ປະກັນໄພລົດໃນແອັບໂລກ້າ ໃຫ້ການຄຸ້ມຄອງຫຍັງແນ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພພາຫະນະ ສໍາລັບຜູ້ທີ່ມີການໃຊ້ພາຫະນະເປັນປະຈໍາ ເພື່ອຫຼຸດຜ່ອນຄວາມສ່ຽງຄ່າໃຊ້ຈ່າຍທີ່ອາດເກີດຂື້ນໄດ້ໃນອຸບັດຕິເຫດທາງລົດ. ການຊື້ປະກັນໄພພາຫະນະໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ຄຸ້ມຄອງບຸກຄົນທີ່ສາມ, ຄຸ້ມຄອງຄົນຂັບຂີ່ ແລະ ຄຸ້ມຄອງການຊົດເຊີຍ I. ການຄຸ້ມຄອງບຸກຄົນທີສາມແມ່ນຫຍັງ? – ການຄຸ້ມຄອງຄູ່ກໍລະນີ (ຕົວຢ່າງ: ຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກອຸບັດຕິເຫດ ຫຼື ຜູ້ທີ່ພາໃຫ້ເກີດອຸບັດຕິເຫດທີ່ບໍ່ໄດ້ໝາຍເຖິງຕົວທ່ານເອງ) – ການຄຸ້ມຄອງຄົນທີ່ຮ່ວມທາງໃນລົດ ຫຼື ຄົນຂັບທີ່ບໍ່ແມ່ນເຈົ້າຂອງລົດກໍສາມາດໄດ້ຮັບການຄຸ້ມຄອງ. – ການຄຸ້ມຄອງຄົນທີ່ສັນຈອນຢູ່ຕາມຖະໜົນຫົນທາງ. ບຸກຄົນທີສາມຈະໄດ້ຮັບການຄຸ້ມຄອງແນວໃດແດ່? ການຄຸ້ມຄອງຄວາມເສຍຫາຍທາງຮ່າງກາຍຄື: ເສຍຊີວິດ ຫຼື ພິການຖາວອນ, ໃນນີ້ລວມທັງຄ່ານອນໂຮງໝໍເຊິ່ງຕ້ອງໄດ້ຮັບການປິ່ນປົວເກີນ 24 ຊົ່ວໂມງ. ການຄຸ້ມຄອງຄວາມເສຍຫາຍທາງດ້ານວັດຖຸ. ການປົກປ້ອງສິດ ແລະ ການຮຽກຮ້ອງຜົນກະທົບ ຫຼື ຄວາມເສຍຫາຍທີ່ໄດ້ຮັບຈາກອຸບັດຕິເຫດ. II. ການຄຸ້ມຄອງຄົນຂັບຂີ່ແມ່ນຫຍັງ? –…


ປະກັນໄພສຸຂະພາບໃນແອັບໂລກ້າ ໃຫ້ການຄຸ້ມຄອງແບບໃດແດ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພສຸຂະພາບ ສໍາລັບຜູ້ທີ່ຕ້ອງການການຄຸ້ມຄອງທາງສຸຂະພາບ ບໍ່ວ່າຈະເປັນການເຂົ້າໂຮງໝໍ ຫຼື ການປິ່ນປົວພະຍາດຕ່າງໆ.   ການຊື້ປະກັນໄພສຸຂະພາບໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ປະກັນໄພໂລກ້າແມ່ນຄອບຄຸມທັງການປິ່ນປົວແບບນອນໂຮງໝໍ (IPD) ແລະ ການປິ່ນປົວແບບບໍ່ນອນໂຮງໝໍ (OPD)   ການປິ່ນປົວແບບນອນໂຮງໝໍ (IPD) ແມ່ນຫຍັງ? IPD (ຫຼື In-Patient-Department) ແມ່ນຜູ້ປ່ວຍໃນ ໝາຍເຖິງຜູ້ປ່ວຍທີ່ເຂົ້າຮັບການຮັກສາ ແລະ  ຕ້ອງໄດ້ນອນພັກຢູ່ໂຮງໝໍ ໃນລະຫວ່າງທີ່ຮັກສາອາການປ່ວຍ.  ການປິ່ນປົວແບບນອນໂຮງໝໍ (IPD) ຄຸ້ມຄອງແບບໃດ? ການເຮັດປະກັນສຸຂະພາບທີ່ມີການຄຸ້ມຄອງແບບ IPD ແມ່ນຈະຄອບຄຸມຄ່າໃຊ້ຈ່າຍຕ່າງໆເຊັ່ນ: ຄ່າປິ່ນປົວ, ຄ່າຫ້ອງພັກ ແລະ ອາຫານ, ຄ່າຜ່າຕັດ, ຄ່າຢາສະຫຼົບ, ຄ່າຕິດຕາມອາການຈາກແພດ, ຄ່າລົດໂຮງໝໍ, ຄ່າຊົດເຊີຍຕໍ່ວັນໃນລະຫວ່າງປິ່ນປົວໃນໂຮງໝໍ…


