄົນ

ໃນວັນທີ 28 ມິຖຸນາ 2022 ທີ່ຜ່ານມາ, ທາງບໍລິສັດໂລກ້າຈຳກັດ ແລະ ລາວຄວິກເລນໃນຮ່ວມເຊັນສັນຍາລົງນາມກັນ ເຊິ່ງການຮ່ວມມືຄັ້ງນີ້ກໍເພື່ອເປັນການມອດສິດທິພິເສດຕ່າງໆໃຫ້ກັບຄົນຂັບໂລກ້າທຸກຄົນກວ່າ 600 ຄົນເທິງແອັບໂລກ້າ ບໍ່ວ່າຈະເປັນສິດທິພິເສດໃນການແປງລົດ ແລະ ອີກຫຼາຍໆບໍລິການຈາກ ລາວຄວິກເລນ.
 
ສູນບໍລິການ ລາວຄວິກເລນ Lao Quick Lane ຖືເປັນສູນສ້ອມແປງລົດໃນນະຄອນຫຼວງວຽງຈັນທີ່ມີມາດຕະຖານສູງ ແລະ ນຳໃຊ້ເທັກໂນໂລຢີທີ່ທັນສະໄໝເຂົ້າໃນຂະແໜງໜ້າວຽກຕ່າງໆ ບໍ່ວ່າຈະເປັນການປ່ຽນອາໄຫຼ່ລົດ, ສ້ອມແປງລົດ, ທີມງານທີ່ມີປະສົບການ, ບໍລິການລ້າງລົດທີ່ມີຄຸນນະພາບ ແລະ ອີກຫຼາຍຢ່າງທີ່ຄວິກເລນໃຫ້ບໍລິການແກ່ສັງຄົມລາວມາເກືອບ 10 ປີແລ້ວ. ສະຖານທີ່: ຕັ້ງຕໍ່ຫນ້າສວນ23ສິງຫາ 
ການຮ່ວມມືຄັ້ງນີ້ ກໍເພື່ອເປັນສ້າງຜົນປະໂຫຍດທີ່ດີທີ່ສຸດໃຫ້ກັບຄົນຂັບໂລກ້າ ໃນການເຂົ້າເຖິງບໍລິການຂອງລາວຄວິກເລນ ທີ່ມີສິດທິພິເສດຫຼາຍຢ່າງສຳລັບຄົນໂລກ້າເທົ່ານັ້ນ.
 
ສົນໃຈເອົາລົດຂອງທ່ານມາຂັບກັບໂລກ້າເພື່ອຮັບສິດທິພິເສດດີໆແບບນີ້ຈາກຄວິກເລນໄດ້ທີ່:
ເບິວັອດແອັບ 02098111129

Related Posts

ຈັດໂປຣຮ່ວມກັບໂລກ້າ ດຶງລູກຄ້າເຂົ້າຮ້ານທ່ານ ແບບຟຣີໆ!

ໂຄສະນາຮ້ານກັບພວກເຮົາຟຣີ! ຂໍເຊີນບັນດາຮ້ານອາຫານ ແລະ ຄາເຟ່ ມາເຂົ້າຮ່ວມໂຄງການຈັດໂປຣກັບ ແອັບ LOCA ແລະ ຊ່ອງທາງອື່ນອີກຫຼາກຫຼາຍຂອງເຮົາ ເພື່ອດຶງລູກຄ້າເຂົ້າຮ້ານທ່ານໂດຍບໍ່ເສຍຄ່າທໍານຽມໂຄສະນາ. ໂຄງການຈັດໂປຣກັບ LOCA ແມ່ນຫຍັງ?...

ກິນ-ດື່ມ-ຟຣີ! ຮ້ານໃໝ່ປະຈຳເດືອນ 11 ກັບໂລກ້າເມັມເບີ

ຮູ້ແລ້ວບໍ່? ສາມາດແລກກິນຟຣີໄດ້ແລ້ວທີ່ຫຼວງພະບາງ ກັບຮ້ານໃໝ່ປະຈຳເດືອນ 11 ກັບ Loca Members   Taste Of Ceylon Luangphrabang ມາຫຼວງພະບາງແລ້ວ...