ສອງບໍລິສັດສະຕາດອັບລະດັບແຖວໜ້າຂອງລາວ ບໍລິສັດ ບິສຈີຕອລ ຈຳກັດ ແລະ ບໍລິສັດ ໂລກ້າ ຈຳກັດ ໄດ້ເປີດສຳນັກງານໃໝ່ຢ່າງເປັນທາງການແລ້ວຢູ່ທີ່ອາຄານວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ ເມື່ອວັນທີ 5 ພຶດສະພາ 2022. ໃນຖານະທີ່ເປັນບໍລິສັດສະຕາດອັບອັນດັບຕົ້ນໆຂອງລາວ, ບິສຈີຕອລ ແລະ ໂລກ້າ ໄດ້ ເຕີບໃຫຍ່ຂະຫຍາຍໂຕຢ່າງຕໍ່ເນື່ອງໃນໄລຍະ 6 ປີຂອງການດຳເນີນການ ພ້ອມທັງມີການນຳສະເໜີບໍລິການໃໝ່ໆຢູ່ເລື້ອຍໆ ໂດຍອາໄສເຕັກໂນໂລຊີດິຈິຕອນ ແລະ ຄວາມຄິດສ້າງສັນ ເພື່ອເຊື່ອມຕໍ່ລູກຄ້າເຂົ້າກັບກຸ່ມເປົ້າໝາຍຂອງພວກເຂົາ ລວມທັງອຳນວຍຄວາມສະດວກໃຫ້ແກ່ການໃຊ້ຊີວິດໃນຍຸກດິຈິຕອນ. ບໍລິສັດ ບິສຈີຕອລ ຈຳກັດ ແລະ ບໍລິສັດ ໂລກ້າ ຈຳກັດ ຍາມໃດກໍບໍ່ເຄີຍຢຸດນິ້ງ ແລະ ດ້ວຍຈຳນວນຂອງສະມາຊິກທີ່ເພີ່ມຫຼາຍຂຶ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຂະຫຍາຍສຳນັກງານໃຫ້ກວ້າງຂວາງຂຶ້ນເພື່ອຮອງຮັບຊີວິດການເຮັດວຽກ ເພື່ອສົ່ງມອບບໍລິການທີ່ເປັນມືອາຊີບ…
ໂລກ້າເປີດໂຕ 2 ບໍລິການໃໝ່! Loca Car Share ແລະ Loca Car Rental ເພື່ອການເດີນທາງຂອງເຈົ້າທີ່ສະດວກສະບາຍຍິ່ງຂຶ້ນ. Loca Car Share ບໍລິການແຊຣ໌ລົດອອກຕ່າງແຂວງ ສຳລັບຄົນທີ່ຈະຂັບລົດອອກໄປຕ່າງແຂວງຢູ່ແລ້ວ ກໍສາມາດເປີດແຊຣ໌ລົດຂອງຕົວເອງ ແລະ ຮັບຄົນທີ່ຈະໄປທາງດຽວກັນໄດ້ເລີຍ ເພື່ອຫາໝູ່ຮ່ວມທຣິບ ແລະ ຫານຄ່ານ້ຳມັນໄປກັນຕະຫຼອດການເດີນທາງ ຫຼື ຄົນທີ່ຢາກຈະໄປຕ່າງແຂວງແຕ່ບໍ່ມີລົດ ກໍສາມາດເລືອກຮ່ວມໂດຍສານໄປກັບຄົນທີ່ຈະໄປແຂວງນັ້ນຢູ່ແລ້ວກໍໄດ້. ບໍລິການ Loca Car Share ຍັງມີຄວາມປອດໄພສູງ ເພາະທັງຄົນຂັບລົດ ແລະ ຄົນຮ່ວມໂດຍສານເອງນັ້ນ ຈະຕ້ອງມີການລົງທະບຽນ KYC ໂດຍການໃຊ້ເອກະສານແທ້ໃນການຢັ້ງຢືນຕົວຕົນ ລວມທັງ Loca Car Share…
The first EV fast-charging station will be installed by Loca in June 2022. The capital, Vientiane, will be the first location, with expansion to other provinces based on Road No. 13, which is already the main road connecting the provinces….