LOCA joined BYD LAO launching a pilot program to accelerate the adoption of EV in Laos

LOCA and BYD LAO together launching a pilot program to conduct the feasibility study of using EV in transportation service in Laos. The program is aiming to accelerate the electric vehicle adoption among LOCA taxi and delivery drivers to drive…


ໂລກ້າ ຈັບມື ບີວາຍດີ ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີເຈົ້າທໍາອິດຂອງປະເທດລາວ.

ໂລກ້າ ແລະ ບີວາຍດີ ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າ ເພື່ອສຶກສາຄົ້ນຄວ້າຫາຄວາມເປັນໄປໄດ້ໃນການນຳເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ປະເທດລາວ. ຈຸດປະສົງຂອງໂຄງການດັ່ັງກ່າວແມ່ນເພື່ອແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີຂອງໂລກ້າ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ. ການຮ່ວມມືຂອງທັງສອງມີເປົ້າໝາຍທີ່ຈະເປັນຜູ້ລິເລີ່ມພັກດັນ ແລະ ເພື່ອສະແດງໃຫ້ຜູ້ສ້າງ ກອບນະໂຍບາຍ ແລະ ໃຫ້ຜູ້ບໍລິໂພກໄດ້ເຫັນວ່າລົດໄຟຟ້ານັ້ນແທດເໝາະກັບຕະຫຼາດບ້ານເຮົາຫຼາຍ ແລະ ຕອບໂຈດດັ່ງວິໄສທັດຂອງປະເທດທີ່ວ່າເປັນແບັດເຕີລີຂອງອາຊຽນ ໃນໂຄງການດັ່ງກ່າວ, ໂລກ້າຢາກໃຫ້ທຸກຄົນນັ້ນໄດ້ເຫັນວ່າໄລຍະທາງທີ່ລົດໄຟຟ້າສາມາດແລ່ນໄດ້ໃນປັດຈຸບັນ ນັ້ນບໍ່ແມ່ນອຸປະສັກເລີຍ, ນອກນັ້ນຍັງຈະຊ່ວຍໃຫ້ຄົນຂັບບໍລິການແທັກຊີໂລກ້າໄດ້ກຳໄລຫຼາຍຂຶ້ນ ເນື່ອງຈາກຕົ້ນທຶນຂອງລົດໄຟຟ້າຈະຕ່ຳກວ່າລົດທົ່ວໄປທີ່ໃຊ້ນໍ້າມັນ. ລົດ BYD E2 ເປັນລຸ້ນທີ່ຈະໃຊ້ໃນການທົດລອງນຳໃຊ້ໃນໂຄງການດັ່ງກ່າວ ເຊິ່ງລົດລຸ້ນດັ່ງກ່າວແມ່ນລົດທີ່ມີຂາຍທົ່ວໄປ ລາຄາ 24,900ໂດລາ ສາມາດແລ່ນໄປໄກໄດ້ເຖິງ 305 km ຕໍ່ ການສາກໄຟຄັ້ງໜຶ່ງ ພ້ອມທັງເປັນລົດໄຟຟ້າທີ່ລາຄາເໝາະກັບຕະຫຼາດບ້ານເຮົາທີ່ສຸດໃນຕອນນີ້ ເຊິ່ງທັງສອງບໍລິສັດໄດ້ຈັດໂຄງການນີ້ຂຶ້ນມາພ້ອມກັບນະໂຍບາຍພິເສດຮ່ວມກັນເຊັ່ນ: ຊ່ວຍໃນເລື່ອງການເຂົ້າເຖິງສິນເຊື່ອ, ມີທຶນອຸດໜູນ,…


