LOCA CORPORATE: ໂລກ້າສໍາລັບອົງກອນ ໃຊ້ກ່ອນຈ່າຍຕາມຫຼັງ

ທ່ານເຄີຍພົບບັນຫາແບບນີ້ບໍ່:

  • ຕ້ອງໄປວຽກນອກດ່ວນ ແຕ່ລົດຢູ່ບໍລິສັດລົດບໍ່ພໍໃຊ້ ຕ້ອງໄດ້ລໍຖ້າດົນວ່າງກ່ອນ.
  • ຈະເອີ້ນລົດມາຮັບ ກໍຕ້ອງໄດ້ຊໍາລະກ່ອນແລ້ວເບີກນໍາຫຼັງ.

ບັນຫາເຫຼົ່ານີ້ ຈະໝົດໄປຖ້າທ່ານເລືອກບໍລິການ LOCA CORPORATE ໂລກ້າສໍາລັບອົງກອນ

 

LOCA CORPORATE ເປັນບໍລິການເອີ້ນລົດຂອງໂລກ້າ ໂດຍເນັ້ນການໃຊ້ງານໃຫ້ແກ່ພະນັກງານບໍລິສັດ ຫຼື ອົງກອນ ຫຼຸດຜ່ອນບັນຫາລົດບໍ່ພໍໃຊ້

ບໍໍລິການນີ້ຊ່ວຍຕອບໂຈດຫຍັງແນ່ສໍາລັບບໍລິສັດ ຫຼື ອົງກອນ?

  1. ສາມາດໃຊ້ລົດໄດ້ຫຼາຍຄັນພ້ອມກັນ ມີບໍລິການຕະຫຼອດ 24 ຊົ່ວໂມງ

ບໍລິການໂລກ້າສໍາລັບອົງກອນ ສາມາດໃຫ້ບໍລິການທຸກທ່ານໄດ້ຕະຫຼອດ 24 ຊົ່ວໂມງ ແບບບໍ່ຈໍາກັດຈໍານວນລົດ ສາມາດເອີ້ນໄດ້ທຸກສະຖານທີ່ໃນຕົວເມືອງນະຄອນຫຼວງວຽງຈັນ.

 

  1. ໃຊ້ກ່ອນຈ່າຍນໍາຫຼັງ
  • ບໍລິການນີ້ ພະນັກງານຂອງບໍລິສັດ ຫຼື ອົງກອນສາມາດໃຊ້ບໍລິການເອີ້ນລົດກ່ອນ, ແລ້ວຊໍາລະແບບລາຍອາທິດ ແລະ ລາຍເດືອນໃຫ້ໂລກ້າຕາມຫຼັງ
  • ສາມາດເປີດວົງເງິນໄດ້ແບບບໍ່ຈໍາກັດ ໂດຍພະນັກງານບໍ່ຈໍາເປັນຕ້ອງຈ່າຍກ່ອນແລ້ວເບີກນໍາຫຼັງ.
  • ບໍລິການຂອງເຮົາຈະເກັບເງິນນໍາທາງບໍລິສັດ ຫຼື ອົງກອນຂອງທ່ານໂດຍກົງ ເຊິ່ງລາຍລະອຽດສາມາດກວດສອບໄດ້ຜ່ານລະບົບ ແລະ ມີໃບບິນສົ່ງໃຫ້ບໍລິສັດ ຫຼື ອົງກອນຂອງທ່ານຕາມມື້ກໍານົດ.

  1. ມາດຕະຖານເລື່ອງຄວາມປອດໄພ ແລະ ໂປ່ງໃສ
  • ບໍລິການໂລກ້າ ມີປະຫວັດຄົນຂັບທີ່ລະອຽດ, ຜ່ານການກວດສອບປະຫວັດມາຢ່າງດີ ແລະ ຜ່ານການທົດລອງການໃຊ້ບໍລິການກັບທີມງານໂລກ້າມາແລ້ວທຸກຄົນ.
  • ມີລະບົບຄິດໄລ່ມິດເຕີ ແລະ ຈິພີເອສ ເຊິ່ງລູກຄ້າສາມາດຕິດຕາມ, ກວດສອບ ແລະ ເບິ່ງຄືນລາຄາ, ຖ້ຽວ ແລະ ໄລຍະທາງຂອງພະນັກງານທີ່ໃຊ້ບໍລິການໄດ້ໃນທຸກໆການເດີນທາງ.
  • ມີທີມງານສຸ່ມກວດກາທາດເຫຼົ້າຂອງຄົນຂັບ ເພີ່ມຄວາມປອດໄພໃຫ້ແກ່ລູກຄ້າ.
  • ພ້ອມທັງມີປະກັນໄພຄຸ້ມຄອງຕະຫຼອດການເດີນທາງສູງສູດເຖິງ 500,000,000ກີບ.

  1. ມີລົດຫຼາຍປະເພດໃຫ້ເລືອກໃຊ້ງານ

ບໍລິການໂລກ້າມີຫຼາກຫຼາຍປະເພດລົດໃຫ້ທຸກທ່ານໄດ້ເລືອກໃຊ້ບໍລິການຕາມຄວາມຕ້ອງການຂອງທ່ານ ບໍ່ວ່າຈະເປັນການເລືອກເປັນຂົນສົ່ງເຄື່ອງ ຫຼື ເອກະສານແບບ EXPRESS DELIVERY, ເດີນທາງໄປວຽກທົ່ວໄປແບບ ECO ຫຼື ຈະໃຊ້ບໍລິການລົດກະບະແບບ PICKUP TRUCK ກໍສາມາດເລືອກໄດ້ທຸກປະເພດ.

  1. ໃຊ້ບໍລິການໄດ້ຄະແນນສະສົມແລກສິດທິພິເສດ

ໃນທຸກຖ້ຽວການເດີນທາງ ທ່ານສາມາດສະສົມເປັນຄະແນນເພື່ອແລກສິດທິພິເສດຕ່າງ ບໍ່ວ່າຈະເປັນຄຸປອງສ່ວນຫຼຸດ, ເຄື່ອງດື່ມ, ອາຫານ ແລະ ບໍລິການອື່ນໆອີກ, ທຸກໆ 1,000 ກີບໃນການເດີນທາງ ແມ່ນຈະເທົ່າກັບ 1 ຄະແນນສະສົມ.

 

ໃນປະຈຸບັນນີ້ ມີຫຼາຍບໍລິສັດ ແລະ ອົງກອນທີ່ໃຊ້ບໍລິການໂລກ້າສໍາລັບອົງກອນ:

ສໍາລັບທ່ານໃດທີ່ສົນໃຈບໍລິການສຸດຄຸ້ມນີ້ ສາມາດຕິດຕໍ່ໄດ້ທີ່:

Facebook page: Localaos

ຫຼື ໂທ 020 9811 1129

 

Related Posts

ກິນຟຣີ/ດື່ມຟຣີກັບຮ້ານດັງທົ່ວນະຄອນຫຼວງວຽງຈັນກັບ Loca Members

ໂລກ້າໃຫ້ເຈົ້າກິນຟຣີ/ດື່ມຟຣີ ແບບບໍ່ຕ້ອງເສຍເງິນ! ພຽງມີແອັບ LOCA ແລະ ຄະແນນ Loca Members 1.ກິນຟຣີ/ດື່ມຟຣີທີ່ຄາເຟ້ດັງ: Naked Espresso Garden, Longfe...