ໃນເດືອນ 6 ທີ່ຈະມາເຖິງນີ້ ທາງໂລກ້າຈະເລີ່ມຕິດຕັ້ງສະຖານີສາກລົດໄຟຟ້າແບບໄວທີ່ນະຄອນຫຼວງວຽງຈັນເປັນບ່ອນທຳອິດ ແລ້ວຄ່ອຍໆຂະຫຍາຍໄປແຕ່ລະແຂວງ ໂດຍຈະຕິດຕັ້ງຕາມເສັ້ນທາງເລກທີ 13 ເປັນຫຼັກ ເຊິ່ງກໍເປັນເສັ້ນທາງທີ່ຄົນສ່ວນໃຫຍ່ໃຊ້ເດີນທາງໃນເວລາອອກຕ່າງແຂວງຢູ່ແລ້ວນັ້ນເອງ. ໂດຍຕູ້ສາກລົດໄຟຟ້າຂອງໂລກ້າຈະເປັນຕູ້ເປັນແບບ DC ເຊິ່ງສາມາດສາກລົດໄຟຟ້າເຕັມພາຍໃນ 20-40 ນາທີ ດ້ວຍກະແສໄຟ 120 KW ແລະ ມີຫົວສາກທັງແບບ GB/T ກັບ CCS 2 ເຊິ່ງຈະສາມາດຮອງຮັບລົດໄຟຟ້າທັງແບບມາດຕະຖານອາຊຽນ, ລົດໄຟຟ້າຈາກຈີນ ລວມທັງລົດໄຟຟ້າຈາກເອີຣົບໄດ້ອີກນຳ ບໍ່ວ່າຈະເປັນ BMW, BYD, Ford, Jaguar, Hyundai, Mazda, Tesla, Volkswagen ແລະ ອື່ນໆອີກຫຼາຍຍີ່ຫໍ້. ໃນປີ 2022 ນີ້…
ທ່ານເປັນຄົນໜຶ່ງບໍ່ ທີ່ກໍາລັງລັງເລໃນການຫັນປ່ຽນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ? ເນື່ອງຈາກປັດຈຸບັນນີ້, ລາຄານໍ້າມັນທີ່ເພີ່ມສູງຂຶ້ນເລື້ອຍໆ ແຕ່ທາງເຮົາເຊື່ອວ່າ ຫຼາຍຄົນກໍຍັງອາດຈະລັງເລເປັນກັງວົນຢ້ານບໍ່ມີບ່ອນສາກລົດໄຟຟ້າທີ່ພຽງພໍ. ຕໍ່ໄປນີ້, ທ່ານຈະບໍ່ຕ້ອງໄດ້ເປັນຫ່ວງແລ້ວ ເພາະໃນວັນທີ 1 ມີນາ ປີ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈໍາກັດ, ທີ່ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ພວກເຮົາໄດ້ມີການກຽມພ້ອມພັດທະນາເຄືອຂ່າຍການສາກລົດໄຟຟ້າແບບສາກໄວ (DC Fast Charge) ທົ່ວປະເທດ. ການສາກລົດໄຟຟ້າແບບໄວຂອງທາງເຮົາ ທີ່ກໍາລັງນໍາມາຕິດຕັ້ງແມ່ນຈະສາມາດສາກລົດໄຟຟ້າເຕັມໄດ້ພາຍໃນ 20 – 30 ນາທີເທົ່ານັ້ນ. ໂລກ້າເຮົາໄດ້ວາງເປົ້າໝາຍວ່າ ພາຍໃນທ້າຍປີ 2022 ນີ້, ຜູ້ຊົມໃຊ້ລົດໄຟຟ້າຈະສາມາດຂັບລົດຈາກນະຄອນຫຼວງວຽງຈັນ ລົງໄປຮອດປາກເຊ ໂດຍບໍ່ຕ້ອງກົງວົນເລື່ອງແບັດເຕີລີລົດໄຟຟ້າຈະໝົດກາງທາງໂດຍບໍ່ມີບ່ອນສາກ. ກ່ອນໜ້ານີ້, ພວກເຮົາໄດ້ມີການຮ່ວມມືກັບ BYD ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີຂອງໂລກ້າເຮົາ…
