ໂລກ້າ ຮ່ວມມືກັບ ລາວຄວິກເລນ ໃນການສ້າງປະສົບການທີ່ດີ ແລະ ມອບສິດທິພິເສດໃຫ້ແກ່ຄົນຂັບໂລກ້າທຸກຄົນ

ໃນວັນທີ 28 ມິຖຸນາ 2022 ທີ່ຜ່ານມາ, ທາງບໍລິສັດໂລກ້າຈຳກັດ ແລະ ລາວຄວິກເລນໃນຮ່ວມເຊັນສັນຍາລົງນາມກັນ ເຊິ່ງການຮ່ວມມືຄັ້ງນີ້ກໍເພື່ອເປັນການມອດສິດທິພິເສດຕ່າງໆໃຫ້ກັບຄົນຂັບໂລກ້າທຸກຄົນກວ່າ 600 ຄົນເທິງແອັບໂລກ້າ ບໍ່ວ່າຈະເປັນສິດທິພິເສດໃນການແປງລົດ ແລະ ອີກຫຼາຍໆບໍລິການຈາກ ລາວຄວິກເລນ.
 
ສູນບໍລິການ ລາວຄວິກເລນ Lao Quick Lane ຖືເປັນສູນສ້ອມແປງລົດໃນນະຄອນຫຼວງວຽງຈັນທີ່ມີມາດຕະຖານສູງ ແລະ ນຳໃຊ້ເທັກໂນໂລຢີທີ່ທັນສະໄໝເຂົ້າໃນຂະແໜງໜ້າວຽກຕ່າງໆ ບໍ່ວ່າຈະເປັນການປ່ຽນອາໄຫຼ່ລົດ, ສ້ອມແປງລົດ, ທີມງານທີ່ມີປະສົບການ, ບໍລິການລ້າງລົດທີ່ມີຄຸນນະພາບ ແລະ ອີກຫຼາຍຢ່າງທີ່ຄວິກເລນໃຫ້ບໍລິການແກ່ສັງຄົມລາວມາເກືອບ 10 ປີແລ້ວ. ສະຖານທີ່: ຕັ້ງຕໍ່ຫນ້າສວນ23ສິງຫາ 
ການຮ່ວມມືຄັ້ງນີ້ ກໍເພື່ອເປັນສ້າງຜົນປະໂຫຍດທີ່ດີທີ່ສຸດໃຫ້ກັບຄົນຂັບໂລກ້າ ໃນການເຂົ້າເຖິງບໍລິການຂອງລາວຄວິກເລນ ທີ່ມີສິດທິພິເສດຫຼາຍຢ່າງສຳລັບຄົນໂລກ້າເທົ່ານັ້ນ.
 
ສົນໃຈເອົາລົດຂອງທ່ານມາຂັບກັບໂລກ້າເພື່ອຮັບສິດທິພິເສດດີໆແບບນີ້ຈາກຄວິກເລນໄດ້ທີ່:
ເບິວັອດແອັບ 02098111129

Related Posts

LOCA will be soon welcoming 240 minivans on the platform in addition to our existing 300+ drivers

On Monday 28th October 2019, LOCA and the Vientiane based Minivan Association singed...

Flight the COVID-19 together

Dear LOCA Community, We understand the huge impact COVID-19 has caused on your...