ໂລກ້າ ດີໃຈທີ່ໄດ້ເປັນຜູ້ຮ່ວມງານກັບ ພຣູເດັນໂຊລ໌ ລາວ ມອບທືນອຸດໜຸນ ຟຣີ ໃຫ້ປະຊາຊົນລາວເພື່ອຕໍ່ສູ້ກັບສະຖານະການໂລກລະບາດ ໂຄວິດ-19

26 ເມສາ 2021 ຈາກສະຖານະການຂອງການລະບາດພະຍາດໂຄວິດ-19 ຄັ້ງທີ່ 2, ໂລກ້າ ດີໃຈທີ່ໄດ້ເປັນຜູ້ຮ່ວມງານກັບ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ( ລາວ ) ຈຳກັດ ( ພຣູເດັນໂຊລ໌ ລາວ ) ໄດ້ປະກາດ ມອບທຶນອຸດໜູນ* ໂຄວິດ-19 ແຄຣ໌ ( ທຶນອຸດໜູນ ) ເພື່ອເປັນການສະໜັບສະໜູນ ແລະ ຄຸ້ມຄອງຊຸມຊົນລາວ.  ໃນຖານະທີ່ເປັນຜູ້ນໍຳດ້ານປະກັນໄພຊີວິດ ແລະ ຜູ້ນໍຳທີ່ໜ້າເຊື່ອຖືໃນການໃຫ້ການຄຸ້ມຄອງ, ຈື່ງໄດ້ມອບທຶນອຸດໜູນ ຟຣີ ເພື່ອຊ່ວຍຄຸ້ມຄອງສຸຂະພາບຂອງປະຊາຊົນລາວ.

ໂດຍທຶນອຸດໜູນ ໂຄວິດ-19 ແຄຣ໌ ຈຳນວນ 5,000,000ກີບ ຈະຖືກຈ່າຍໃຫ້ກັບຜູ້ທີ່ລົງທະບຽນສຳເລັດໃນກໍລະນີທີ່ທ່ານຖືກກວດພົບວ່າໄດ້ມີເຊື້ອພະຍາດ ໂຄວິດ-19 ແລະ ທຶນອຸດໜູນຈຳນວນ 15,000,000ກີບ ຈະຖືກຈ່າຍໃນກໍລະນີທີ່ມີການເສຍຊີວິດຈາກເຊື້ອພະຍາດ ໂຄວິດ-19 ເທົ່ານັ້ນ.

ທຸກຄົນສາມາດລົງທະບຽນເພື່ອຮັບເອົາທຶນອຸດໜູນ ໂຄວິດ-19 ແຄຣ໌ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນເຖີງ 31 ພືດສະພາ 2021, ສໍຳລັບຄົນລາວ ແລະ ຄົນທີ່ອາໄສຢູ່ໃນລາວຢ່າຖືກຕ້ອງ ສາມາດລົງທະບຽນໃຫ້ຕົວເອງພ້ອມດ້ວຍລູກ 3ຄົນ ( ຖ້າມີ ) ໃນການລົງທະບຽນໜື່ງຄັ້ງ. ໃນການລົງທະບຽນນີ້ ທຸກຄົນຈະໄດ້ຮັບສິດໃນການເອົາເງີນອຸດໜູນ ເລີ່ມຕັ້ງແຕ່ວັນທີ່ 10 ພຶດສະພາ 2021 ຈົນເຖີງ ວັນທີ 31 ກໍລະກົດ 2021.

ລາຍລະອຽດກ່ຽວກັບ ທຶນອຸດໜູນ ໂຄວິດ-19 ແຄຣ໌ ຂອງ ພຣູເດັນໂຊລ໌ ລາວ

ສິດທິໃນການສະໝັກ

  • ທຶນອຸດໜູນ ໂຄວິດ-19 ແຄຣ໌ ແມ່ນສຳລັບ 100,000ຄົນ ທຳອິດທີ່ລົງທະບຽນສຳເລັດພ້ອມດ້ວຍຄອບຄົວ.
  • ຄົນລາວທຸກຄົນທີ່ມີອາຍຸລະຫວ່າງ 18 – 60 ປີ ສາມາດລົງທະບຽນສໍຳລັບຕົວເອງ ພ້ອມດ້ວຍລູກທີ່ມີອາຍຸຕໍ່າກ່ວາ 18ປີ ໄດ້ສູງສຸດ 3ຄົນ.

