ໂລກ້າພ້ອມແລ້ວ ໃນການຕິດຕັ້ງຕູ້ສາກລົດໄຟຟ້າແບບໄວ (20ນາທີເຕັມ) ທົ່ວປະເທດ!

ທ່ານເປັນຄົນໜຶ່ງບໍ່ ທີ່ກໍາລັງລັງເລໃນການຫັນປ່ຽນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ? ເນື່ອງຈາກປັດຈຸບັນນີ້, ລາຄານໍ້າມັນທີ່ເພີ່ມສູງຂຶ້ນເລື້ອຍໆ ແຕ່ທາງເຮົາເຊື່ອວ່າ ຫຼາຍຄົນກໍຍັງອາດຈະລັງເລເປັນກັງວົນຢ້ານບໍ່ມີບ່ອນສາກລົດໄຟຟ້າທີ່ພຽງພໍ. ຕໍ່ໄປນີ້, ທ່ານຈະບໍ່ຕ້ອງໄດ້ເປັນຫ່ວງແລ້ວ ເພາະໃນວັນທີ 1 ມີນາ ປີ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈໍາກັດ, ທີ່ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ພວກເຮົາໄດ້ມີການກຽມພ້ອມພັດທະນາເຄືອຂ່າຍການສາກລົດໄຟຟ້າແບບສາກໄວ (DC Fast Charge) ທົ່ວປະເທດ.

ການສາກລົດໄຟຟ້າແບບໄວຂອງທາງເຮົາ ທີ່ກໍາລັງນໍາມາຕິດຕັ້ງແມ່ນຈະສາມາດສາກລົດໄຟຟ້າເຕັມໄດ້ພາຍໃນ 20 – 30 ນາທີເທົ່ານັ້ນ. ໂລກ້າເຮົາໄດ້ວາງເປົ້າໝາຍວ່າ ພາຍໃນທ້າຍປີ 2022 ນີ້, ຜູ້ຊົມໃຊ້ລົດໄຟຟ້າຈະສາມາດຂັບລົດຈາກນະຄອນຫຼວງວຽງຈັນ ລົງໄປຮອດປາກເຊ ໂດຍບໍ່ຕ້ອງກົງວົນເລື່ອງແບັດເຕີລີລົດໄຟຟ້າຈະໝົດກາງທາງໂດຍບໍ່ມີບ່ອນສາກ.

ກ່ອນໜ້ານີ້, ພວກເຮົາໄດ້ມີການຮ່ວມມືກັບ BYD ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີຂອງໂລກ້າເຮົາ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ເຊິ່ງໂຄງການດັ່ງກ່າວ ໄດ້ຮັບຜົນຕອບຮັບທີ່ມີດີ ໃນດ້ານການປະຢັດຕົ້ນທຶນຂອງຜູ້ໃຫ້ບໍລິການລົດແທັກຊີຂອງເຮົາ.

ເບື່ອງຕົ້ນ, ເຄືອຂ່າຍສາກລົດໄຟຟ້າແບບໄວທີ່ທາງໂລກ້າເຮົາກຽມຕິດຕັ້ງນັ້ນ ຄົນທົ່ວໄປກໍສາມາດສາກໄດ້ດ້ວຍຕົນເອງ ແລະ ສາມາດຊໍາລະຄ່າບໍລິການນໍາໃຊ້ໄດ້ຜ່ານແອັບ ໂລກ້າ ໂດຍກົງ. ສໍາລັບຈຸດສາກລົດໄຟຟ້າ, ທາງໂລກ້າເຮົາແມ່ນມີແຜນຈະເລີ່ມຈາກພາຍໃນນະຄອນຫຼວງວຽງຈັນ ແລ້ວຂະຫຍາຍໄປວັງວຽງ ຈົນເຖິງປາກເຊພາຍໃນປີ 2022 ນີ້. ທັງໝົດນີ້ອາດເວົ້າໄດ້ວ່າ ໂລກ້າ ເປັນເຈົ້າທໍາອິດໃນລາວທີ່ຈະຕິດຕັ້ງຕັ້ງລະບົບສາກໄວທີ່ໃຫ້ຜູ້ທີ່ນໍາໃຊ້ບໍລິການລົດໄຟຟ້າທົ່ວໄປສາມາດໃຊ້ບໍລິການໄດ້. ສໍາລັບລາຄາໃນການສາກລົດໄຟຟ້າແບບໄວນັ້ນ, ໂລກ້າແມ່ນຈະມີການແຈ້ງໃຫ້ຜູ້ສົນໃຈທົ່ວໄປໄດ້ຮັບຊາບໃນໄວໆນີ້.

Related Posts

The top Hospital and Veterinary LOCA customers choose

If you are overseas visitors and need healthcare while you live in Vientiane,...

ໂລກ້າ ຮ່ວມມືກັບ ລາວຄວິກເລນ ໃນການສ້າງປະສົບການທີ່ດີ ແລະ ມອບສິດທິພິເສດໃຫ້ແກ່ຄົນຂັບໂລກ້າທຸກຄົນ

ໃນວັນທີ 28 ມິຖຸນາ 2022 ທີ່ຜ່ານມາ, ທາງບໍລິສັດໂລກ້າຈຳກັດ ແລະ ລາວຄວິກເລນໃນຮ່ວມເຊັນສັນຍາລົງນາມກັນ ເຊິ່ງການຮ່ວມມືຄັ້ງນີ້ກໍເພື່ອເປັນການມອດສິດທິພິເສດຕ່າງໆໃຫ້ກັບຄົນຂັບໂລກ້າທຸກຄົນກວ່າ 600 ຄົນເທິງແອັບໂລກ້າ ບໍ່ວ່າຈະເປັນສິດທິພິເສດໃນການແປງລົດ ແລະ...