ອາຍຸບໍ່ສຳຄັນ! ພໍ່ບຸນລ້ຽງອາຍຸ 70 ປີ ມີລາຍໄດ້ຕໍ່ເດືອນກວ່າ 10 ລ້ານກີບ ເພາະມາຂັບໂລກ້າ

ການເປັນຜູ້ສູງອາຍຸນັ້ນ ຖືເປັນເລື່ອງລຳບາກໃນການຊອກຫາວຽກເຮັດງານທຳໃນສັງຄົມ ແລ້ວບາງຄັ້ງກໍໄດ້ສົ່ງຜົນໃຫ້ຜູ້ສູງອາຍຸນັ້ນ ກາຍເປັນພາລະໃຫ້ກັບລູກຫຼານ ໃນການເບິ່ງແຍງດູແລ ລວມທັງມີຄ່າໃຊ້ຈ່າຍຕ່າງໆທີ່ກໍຕ້ອງເປັນໜ້າທີ່ຂອງຄອບຄົວທີ່ຈະຕ້ອງຮັບຜິດຊອບໃຫ້ກັບພໍ່ແມ່. ແຕ່ນັ້ນບໍ່ແມ່ນກັບພໍ່ບຸນລ້ຽງ ທີ່ເຖິງຈະອາຍຸ 70 ປີແລ້ວ ພໍ່ກໍຍັງສາມາດທີ່ເຮັດວຽກຫາເງິນໄດ້ຫຼາຍກັບໂລກ້າ ແລະ ມີລາຍໄດ້ໃນການຫາລ້ຽງຊີບໄດ້ ໂດຍບໍ່ຕ້ອງຫວັງເພິ່ງລູກຫຼານເລີຍ.

ພໍ່ບຸນລ້ຽງເຄີຍມີອາຊີບເປັນຄົນຂັບລົດໃຫ້ກັບອົງກອນຕ່າງປະເທດມາເປັນເວລາຫຼາຍປີ ຈົນມາເຖິງປີ 2016 ນັ້ນ ພໍ່ບຸນລ້ຽງກໍໄດ້ກະສຽນການເຮັດວຽກ ພ້ອມກັບຮັບເງິນບຳນານແທນ ໂດຍທີ່ບໍ່ຕ້ອງເຮັດວຽກອີກຕໍ່ໄປ. ແຕ່ດ້ວຍທີ່ພໍ່ນັ້ນ ເປັນຄົນທີ່ບໍ່ຢຸດນິ້ງໃນການທຳມາຫາກິນ ແລະ ບໍ່ຢາກທີ່ຈະເປັນພາລະໃຫ້ກັບລູກຫຼານ, ພໍ່ບຸນລ້ຽງຈຶ່ງໄດ້ຕັດສິນໃຈທີ່ຈະເອົາລົດຂອງຕົວເອງ ແລະ ເວລາວ່າງທີ່ມີຢູ່ ເພື່ອມາຂັບໃຫ້ບໍລິການແທັກຊີກັບໂລກ້າໃນປີ 2019 ຈາກທີ່ເຫັນຕາມການໂຄສະນາເທິງສື່ ແລະ ການແນະນຳຈາກລູກຫຼານ.

“ໃນຊ່ວງເລີ່ມຕົ້ນ, ແນ່ນອນວ່າຕ້ອງມີອຸປະສັກທີ່ຕ້ອງພົບຫຼາຍຢ່າງ ເພາະພໍ່ເອງກໍເປັນຄົນທີ່ບໍ່ມີຄວາມຮູ້ເລື່ອງການນຳໃຊ້ເທັກໂນໂລຢີ ຫຼື ການນຳໃຊ້ແອັບຫຼາຍ, ແຕ່ກໍໂຊກດີທີ່ມີທີມງານໂລກ້າ ໄດ້ໃຫ້ຄຳແນະນຳ, ຄວາມຊ່ວຍເຫຼືອຕ່າງໆເປັນຢ່າງດີ ເຮັດໃຫ້ພໍ່ນັ້ນກໍເລີ່ມທີ່ຈະໃຫ້ບໍລິການໂລກ້າໃຫ້ກັບລູກຄ້າໄດ້ດີຂຶ້ນ ຈົນລູກຄ້າກໍເລີ່ມທີ່ຈະໄວ້ໃຈເຮົາ ໃຫ້ເຮົາຂັບລົດຮັບ-ສົ່ງເພິ່ນ”

ພໍ່ບຸນລ້ຽງໄດ້ເລົ່າເຖິງການຂັບກັບໂລກ້າໃນຊ່ວງເລີ່ມຕົ້ນ.