LOCA CORPORATE: ໂລກ້າສໍາລັບອົງກອນ ໃຊ້ກ່ອນຈ່າຍຕາມຫຼັງ

ທ່ານເຄີຍພົບບັນຫາແບບນີ້ບໍ່: ຕ້ອງໄປວຽກນອກດ່ວນ ແຕ່ລົດຢູ່ບໍລິສັດລົດບໍ່ພໍໃຊ້ ຕ້ອງໄດ້ລໍຖ້າດົນວ່າງກ່ອນ. ຈະເອີ້ນລົດມາຮັບ ກໍຕ້ອງໄດ້ຊໍາລະກ່ອນແລ້ວເບີກນໍາຫຼັງ. ບັນຫາເຫຼົ່ານີ້ ຈະໝົດໄປຖ້າທ່ານເລືອກບໍລິການ LOCA CORPORATE ໂລກ້າສໍາລັບອົງກອນ   LOCA CORPORATE ເປັນບໍລິການເອີ້ນລົດຂອງໂລກ້າ ໂດຍເນັ້ນການໃຊ້ງານໃຫ້ແກ່ພະນັກງານບໍລິສັດ ຫຼື ອົງກອນ ຫຼຸດຜ່ອນບັນຫາລົດບໍ່ພໍໃຊ້ ບໍໍລິການນີ້ຊ່ວຍຕອບໂຈດຫຍັງແນ່ສໍາລັບບໍລິສັດ ຫຼື ອົງກອນ? ສາມາດໃຊ້ລົດໄດ້ຫຼາຍຄັນພ້ອມກັນ ມີບໍລິການຕະຫຼອດ 24 ຊົ່ວໂມງ ບໍລິການໂລກ້າສໍາລັບອົງກອນ ສາມາດໃຫ້ບໍລິການທຸກທ່ານໄດ້ຕະຫຼອດ 24 ຊົ່ວໂມງ ແບບບໍ່ຈໍາກັດຈໍານວນລົດ ສາມາດເອີ້ນໄດ້ທຸກສະຖານທີ່ໃນຕົວເມືອງນະຄອນຫຼວງວຽງຈັນ.   ໃຊ້ກ່ອນຈ່າຍນໍາຫຼັງ ບໍລິການນີ້ ພະນັກງານຂອງບໍລິສັດ ຫຼື ອົງກອນສາມາດໃຊ້ບໍລິການເອີ້ນລົດກ່ອນ, ແລ້ວຊໍາລະແບບລາຍອາທິດ ແລະ…


ຈັດໂປຣຮ່ວມກັບໂລກ້າ ດຶງລູກຄ້າເຂົ້າຮ້ານທ່ານ ແບບຟຣີໆ!

ໂຄສະນາຮ້ານກັບພວກເຮົາຟຣີ! ຂໍເຊີນບັນດາຮ້ານອາຫານ ແລະ ຄາເຟ່ ມາເຂົ້າຮ່ວມໂຄງການຈັດໂປຣກັບ ແອັບ LOCA ແລະ ຊ່ອງທາງອື່ນອີກຫຼາກຫຼາຍຂອງເຮົາ ເພື່ອດຶງລູກຄ້າເຂົ້າຮ້ານທ່ານໂດຍບໍ່ເສຍຄ່າທໍານຽມໂຄສະນາ. ໂຄງການຈັດໂປຣກັບ LOCA ແມ່ນຫຍັງ? LOCA ມີແຜນຢາກດຶງດູດເອົາກຸ່ມລູກຄ້າຂອງເຮົາທີ່ເປັນກຸ່ມມັກຄົ້ນຫາສະຖານທີ່ໃໝ່ໆເພື່ອລອງກິນ, ລອງດື່ມ ແລະ ລອງນັ່ງຢູ່ສະເໝີ ໄປສູ່ຮ້ານອາຫານ ແລະ ຄາເຟ່ ທົ່ວນະຄອນຫຼວງວຽງຈັນ. ໂດຍເຮົາຢາກເປັນສ່ວນໜຶ່ງທີ່ພາລູກຄ້າໄປສ້າງບັນຍາກາດໃຫ້ບັນດາຮ້ານອາຫານ ແລະ ຄາເຟ່ ຄຶກຄື້ນຄືເກົ່າ ເຮົາຈຶ່ງໄດ້ຈັດໂຄງການນີ້ຂຶ້ນມາເພື່ອໃຫ້ບັນດາຮ້ານຄ້າມາໂຄສະນາຮ້ານກັບເຮົາຟຣີ! ເປັນຫຍັງຈຶ່ງຄວນເຂົ້າຮ່ວມນໍາ LOCA? ທ່ານສາມາດເຂົ້າເຖິງກຸ່ມລູກຄ້າໃໝ່ທີ່ຫຼາກຫຼາຍຜ່ານທາງ LOCA ທີ່ມີຍອດການດາວໂຫລດເຖິງ 50,000 ຄັ້ງ ແລະ ມີກຸ່ມຄົນໃຊ້ບໍລິການຫຼາກຫຼາຍ ບໍ່ວ່າຈະເປັນ ກຸ່ມຄົນຕ່າງປະເທດ, ກຸ່ມໄວລຸ້ນ ແລະ…


Promote your business with us for free!

