ໂລກ້າ x ຟູດແພນດ້າ: ສະສົມຄະແນນໂລກ້າເມມເບີ ແລກສ່ວນຫຼຸດຟູດແພນດ້າ!

ທ່ານຮູ້ແລ້ວບໍ່ວ່າ ບໍລິການໂລກ້າໃນແຕ່ລະຖ້ຽວ ແມ່ນຈະໄດ້ຮັບຄະແນນໄວ້ສະສົມ ເພື່ອແລກເປັນສ່ວນຫຼຸດຈາກ ແອັບຟູດແພນດ້າໄດ້ແລ້ວ!

ສໍາລັບລາຍລະອຽດໃນແລກສ່ວນຫຼຸດ:

  1. ເງື່ອນໄຂດ່ັງກ່າວແມ່ນສະເພາະຜູ້ທີ່ລົງທະບຽນ Loca Members ເທົ່ານັ້ນ.
  2. ທ່ານສາມາດແລກໄດ້ 1 ສິດຕໍ່ເດືອນ.
  3. ໃຊ້ 120 ຄະແນນ ໃນການແລກເພື່ອຮັບສ່ວນຫຼຸດລວມ 40,000ກີບ ເຊິ່ງໃນນີ້ສາມາດແລກ:

– ສ່ວນຫຼຸດ 20,000ກີບ ເມື່ອທ່ານສັ່ງອາຫານຂັ້ນຕໍ່າ 30,000ກີບ.

– ສ່ວນຫຼຸດ 20,000ກີບ ເມື່ອທ່ານສັ່ງສິນຄ້າຈາກຮ້ານຄ້າຂັ້ນຕ່ຳ 50,000ກີບ.

  1. ແຄມເປນດັ່ງກ່າວສາມາດແລກໄດ້ສູງສຸດລວມ 200 ສິດຕໍ່ 1 ເດືອນເທົ່ານັ້ນ.

ໝາຍເຫດ: ທ່ານຈະໄດ້ຮັບສ່ວນຫຼຸດສິນຄ້າ 20,000ກີບ ພາຍໃນ 48 ຊົ່ວໂມງຫຼັງຈາກທີ່ທ່ານກົດ Redeem.

ວິທີ Redeem

  1. ເຂົ້າໄປທີ່ແອັບໂລກ້າ ແລ້ວກົດທີ່ປຸ່ມໂລກ້າລີວອດ(Reward) ຫຼັງຈາກນັ້ນ ກົດທີ່ ດິຈິຕ້ອນ ຄູປ່ອງ (Digital Coupon)
  2. ກົດລີດີມ (Redeem) ຄະແນນກັບແຄມເປນຟູດແພນດ້າ
  3. ກົດ My Claim ແລ້ວເຂົ້າໄປທີ່ ກ໋ອບປີ້ລະຫັດ, ວາງລະຫັດໃສ່ໃນປ່ອງສ່ວນຂອງແອັບ ຟູດແພນດ້າ

ເທົ່ານີ້ ທ່ານກໍສາມາດຮັບສ່ວນຫຼຸດຈາກໂລກ້າເມມເບີໄດ້ແລ້ວ!

ທ່ານສາມາດແລກສ່ວນຫຼຸດໄດ້ຕັ້ງແຕ່ວັນທີ່ 15 ເດືອນ ມິຖຸນາ 2021 ເຖິງ 15 ກັນຍາ 2021.

Related Posts

ໂລກ້າ ຈັບມື ບີວາຍດີ ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີເຈົ້າທໍາອິດຂອງປະເທດລາວ.

ໂລກ້າ ແລະ ບີວາຍດີ ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ຈຸດປະສົງຂອງໂຄງການດັ່ັງກ່າວແມ່ນເພື່ອແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ. ການຮ່ວມມືຂອງທັງສອງມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມພັກດັນ ແລະ...

The 5 must-try restaurants in Vientiane recommended by local people

The food in Vientiane is colorful and diverse just like the city. We...