“ທາງລູກຫຼານເອງ ກໍເປັນຫ່ວງໃນຊ່ວງທຳອິດທີ່ພໍ່ມາຂັບກັບໂລກ້າ, ເປັນຫ່ວງວ່າຈະບໍ່ມີລູກຄ້າໃຊ້ບໍລິການຫຼາຍ ແລະ ອາດຈະເສຍເວລາພໍ່ລ້າໆ. ແຕ່ຫຼັງຈາກພໍ່ຂັບໄດ້ 2-3 ເດືອນ, ພໍ່ເອງກໍເຫັນວ່າສາມາດສ້າງລາຍໄດ້ແທ້ ແລະ ອີກທັງຍັງເພີ່ມຂຶ້ນເລື້ອຍໆ ເນື່ອງຈາກເລີ່ມມີນັກທ່ອງທ່ຽວເຂົ້າມາປະເທດເຮົາຫຼາຍ ເຊິ່ງພໍ່ເອງກໍສາມາດພິສູດໃຫ້ລູກຫຼານໄດ້ເຫັນແລ້ວວ່າ ພໍ່ກໍສາມາດລ້ຽງຊີບຕົວເອງໄດ້ຄືກັນ.” ພໍ່ບຸນລ້ຽງກ່າວເພີ່ມເຕີມ.

ປັດຈຸບັນ, ກໍກ້າວເຂົ້າສູ່ປີທີ່ 4 ແລ້ວ ທີ່ພໍ່ບຸນລ້ຽງໄດ້ມາຂັບລົດກັບໂລກ້າ, ເຖິງຈະເປັນວຽກທີ່ຕ້ອງໃຊ້ພະລັງງານຫຼາຍໃນການຂັບລົດ ແຕ່ພໍ່ກໍມີຄວາມສຸກໃນການເຮັດວຽກບໍລິການ,​ ໄດ້ຮຽນຮູ້ການນຳໃຊ້ເທັກໂນໂລຢີ, ໄດ້ພົບຜູ້ຄົນທີ່ຫຼາກຫຼາຍໃນລະຫວ່າງການເດີນທາງ ແລະ ທີ່ສຳຄັນ ພໍ່ຍັງມີລາຍໄດ້ທີ່ສາມາດລ້ຽງດູຕົວເອງໄດ້ ໂດຍເອົາເງິນບຳນານທີ່ໄດ້ແຕ່ລະເດືອນນັ້ນໄປເປັນເງິນທ້ອນໂຮມແທນໃນເວລາເຈັບປ່ວຍ ໂດຍບໍ່ໄດ້ເປັນພາລະໃຫ້ກັບລູກຫຼານອີກດ້ວຍ.

ບໍ່ວ່າທ່ານຈະເປັນເພດໃດ, ອາຍຸໃດ ຈະເປັນໄວໜຸ່ມ ຫຼື ໄວສູງອາຍຸ ພຽງແຕ່ທ່ານມີລົດ ແລະ ມີເວລາວ່າງ ກໍເອົາມັນມາສ້າງລາຍຮັບກັບໂລກ້າໄດ້. ສົນໃຈຕິດຕໍ່ສະໝັກໄດ້ທີ່ເບີ: 020 98111129 (ໂທ ແລະ ວັອດແອັບ)

ຮຽນຮູ້ເພີ່ມເຕີມກ່ຽວກັບການມາຂັບລົດກັບໂລກ້າ: https://loca.la/driver

Related Posts

ໂລກ້າ ບໍລິການແທັກຊີອອນລາຍ 24ຊົ່ວໂມງ ສະດວກສະບາຍ ປອດໄພ ແລະ ລາຄາໂປ່ງໃສ

ໂລກ້າແມ່ນຫຍັງ? ໂລກ້າ ແມ່ນແອັບພລິເຄຊັນໃຫ້ບໍລິການແທັກຊີອອນລາຍທີ່ເນັ້ນຄວາມທັນສະໄໝ ເປີດໃຫ້ບໍລິການມາແລ້ວຕັ້ງແຕ່ປີ 2018 ເຊິ່ງເປັນບໍລິສັດຂອງຄົນລາວ ແລະ ໄດ້ກາຍບໍລິການທີ່ນັກທ່ອງທ່ຽວ, ແຂກຕ່າງປະເທດ, ສໍານັກຂ່າວຕ່າງໆຈາກພາຍໃນ ແລະ ຕ່າງປະເທດກ່າວເຖິງ ແລະ...

LOCA 再次为您服务!

目前,根据老挝实施各地区不同等级的风险管控,将按各村疫情情况划分为红、黄、绿三区,而绿区在严格做好防疫措施的前提下,可外出至其他绿区。LOCA发现,我们的APP对大部分人的出行很重要,因此,LOCA再次开通服务。为了防止疫情,减低感染风险,请客户和司机注意以下事项:   请全程佩戴口罩 请用酒精消毒液消毒手部 LOCA车已安装防护膜 每辆车最多只允许2位乘客上车 司机必须在服务前测量体温 LOCA司机已接种疫苗   请您放心使用LOCA,我们永远把乘客和司机的安全放在第一位 LOCA APP 24小时约车服务...