ການລົງທະບຽນ

  • ການລົງທະບຽນເອົາ ທຶນອຸດໜູນ ໂຄວິດ-19 ແຄຣ໌ ເລີ່ມຕັ້ງແຕ່ວັນທີ່ 26 ເມສາ – 31 ພຶດສະພາ 2021 ເທົ່ານັ້ນ.
  • ທຸກຄົນຈະໄດ້ຮັບ ເອົາເງີນອຸດໜູນ ໂຄວິດ-19 ແຄຣ໌ ເລີ່ມຕັ້ງແຕ່ວັນທີ່ 10 ພຶດສະພາ – 31 ກໍລະກົດ 2021 ເທົ່ານັ້ນ.

 

ສຶກສາຂໍ້ມູນເພິ່ມເຕິມ ແລະ ລົງທະບຽນໄດ້ທີ່: ກົດເພື່ອໄປລົງທະບຽນ

 

ວິທີສະໝັກຟອມເພື່ອມີສິດໄດ້ຮັບທຶນອຸດໜູນຈາກ ພຣູເດັນໂຊລ ລາວ

 

  • ເລື່ອນລົງມາລຸ່ມສຸດຈະເຫັນຂໍ້ກຳນົດ ແລະ ເງື່ອນໄຂ ຈາກນັ້ນກົດ ເຫັນດີກັບເອກະສານຂໍ້ກຳນົດ ແລະ ເງື່ອນໄຂ
  • ຫຼັງຈາກົດຍອມຮັບແລ້ວ ແມ່ນຕື່ມຂໍ້ມູນສ່ວນຕົວຂອງທ່ານໃສ່ໃນຟອມເລີຍ. (ຕ້ອງຕື່ມໃສ່ທຸກຊ່ອງ ເພາະບໍ່ດັ່ງນັ້ນຈະໄປໜ້າຕໍ່ໄປບໍ່ໄດ້)

ໃນຂໍ້ ທ່ານຮູ້ຈັກທືນອຸດໜູນ ໂຄວິດ19 ຂອງ Prudential ມາຈາກໃສໃຫ້ເລືອກ “ອື່ນໆ”

ຫຼັງຈາກຕື່ມຟອມໜ້ານີ້ແລ້ວຄລິກໄປທີ່ “ Next “

ຂຽນຕື່ມໃສ່ປ່ອງນີ້ວ່າ LOCA, ຫຼັງຈາກຕື່ມຟອມໜ້ານີ້ແລ້ວຄລິກໄປທີ່ “ Next “

 

ເລືອກປ່ອງນີ້ວ່າ ລາວ ຫຼັງຈາກຕື່ມຟອມໜ້ານີ້ແລ້ວຄລິກໄປທີ່ “ Next “

  • ໃນໜ້ານີ້ໃຫ້ທ່ານແຄັບໜ້າຈໍບັນຊີຂອງທ່ານໃນແອັບ PULSE ມາໃສ່ ແລ້ວອັບໂຫລດລົງເລີຍ (ຖ້າມີ, ຖ້າບໍ່ມີກົດ Next)

  • ໝາຍເລືອກເອົາທຸກຂໍ້ຕົກລົງ ແລະ ຫຼັງຈາກນັ້ນແມ່ນກົດ Submit form

  • ແຄັບໜ້າຈໍໜ້າສຸດທ້າຍນີ້ໄວ້

Related Posts

ຫາເງິນ $300-$600 ຕໍ່ເດືອນ ແບບງ່າຍໆ ກັບບໍລິການ LOCA

ຫລາຍຄົນທີ່ເຫັນບໍລິການ LOCA ແລະ ສົນໃຈທີ່ຢາກຂັບລົດໃຫ້ບໍລິການ LOCA ອາດຈະສົງໃສວ່າ ຈະສະໝັກຂັບລົດໃຫ້ກັບ LOCA ເພື່ອຫາລາຍໄດ້ເສີມ $300-$600 ຕໍ່ເດືອນໄດ້ແນວໃດ ມື້ນີ້ທີມງານພວກເຮົາມີຄໍາຕອບດ້ວຍບົດຄວາມນີ້. ຫຼັງຈາກອ່ານຈົບ...

30 Reopened Restaurants That LOCA Has Gathered The Information For You.

Vientiane city has been shut down due to Corona Virus the same as...