ໂລກ້າພ້ອມແລ້ວ ໃນການຕິດຕັ້ງຕູ້ສາກລົດໄຟຟ້າແບບໄວ (20ນາທີເຕັມ) ທົ່ວປະເທດ!

ທ່ານເປັນຄົນໜຶ່ງບໍ່ ທີ່ກໍາລັງລັງເລໃນການຫັນປ່ຽນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ? ເນື່ອງຈາກປັດຈຸບັນນີ້, ລາຄານໍ້າມັນທີ່ເພີ່ມສູງຂຶ້ນເລື້ອຍໆ ແຕ່ທາງເຮົາເຊື່ອວ່າ ຫຼາຍຄົນກໍຍັງອາດຈະລັງເລເປັນກັງວົນຢ້ານບໍ່ມີບ່ອນສາກລົດໄຟຟ້າທີ່ພຽງພໍ. ຕໍ່ໄປນີ້, ທ່ານຈະບໍ່ຕ້ອງໄດ້ເປັນຫ່ວງແລ້ວ ເພາະໃນວັນທີ 1 ມີນາ ປີ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈໍາກັດ, ທີ່ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ພວກເຮົາໄດ້ມີການກຽມພ້ອມພັດທະນາເຄືອຂ່າຍການສາກລົດໄຟຟ້າແບບສາກໄວ (DC Fast Charge) ທົ່ວປະເທດ.

ການສາກລົດໄຟຟ້າແບບໄວຂອງທາງເຮົາ ທີ່ກໍາລັງນໍາມາຕິດຕັ້ງແມ່ນຈະສາມາດສາກລົດໄຟຟ້າເຕັມໄດ້ພາຍໃນ 20 – 30 ນາທີເທົ່ານັ້ນ. ໂລກ້າເຮົາໄດ້ວາງເປົ້າໝາຍວ່າ ພາຍໃນທ້າຍປີ 2022 ນີ້, ຜູ້ຊົມໃຊ້ລົດໄຟຟ້າຈະສາມາດຂັບລົດຈາກນະຄອນຫຼວງວຽງຈັນ ລົງໄປຮອດປາກເຊ ໂດຍບໍ່ຕ້ອງກົງວົນເລື່ອງແບັດເຕີລີລົດໄຟຟ້າຈະໝົດກາງທາງໂດຍບໍ່ມີບ່ອນສາກ.

ກ່ອນໜ້ານີ້, ພວກເຮົາໄດ້ມີການຮ່ວມມືກັບ BYD ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີຂອງໂລກ້າເຮົາ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ເຊິ່ງໂຄງການດັ່ງກ່າວ ໄດ້ຮັບຜົນຕອບຮັບທີ່ມີດີ ໃນດ້ານການປະຢັດຕົ້ນທຶນຂອງຜູ້ໃຫ້ບໍລິການລົດແທັກຊີຂອງເຮົາ.

ເບື່ອງຕົ້ນ, ເຄືອຂ່າຍສາກລົດໄຟຟ້າແບບໄວທີ່ທາງໂລກ້າເຮົາກຽມຕິດຕັ້ງນັ້ນ ຄົນທົ່ວໄປກໍສາມາດສາກໄດ້ດ້ວຍຕົນເອງ ແລະ ສາມາດຊໍາລະຄ່າບໍລິການນໍາໃຊ້ໄດ້ຜ່ານແອັບ ໂລກ້າ ໂດຍກົງ. ສໍາລັບຈຸດສາກລົດໄຟຟ້າ, ທາງໂລກ້າເຮົາແມ່ນມີແຜນຈະເລີ່ມຈາກພາຍໃນນະຄອນຫຼວງວຽງຈັນ ແລ້ວຂະຫຍາຍໄປວັງວຽງ ຈົນເຖິງປາກເຊພາຍໃນປີ 2022 ນີ້. ທັງໝົດນີ້ອາດເວົ້າໄດ້ວ່າ ໂລກ້າ ເປັນເຈົ້າທໍາອິດໃນລາວທີ່ຈະຕິດຕັ້ງຕັ້ງລະບົບສາກໄວທີ່ໃຫ້ຜູ້ທີ່ນໍາໃຊ້ບໍລິການລົດໄຟຟ້າທົ່ວໄປສາມາດໃຊ້ບໍລິການໄດ້. ສໍາລັບລາຄາໃນການສາກລົດໄຟຟ້າແບບໄວນັ້ນ, ໂລກ້າແມ່ນຈະມີການແຈ້ງໃຫ້ຜູ້ສົນໃຈທົ່ວໄປໄດ້ຮັບຊາບໃນໄວໆນີ້.

Related Posts

Valentines Food Festival Celebrate Special Day with Special One

[ENGLISH BELOW] ເທດສະການອາຫານວັນ Valentine ສະຫຼອງວັນພິເສດ ກັບຄົນພິເສດ ເປັນຄັ້ງທຳອິດກັບເທດສະການອາຫານທີ່ສາມາດສັ່ງຊື້ Voucher ຜ່ານແອັບ LOCA. ຊື້ Voucher ຮັບປະທານອາຫານກັບ...