Promote your business with us for free! LOCA would like to invite the café and restaurant to join our campaign to promote your business via LOCA Application and other channels to bring the new customers to your shop without any…


ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24ຊົ່ວໂມງ ຢູ່ທີ່ ປາກເຊ ແຂວງຈຳປາສັກ

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ໄດ້ເປີດໃຫ້ບໍລິການແລ້ວ ທີ່ ປາກເຊ, ເຊິ່ງກ່ອນຈະມີການເປີດໂຕທີ່ ນະຄອນປາກເຊ ໂລກ້າ ໄດ້ເປີດໃຫ້ບໍລິການແລ້ວທີ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພຣະບາງ.  ແຕ່ໄວໆນີ້ ບໍລິສັດ ໂລກ້າ ຈໍາກັດ ໄດ້ຮ່ວມກັບ ບໍລິສັດ ໂຊກມີໄຊ ຈຳກັດ ຜູ້ດຽວ ເພື່ອໃຫ້ບໍລິການແທັກຊີອອນລາຍ. ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ ແລະ ກະແສທີ່ຮຽກຮ້ອງຈາກລູກຄ້າທີ່ຢູ່ຕ່າງແຂວງ ໂດຍສະເພາະແມ່ນແຂວງຈຳປາສັກ. ການເຊັນສັນຍາ ຂອງການເປີດໂຕບໍລິການໂລກ້າ ໄດ້ຈັດຂຶ້ນໃນເວລາ 14:00ໂມງ ຂອງ ວັນທີ 29 ມິຖຸນາ 2021 ທີ່ ຫ້ອງການສະພາການຄ້າ…


ໂລກ້າ x ຟູດແພນດ້າ: ສະສົມຄະແນນໂລກ້າເມມເບີ ແລກສ່ວນຫຼຸດຟູດແພນດ້າ!

ທ່ານຮູ້ແລ້ວບໍ່ວ່າ ບໍລິການໂລກ້າໃນແຕ່ລະຖ້ຽວ ແມ່ນຈະໄດ້ຮັບຄະແນນໄວ້ສະສົມ ເພື່ອແລກເປັນສ່ວນຫຼຸດຈາກ ແອັບຟູດແພນດ້າໄດ້ແລ້ວ! ສໍາລັບລາຍລະອຽດໃນແລກສ່ວນຫຼຸດ: ເງື່ອນໄຂດ່ັງກ່າວແມ່ນສະເພາະຜູ້ທີ່ລົງທະບຽນ Loca Members ເທົ່ານັ້ນ. ທ່ານສາມາດແລກໄດ້ 1 ສິດຕໍ່ເດືອນ. ໃຊ້ 120 ຄະແນນ ໃນການແລກເພື່ອຮັບສ່ວນຫຼຸດລວມ 40,000ກີບ ເຊິ່ງໃນນີ້ສາມາດແລກ: – ສ່ວນຫຼຸດ 20,000ກີບ ເມື່ອທ່ານສັ່ງອາຫານຂັ້ນຕໍ່າ 30,000ກີບ. – ສ່ວນຫຼຸດ 20,000ກີບ ເມື່ອທ່ານສັ່ງສິນຄ້າຈາກຮ້ານຄ້າຂັ້ນຕ່ຳ 50,000ກີບ. ແຄມເປນດັ່ງກ່າວສາມາດແລກໄດ້ສູງສຸດລວມ 200 ສິດຕໍ່ 1 ເດືອນເທົ່ານັ້ນ. ໝາຍເຫດ: ທ່ານຈະໄດ້ຮັບສ່ວນຫຼຸດສິນຄ້າ 20,000ກີບ ພາຍໃນ 48 ຊົ່ວໂມງຫຼັງຈາກທີ່ທ່ານກົດ…


LOCA x foodpanda: Collect LOCA point for redeem a discount code from foodpanda!

Start collecting LOCA points by using our LOCA taxi service to get a discount code from foodpanda. Let’s take your point to get a special benefit for us! For more detail: Terms of use – Valid for Loca Member with…