ໂລກ້າພາໄປ! ຮ້ານທີ່ມີວິວດາດຟ້າ ບັນຍາກາດຕາເວັນຕົກດິນ ຖ້າທ່ານຍັງບໍ່ໄດ້ລອງ 5ຮ້ານນີ້ບໍ່ຄວນພາດ! 1. Tipsy Elephant ຢາກຊວນມາດິນເນີ້ ແລະ ຊິວເທິງດາດຟ້າຊັ້ນ 9 ຮ້ານ Tipsy Elephant ທີ່ຢູ່ເທິງໂຮງແຮມ SureStay ເປັນອີກຮ້ານ Rooftop ໃຈກາງເມືອງທີ່ຢາກແນະນຳ. ນອກຈາກໄດ້ເຫັນວິວເມືອງແລ້ວ ຍັງສາມາດແນມເຫັນວິວນ້ຳຂອງໄດ້ອີກ ທັງໂຣແມນຕິກ ແລະ ບັນຍາກາດດີສຸດໆ. ຮ້ານນີ້ມີທັງອາຫານຕາເວັນຕົກ ແລະ ອາຫານລາວ, ວາຍກໍມີ, ຄ໋ອກເທວກໍມີຄົບ. ແນະນຳໃຫ້ມາຊ່ວງ 5 – 6 ໂມງແລງເພື່ອເບິ່ງຕາເວັນຕົກດິນ ແລະ ທ້ອງຟ້າງາມໆ. ສະຖານທີ່: ໂຮງແຮມຊົວສະເຕ,…
ຄຳວ່າ “ປະກັນໄພ” ຟັງເທື່ອໃດກໍຮູ້ສຶກເຂົ້າໃຈຍາກ ມາຮູ້ຈັກກັບປະກັນໄພໂລກ້າ ປະກັນໄພອອນລາຍຂອງຄົນຍຸກໃໝ່ ທີ່ຈະເຮັດໃຫ້ເປັນເລື່ອງງ່າຍໆກວ່າທີ່ຄິດ “ເຈົ້າຮູ້ບໍ່ວ່າປະກັນໄພທີ່ເຈົ້າຊື້ນັ້ນມີວົງເງິນຄຸ້ມຄອງສູງສຸດເທົ່າໃດ?” ເຊື່ອວ່າຖ້າທຸກຄົນໄດ້ຍິນຄຳຖາມນີ້ ກໍຄົງເປັນສຽງສ່ວນໃຫຍ່ທີ່ຈະຕອບວ່າບໍ່ຮູ້ ເພາະເລື່ອງຂອງປະກັນໄພສຳລັບຄົນຍຸກນີ້ ກັບກາຍເປັນເລື່ອງທີ່ໜ້າເບື່ອ, ເຂົ້າໃຈຍາກ, ບໍ່ເຫັນຈຳເປັນຕ້ອງມີ, ຊື້ມາກໍບໍ່ໄດ້ໃຊ້, ເສຍເງິນລ້າ ແລະ ອີກສາລະພັດເຫດຜົນທີ່ສຸດແຕ່ຈະພັນລະນາໄດ້. ເຮົາບໍ່ຮູ້ວ່າເງິນທີ່ເສຍໄປກັບປະກັນໄພນັ້ນແມ່ນຈ່າຍໄປກັບຫຍັງແນ່? ບາງຢ່າງທີ່ເຮົາບໍ່ຕ້ອງການໃນປະກັນໄພ ກໍຕ້ອງໄດ້ເສຍເງິນຊື້ມັນມານຳ ເຮັດໃຫ້ເຮົາຮູ້ສຶກວ່າແລ້ວຈະມີປະກັນໄພໄປເຮັດຫຍັງກັນແທ້? ເຫດຜົນຫຼັກໆທີ່ເຮັດໃຫ້ຄົນບໍ່ສົນໃຈທີ່ຈະຊື້ປະກັນໄພໄວ້ກໍແມ່ນຍ້ອນວ່າ ບໍ່ເຕັມໃຈທີ່ຈະເສຍເງິນໃຫ້ມັນ, ກົດລະບຽບທີ່ຫຼາຍ ແລະ ຊັບຊ້ອນ, ບໍ່ເຂົ້າໃຈໃນລາຍລະອຽດປະກັນວ່າເຮັດຫຍັງໄດ້ແດ່? ແລ້ວໃນເມື່ອການຊື້ປະກັນໄພມັນຫຍຸ້ງຍາກຂະໜາດນີ້ ແລ້ວ “ປະກັນໄພໂລກ້າ” ມັນຈະຕ່າງຫຍັງກັນ? ກ່ອນອື່ນຕ້ອງບອກເລີຍວ່າ ໂລກ້າ ເຮັດໃຫ້ການຊື້ປະກັນໄພນັ້ນງ່າຍຂຶ້ນ ເຂົ້າໃຈງ່າຍ ແລະ ບໍ່ຕ້ອງຂັບລົດໄກໄປຮອດຫ້ອງການປະກັນໄພ ຫຼື…
ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພພາຫະນະ ສໍາລັບຜູ້ທີ່ມີການໃຊ້ພາຫະນະເປັນປະຈໍາ ເພື່ອຫຼຸດຜ່ອນຄວາມສ່ຽງຄ່າໃຊ້ຈ່າຍທີ່ອາດເກີດຂື້ນໄດ້ໃນອຸບັດຕິເຫດທາງລົດ. ການຊື້ປະກັນໄພພາຫະນະໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ຄຸ້ມຄອງບຸກຄົນທີ່ສາມ, ຄຸ້ມຄອງຄົນຂັບຂີ່ ແລະ ຄຸ້ມຄອງການຊົດເຊີຍ I. ການຄຸ້ມຄອງບຸກຄົນທີສາມແມ່ນຫຍັງ? – ການຄຸ້ມຄອງຄູ່ກໍລະນີ (ຕົວຢ່າງ: ຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກອຸບັດຕິເຫດ ຫຼື ຜູ້ທີ່ພາໃຫ້ເກີດອຸບັດຕິເຫດທີ່ບໍ່ໄດ້ໝາຍເຖິງຕົວທ່ານເອງ) – ການຄຸ້ມຄອງຄົນທີ່ຮ່ວມທາງໃນລົດ ຫຼື ຄົນຂັບທີ່ບໍ່ແມ່ນເຈົ້າຂອງລົດກໍສາມາດໄດ້ຮັບການຄຸ້ມຄອງ. – ການຄຸ້ມຄອງຄົນທີ່ສັນຈອນຢູ່ຕາມຖະໜົນຫົນທາງ. ບຸກຄົນທີສາມຈະໄດ້ຮັບການຄຸ້ມຄອງແນວໃດແດ່? ການຄຸ້ມຄອງຄວາມເສຍຫາຍທາງຮ່າງກາຍຄື: ເສຍຊີວິດ ຫຼື ພິການຖາວອນ, ໃນນີ້ລວມທັງຄ່ານອນໂຮງໝໍເຊິ່ງຕ້ອງໄດ້ຮັບການປິ່ນປົວເກີນ 24 ຊົ່ວໂມງ. ການຄຸ້ມຄອງຄວາມເສຍຫາຍທາງດ້ານວັດຖຸ. ການປົກປ້ອງສິດ ແລະ ການຮຽກຮ້ອງຜົນກະທົບ ຫຼື ຄວາມເສຍຫາຍທີ່ໄດ້ຮັບຈາກອຸບັດຕິເຫດ. II. ການຄຸ້ມຄອງຄົນຂັບຂີ່ແມ່ນຫຍັງ? –…
ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພສຸຂະພາບ ສໍາລັບຜູ້ທີ່ຕ້ອງການການຄຸ້ມຄອງທາງສຸຂະພາບ ບໍ່ວ່າຈະເປັນການເຂົ້າໂຮງໝໍ ຫຼື ການປິ່ນປົວພະຍາດຕ່າງໆ. ການຊື້ປະກັນໄພສຸຂະພາບໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ປະກັນໄພໂລກ້າແມ່ນຄອບຄຸມທັງການປິ່ນປົວແບບນອນໂຮງໝໍ (IPD) ແລະ ການປິ່ນປົວແບບບໍ່ນອນໂຮງໝໍ (OPD) ການປິ່ນປົວແບບນອນໂຮງໝໍ (IPD) ແມ່ນຫຍັງ? IPD (ຫຼື In-Patient-Department) ແມ່ນຜູ້ປ່ວຍໃນ ໝາຍເຖິງຜູ້ປ່ວຍທີ່ເຂົ້າຮັບການຮັກສາ ແລະ ຕ້ອງໄດ້ນອນພັກຢູ່ໂຮງໝໍ ໃນລະຫວ່າງທີ່ຮັກສາອາການປ່ວຍ. ການປິ່ນປົວແບບນອນໂຮງໝໍ (IPD) ຄຸ້ມຄອງແບບໃດ? ການເຮັດປະກັນສຸຂະພາບທີ່ມີການຄຸ້ມຄອງແບບ IPD ແມ່ນຈະຄອບຄຸມຄ່າໃຊ້ຈ່າຍຕ່າງໆເຊັ່ນ: ຄ່າປິ່ນປົວ, ຄ່າຫ້ອງພັກ ແລະ ອາຫານ, ຄ່າຜ່າຕັດ, ຄ່າຢາສະຫຼົບ, ຄ່າຕິດຕາມອາການຈາກແພດ, ຄ່າລົດໂຮງໝໍ, ຄ່າຊົດເຊີຍຕໍ່ວັນໃນລະຫວ່າງປິ່ນປົວໃນໂຮງໝໍ…